ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ແມ່​ຍິງ​ສາ​ຂາ ​​ບ້ານບາຍເວິນ, ຕາ​ແສງ​ດິງ​ກື, ແຂວງ​ຮ່​ວາ​ບິງ

ງອກແອັງ
Chia sẻ
(VOVWORLD) -   ສະມາຄົມແມ່ຍິງສາຂາບ້ານບາຍເວິນ, ຕາແສງດິງກື, ເມືອງລາກເຊີນ, ແຂວງຮ່ວາບິງ ໄດ້ສ້າງຂຶ້ນແຕ່ 17 ປີກ່ອນ (ປີ 2007). ນີ້ແມ່ນຮູບແບບສະມາຄົມແມ່ຍິງດີເດັ່ນຢູ່ຕາແສງດິງກື, ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນເພື່ອປະຊາຄົມ, ສ້າງຄອບຄົວ, ໝູ່ບ້ານທີ່ມີຄວາມອີ່ມໜຳສຳລານ, ຜາສຸກ.
ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ແມ່​ຍິງ​ສາ​ຂາ  ​​ບ້ານບາຍເວິນ, ຕາ​ແສງ​ດິງ​ກື, ແຂວງ​ຮ່​ວາ​ບິງ - ảnh 1

ການໂອ້ລົມສົນທະນາກ່ຽວກັບນະໂຍບາຍຂັ້ນຕາແສງ, ກຸ່ມບ້ານ ຢູ່ຕາແສງ ດິງກື (ພາບ: ງອກແອັງ)

       ປະຈຸບັນ, ສະມາຄົມແມ່ຍິງສາຂາບ້ານບາຍເວິນ ມີສະມາຊິກ 116 ຄົນ, ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າເມື່ອງ, ແຕ່ລະປີ, ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (ຄືວັນທີ 8 ມີນາ), ວັນຄອບຄົວ ຫວຽດນາມ (ວັນທີ 28 ມິຖຸນາ), ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ), ວັນແມ່ຍິງ ຫວຽດນາມ (ວັນທີ 20 ຕຸລາ)... ສະມາຄົມແມ່ຍິງສາຂາບ້ານບາຍເວິນ ເຄີຍໄດ້ຈັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ການແຂ່ງຂັນກິລາ...  ເພື່ອສ້າງບັນຍາກາດທີ່ເບີກບານມ່ວນຊື່ນ, ຄວາມພາກພູມໃຈໃຫ້ແກ່ເອື້ອຍນ້ອງ.

      ເພື່ອດຶງດູດສະມາຊິກເຂົ້າຮ່ວມ, ສະມາຄົມແມ່ຍິງສາຂາບ້ານບາຍເວິນ ໄດ້ຍູ້ແຮງວຽກງານໂຄສະນາ, ລະດົມກຳລັງໃຈ, ຊ່ວຍເອື້ອຍນ້ອງແມ່ຍິງ ເຂົ້າໃຈແຈ້ງບົດບາດ, ທີ່ຕັ້ງຂອງສະມາຄົມແມ່ຍິງ ຊື່ງແມ່ນອົງການຜູ້ຕາງໜ້າທີ່ຈະເບິ່ງແຍງດູແລ, ປົກປ້ອງສິດ, ຜົນປະໂຫຍດຂອງແມ່ຍິງ ແລະ ສິດ, ພັນທະຂອງສະມາຊິກ. ດັ່ງນັ້ນ, ສະມາຄົມແມ່ຍິງສາຂາບ້ານບາຍເວິນ ໄດ້ດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງເອື້ອຍນ້ອງແມ່ຍິງ ໃນບັນດາຂະບວນການແຂ່ງຂັນຮັກຊາດຢູ່ທ້ອງຖິ່ນ ແລະ ຂະບວນການ ໂດຍສະຫະພັນແມ່ຍິງເມືອງ ລາກເຊີນ ປຸກລະດົມ. ເອື້ອຍ ບຸ່ຍທິວິ້ງ, ປະທານສະມາຄົມແມ່ຍິງສາຂາບ້ານບາຍເວິນ, ຕາແສງດິງກື ໃຫ້ຮູ້ວ່າ:

 ບັນດາການເຄື່ອນໄຫວຕົ້ນຕໍຂອງສະມາຄົມແມ່ນໂຄສະນາກ່ຽວກັບກົດໝາຍວ່າດ້ວຍການສົມລົດ, ການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ປົກປັກຮັກສາສິ່ງແວດລ້ອມ, ຂົນຂວາຍເອື້ອຍນ້ອງເຂົ້າຮ່ວມກິລາ, ກາຍຍະກຳ...ໃນການປະຊຸມຄັ້ງຕ່າງໆ, ສະມາຄົມແມ່ຍິງສາຂາບ້ານບາຍເວິນ ໄດ້ສົມທົບກັບກຳລັງມີໜ້າທີ່ຮັບຜິດຊອບ ເພື່ອໂຄສະນາກ່ຽວກັບການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຍ້ອຍທາງສັງຄົມ. ສະເພາະໃນບ້ານບາຍເວິນ ບໍ່ມີກໍລະນີການໃຊ້ຄວາມຮຸນແຮງໃນຄອບຄົວ.

ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ແມ່​ຍິງ​ສາ​ຂາ  ​​ບ້ານບາຍເວິນ, ຕາ​ແສງ​ດິງ​ກື, ແຂວງ​ຮ່​ວາ​ບິງ - ảnh 2

ເອື້ອຍນ້ອງແມ່ຍິງ ຕາແສງ ດິງກື ຫຼີ້ນຕີໝ໋າງ (ພາບ: ງອກແອັງ)

       ກ່ອນນີ້, ປຊຊ ບ້ານບາຍເວິນ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ປະຈຸບັນ, ໝູ່ບ້ານໄດ້ພັດທະນາຫຼາຍແລ້ວ. ບ້ານບາຍເວິນ ມີຫຼາຍຄອບຄົວເຮັດເສດຖະກິດເກັ່ງຄື: ໄດ້ລ້ຽງໝູ, ລ້ຽງໄກ່, ສີເຂົ້າ...  ມີໝາກຜົນນີ້ແມ່ນຍ້ອນສະມາຄົມແມ່ຍິງສາຂາບ້ານບາຍເວິນ ໄດ້ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ໜູນຊ່ວຍສະມາຊິກພັດທະນາເສດຖະກິດ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຂົນຂວາຍ ປຊຊ ໃນບ້ານ ຫັນປ່ຽນຜົນລະປູກ, ສັດລ້ຽງ, ເພື່ອເພີ່ມລາຍຮັບ. ເອື້ອຍ ຈິ້ງທິແທັງ, ປຊຊ ຕາແສງ ດິງກື ແບ່ງປັນວ່າ:

    ເຂົ້າຮ່ວມສະມາຄົມແມ່ຍິງສາຂາບ້ານບາຍເວິນ ສະມາຊິກຈະມີຜົນປະໂຫຍດວ່າ    ເມື່ອປະສົບກັບຄວາມຫຍຸ້ງຍາກ, ເອື້ອຍນ້ອງຈະສາມາດຊ່ວຍເຫຼືອກັນ ໃນດ້ານວຽກເຮັດງານທຳ ແລະ ປະກອບເງິນເພື່ອຊ່ວຍກັນ. ອີກຢ່າງໜຶ່ງ ແມ່ນເອື້ອຍນ້ອງໄດ້ຮັບຟັງການໂຄສະນາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ບົດຮຽນໃນການລ້ຽງສັດ, ການເບິ່ງແຍງດູແລເດັກ...

ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ແມ່​ຍິງ​ສາ​ຂາ  ​​ບ້ານບາຍເວິນ, ຕາ​ແສງ​ດິງ​ກື, ແຂວງ​ຮ່​ວາ​ບິງ - ảnh 3

ເອື້ອຍນ້ອງແມ່ຍິງ ຕາແສງ ດິງກື ຫຼິ້ນກິລາຕີບານ (ພາບ: ງອກແອັງ)

      ສະມາຄົມແມ່ຍິງສາຂາບ້ານບາຍເວິນ ໄດ້ເອົາໃຈໃສ່ເປັນພິເສດ ເຖິງຄວາມມຸ່ງຫວັງຂອງສະມາຊິກ ຜ່ານການເຄື່ອນໄຫວຢື້ຢາມຖາມຂ່າວເມື່ອສະມາຊິກເຈັບເປັນ, ລະດົມກຳລັງໃຈບັນດາຄອບຄົວນອນໃນເປົ້າໝາຍນະໂຍບາຍ, ຄອບຄົວມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ຄອບຄົວແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ພ້ອມກັນນັ້ນ, ກໍ່ໄດ້ປະຕິບັດກິດຈະກຳຄົມມະນາຄົມຊົນນະບົດ, ປູກດອກໄມ້ລຽບຕາມເສັ້ນທາງຊົນນະບົດ, ຮູບແບບ “ເຮືອນສະອາດ, ສວນງາມຕາ”, “ໜຶ່ງຂຸມຂີ້ເຫຍື້ອ ໜຶ່ງຕົ້ນໄມ້ສີຂຽວ”, “ປ່ຽນຂີ້ເຫຍື້ອ, ສິ່ງເສດເຫຼືອໃຫ້ເປັນເງິນ”....ເອື້ອຍ ບຸ່ຍທິຢີມ, ປຊຊ ຕາແສງດິງກື ແບ່ງປັນວ່າ:

    ສະມາຄົມແມ່ຍິງສາຂາບ້ານບາຍເວິນ ໄດ້ໂຄສະນາໃຫ້ສະມາຊິກກ່ຽວກັບໂຄງການລ້ຽງໝູ, ງົວ, ໄກ່, ການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ການປົກປັກຮັກສາສິ່ງແວດລ້ອມ. ເອື້ອຍນ້ອງແມ່ຍິງໃນສະມາຄົມ ຍັງໄດ້ໄປພົບປະແລກປ່ຽນດ້ານວັດທະນະທຳ ສິລະປະ ກິລາກາຍະກຳ ອີກດ້ວຍ.

     ສະມາຄົມແມ່ຍິງສາຂາບ້ານບາຍເວິນ ຍັງໄດ້ຕັ້ງໜ້າລະດົມສະມາຊິກ ເຂົ້າຮ່ວມຂະບວນການແຂ່ງຂັນ “ສ້າງແມ່ຍິງ ຮ່ວາບິງ ໃນຍຸກສະໄໝໃໝ່” ດ້ວຍ 4 ຄາດໝາຍ: ມີພູມປັນຍາ, ມີຄຸນສົມບັດ, ມີສຸຂະພາບແຂງແຮງ ແລະ ມີຄວາມຮັບຜິດຊອບ. ພາຍຫຼັງ 17 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຮູບແບບສະມາຄົມແມ່ຍິງສາຂາບ້ານບາຍເວິນ ນັບມື້ນັບໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກສະມາຄົມແມ່ຍິງເມືອງ ລາກເຢືອງ ແລະ ຮູບແບບນີ້ ກໍ່ໄດ້ທະວີຄູນອອກເປັນວົງກວ້າງໃນທົ່ວເມືອງ ລາກເຢືອງ, ແຂວງ ຮ່ວາບິງ./.


 


 


ຕອບກັບ