ປະສິດທິຜົນຂອງຮູບແບບ “ອຳນາດການປົກຄອງເປັນມິດ ເພື່ອຮັບໃຊ້ ປຊຊ” ຢູ່ຕາແສງບັກຟອງ, ແຂວງຮ່ວາບິງ

Chia sẻ
(VOVWORLD) - ຮູບແບບ “ອຳນາດການປົກຄອງເປັນມິດ, ເພື່ອ ປຊຊ ຮັບໃຊ້” ຢູ່ຕາແສງບັກຟອງ, ແຂວງຮ່ວາບິງ ຫາກໍ່ໄດ້ນຳສະເໜີໃນກາງເດືອນກໍລະກົດ ປີ 2023 ທີ່ຜ່ານມາ. ພາຍຫຼັງໄດ້ຜັນຂະຫຍາຍປະຕິບັດໃນເວລາອັນສັ້ນໆ, ຮູບແບບນີ້ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຕີລາຄາສູງຈາກ ປຊຊ.
ປະສິດທິຜົນຂອງຮູບແບບ “ອຳນາດການປົກຄອງເປັນມິດ  ເພື່ອຮັບໃຊ້ ປຊຊ” ຢູ່ຕາແສງບັກຟອງ, ແຂວງຮ່ວາບິງ - ảnh 1 ສຳນັກງານຄະນະກຳມະການ ປຊຊ ຕາແສງ ບັກຟອງ

(ພາບ: ງອກແອັງ)

ປະຈຸບັນ, ຕາແສງບັກຟອງ ມີປະມານ 1.100 ຄອບຄົວດ້ວຍ ປຊຊ ກ່ວາ 5.100 ຄົນ, ຢູ່ໃນ 10 ບ້ານ ຊື່ງໃນນັ້ນ ສ່ວນຫຼາຍແມ່ນຊາວເຜົ່າເມື່ອງ (55%), ຊາວເຜົ່າກິງ (25%), ຢ້າວ (15%). ໂດຍແມ່ນຕາແສງເຂດພູດອຍ, ປຊຊ ຍັງບໍ່ທັນໄດ້ສຳຜັດກັບການບໍລິການສາທາລະນະຕາມຮູບແບບ “ປະຕູດຽວ”, ດັ່ງນັ້ນ, ພະນັກງານ, ລັດຖະກອນກົງຈັກບໍລິຫານຕາແສງບັກຟອງ ມີຄວາມຫຍຸ້ງຍາກກ່ວາ ໃນການແກ້ໄຂບັນດາລະບຽບການບໍລິຫານ ໃຫ້ແກ່ ປຊຊ. ເຖິງຢ່າງໃດກໍ່ຕາມ, ພະນັກງານ, ລັດຖະກອນທ້ອງຖິ່ນ ລ້ວນແຕ່ມີສະຕິຄວາມຮັບຮູ້ ກັບຄວາມສຳຄັນໃນການປະຕິບັດຮູບແບບ “ອຳນາດການປົກຄອງເປັນມິດ, ເພື່ອຮັບໃຊ້ ປຊຊ”.  ທ່ານ ເຄືອງຊັວນລິກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການ ປຊຊ ຕາແສງບັກຟອງ ໃຫຮູ້ວ່າ:

   ຢາກປະຕິບັດຮູບແບບອຳນາດການປົກຄອງເປັນມິດໄດ້, ກ່ອນອື່ນໝົດແມ່ນຕ້ອງມີຜູ້ທີ່ເປັນມິດ ສະໜິດສະໜົມ, ຫຼັງຈາກນັ້ນ ແມ່ນປະຕິບັດໜ້າທີ່ໃຫ້ເປັນຢ່າງດີ. ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ ພະນັກງານ, ລັດຖະກອນ ຕ້ອງປະຕິບັດບັນດາໜ້າທີ່ຂອງຕົນໃຫ້ຖືກຕ້ອງ, ໂດຍສະເພາະແມ່ນວັດທະນະທຳໃນສຳນັກງານ. ລະບຽບການບໍລິການໄດ້ແກ້ໄຂຢ່າງວ່ອງໄວ, ພະນັກງານເຮັດວຽກງານໃນພາກສ່ວນລະບຽບການບໍລິຫານມີຄວາມສະໜິດສະໜົມ.

    ຈາກແຜນນະໂຍບາຍນັ້ນ, ຕາແສງບັກຟອງ ມອບໜ້າທີ່ໃຫ້ລັດຖະກອນ, ພາລະກອນເຮັດວຽກຢູ່ພາກສ່ວນ “ປະຕູດຽວ” ແມ່ນຜູ້ທີ່ມີບົດຮຽນປະສົບການ, ມີທັກສະ, ມີໄຫວພິບໃນການປະພຶດ. ເອືອຍ ຫງວຽນທິຮ່າຢາງ, ມາຈາກ ຮ່າໂນ້ຍ ເຮັດລະບຽບການບໍລິຫານຢູ່ຄະນະກຳມະການ ປຊຊ ຕາແສງບັກຟອງ ໃຫ້ຮູ້ວ່າ:

   ຂ້າພະເຈົ້າມາເຮັດວຽກ ໄດ້ຮັບການຊ່ວຍເຫຼືອຈາກເອື້ອຍ ຮົ່ງ ຜູ້ທີ່ມີຄວາມສຸດຈິດສຸດໃຈ, ສະໜິດສະໜົມທີ່ສຸດ, ບໍ່ມີຄວາມຫຍຸ້ງຍາກຫຍັງ. ຂ້າພະເຈົ້າເຫັນວ່າ ພະນັກງານລັດຖະກອນຢູ່ທີ່ນີ້ ມີບຸກຄະລິກເປັນມາດຖານ, ຖືກຕ້ອງ, ຊ່ວຍເຫຼືອ ປຊຊ ຢ່າງສຸດຈິດສຸດໃຈ.

ປະສິດທິຜົນຂອງຮູບແບບ “ອຳນາດການປົກຄອງເປັນມິດ  ເພື່ອຮັບໃຊ້ ປຊຊ” ຢູ່ຕາແສງບັກຟອງ, ແຂວງຮ່ວາບິງ - ảnh 2ປຊຊ ມາເຮັດລະບຽບການບໍລິຫານ ຢູ່ສຳນັກງານຄະນະກຳມະການ ປຊຊ ຕາແສງ ບັກຟອງ
(ພາບ: ງອກແອັງ)

ບັນດາພະນັກງານລັດຖະກອນຕາແສງ ບັກຟອງ ໄດ້ແກ້ໄຂ, ປະຕິບັດສຳເນົາເອກະສານ, ລະບຽບການບໍລິຫານຖືກຕ້ອງຕາມຂັ້ນຕອນ, ການກຳນົດ. ຮູບແບບ“ອຳນາດການປົກຄອງເປັນມິດ, ເພື່ອຮັບໃຊ້ ປຊຊ” ໄດ້ປ່ຽນແປງວິທີເຮັດວຽກຢ່າງແຮງ, ຈາກ “ຄຳສັ່ງບໍລິຫານ” ປ່ຽນເປັນ “ຮັບໃຊ້, ແນະນຳ, ຂົນຂວາຍ, ລະດົມ”; ສ້າງວິທີການ “ເຄົາລົບ ປຊຊ, ໃກ້ຊິດກັບ ປຊຊ, ເຂົ້າໃຈ ປຊຊ, ຮຽນຕາມ ປຊຊ ແລະ ມີຄວາມຮັບຜິດຊອບຕໍ່ກັບ ປຊຊ”. ທ່ານ ໂດ້ຢຸຍເຊືອ, ປຊຊ ຕາແສງ ບັກຟອງ ໄດ້ຕີລາຄາວ່າ:

   ເບິ່ງລວມແລ້ວ, ປະຈຸບັນ, ລະບຽບການບໍລິຫານຢູ່ຕາແສງ ໄດ້ເຮັດດີ ແລະ ວ່ອງໄວທີ່ສຸດ. ພະນັກງານມີຄວາມສະໜິດສະໜົມ, ສຸດຈິດສຸດໃຈກັບ ປຊຊ. ຂ້າພະເຈົ້າມາເຮັດລະບຽບການແຈ້ງເສຍຊີວິດໃຫ້ພໍ່ເຖົ້າ ແມ່ນໄວທີ່ສຸດ. ຂ້າພະເຈົ້າຫວັງວ່າ, ຄະນະກຳມະການ ປຊຊ ຕາແສງ ຈະສືບຕໍ່ເສີມຂະຫຍາຍວຽກງານ, ສືບຕໍ່ຮັບໃຊ້ ປຊຊ ຢ່າງສຸດຈິດສຸດໃຈ.

      ຕາແສງ ບັກຟອງ ພວມມຸ່ງໄປເຖິງພື້ນຖານການບໍລິຫານທີ່ໂປ່ງໃສ, ບັນລຸປະສິດທິຜົນ, ຍົກສູງປະສິດທິພາບໃນການຄຸ້ມຄອງແຫ່ງລັດ, ສ້າງອຳນາດການປົກຄອງເປັນມິດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ປຊຊ ແລະ ວິສາຫະກິດ. ແລະ ຮູບແບບ“ອຳນາດການປົກຄອງເປັນມິດ, ເພື່ອຮັບໃຊ້ ປຊຊ” ແມ່ນການສະແດງໃຫ້ເຫັນຢ່າງລະອຽດ ຂອງການປະຕິບັດເປົ້າໝາຍນີ້./.

ຕອບກັບ