ປ​ຊ​ຊ ຕາ​ແສງ ເວິນ​ເຊີນ, ແຂວງ ຮ່​ວາ​ບິງ ປູກ​ຕົ້ນ​ໄມ້​ກິນ​ໝາກປະ​ເພດ​ກີບ ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ

ງອກແອັງ
Chia sẻ
(VOVWORLD) -   ຕາແສງເວິນເຊີນ, ເມືອງເຕິນລາກ ແມ່ນສະຖານທີ່ປູກຕົ້ນໄມ້ກິນໝາກປະເພດກີບທີ່ມີຊື່ສຽງຢູ່ແຂວງຮ່ວາບິງ. ຍ້ອນໄດ້ຫັນປ່ຽນຜົນລະປູກ, ຈາກການປູກມັນດ້າງ, ສາລີ, ມັນຕົ້ນ ໄປປູກຕົ້ນໝາກສົ້ມໂອ, ໝາກກ້ຽງ, ປຊຊ ຕາແສງເວິນເຊີນ ຫຼາຍຄົນ ໄດ້ບືນຕົວຂຶ້ນ, ສ້າງຄວາມຮັ່ງມເທື່ອລະກ້າວ.
ປ​ຊ​ຊ ຕາ​ແສງ ເວິນ​ເຊີນ, ແຂວງ ຮ່​ວາ​ບິງ  ປູກ​ຕົ້ນ​ໄມ້​ກິນ​ໝາກປະ​ເພດ​ກີບ ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ - ảnh 1

ເອື້ອຍ ດິງທິກວຽດ ຊາວບ້ານໂຊມ, ຕາແສງເວິນເຊີນ

(ພາບ: ງອກແອັງ)

      ຕາແສງເວິນເຊີນ ຢູ່ຫ່າງຈາກໃຈກາງເມືອງ ເຕິນລາກ 20 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ, ລວມມີ 17 ບ້ານ, ປຊຊ ປະມານ 5.600 ຄົນ ຊື່ງໃນນັ້ນ, ຊາວເຜົ່າ ເມື່ອງ ກວມເອົາ 98%.

   ຢູ່ ຕາແສງເວິນເຊີນ, ປຊຊ ໄດ້ຟື້ນຟູການປູກຕົ້ນໝາກກ້ຽງນ້ອຍ ນາມເຊີນ (ຊື່ງແມ່ນແນວພັນໝາກກ້ຽງນ້ອຍທີ່ໄດ້ປູກແຕ່ຊຸມປີ 50 ຂອງສັດຕະວັດກ່ອນຢູ່ຕາແສງ ນາມເຊີນ, ປະຈຸບັນໂຮມເຂົ້າຕາແສງ ເວິນເຊີນ). ປຊຊ ໄດ້ເອີ້ນແນວພັນໝາກກ້ຽງນ້ອຍນີ້ ແມ່ນໝາກກ້ຽງນ້ອຍບູຮານ. ໝາກກ້ຽງນ້ອຍ ນາມເຊີນ ມີຊື່ສຽງຍ້ອນເປືອກບາງ, ມີນວນ ແລະ ນ້ຳຫຼາຍ, ມີກິ່ນຫອມທີ່ເປັນເອກະລັກສະເພາະ. ຕົ້ນໝາກກ້ຽງນ້ອຍໄດ້ຮັບໃບຢັ້ງຢືນຍີ່ຫໍ້ລວມໝູ່ “ໝາກກ້ຽງນ້ອຍ ນາມເຊີນ” ປີ 2018. ນອກຈາກໝາກກ້ຽງນ້ອຍແລ້ວ, ຊາວກະສິກອນຢູ່ທີ່ນີ້ ຍັງປູກຕົ້ນໄມ້ກິນໝາກບາງຊະນິດອື່ນຄື: ໝາກກ້ຽງແກັງ, ໝາກກ້ຽງໃຈເຫຼືອງ (ໝາກກ້ຽງນ້ຳເຜີ້ງ), ໝາກສົ້ມໂອໃຈແດງ (ສົ້ມໂອທັບທິມ) ເຕິນລາກ. ອ້າຍ ເລຈີຮວຽນ, ຮອງປະທານຄະນະກຳມະການ ປຊຊ ເມືອງ ເຕິນລາກ, ແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ:

    ຕົ້ນໄມ້ກິນໝາກຂອງເມືອງ ເຕິນລາກ ມີເຄື່ອງໝາຍການຄ້າ ແລະ ທີ່ຕັ້ງທີ່ແນ່ນອນໃນຕະຫຼາດຄື: ຕົ້ນໝາກສົ້ມໂອ, ຕົ້ນໝາກກ້ຽງ. ພວກຂ້າພະເຈົ້າໄດ້ຈົດທະບຽນຍີ່ຫໍຜະບິດຕະພັນສຳລັບໝາກສົ້ມໂອໃຈແດງ ເຕິນລາກ ແລະ ໄດ້ຮັບໃບຢັ້ງຢືນວ່າ ແມ່ນຜະລິດຕະພັນ OCOP (ໂຄງການແຫ່ງຊາດ ໜຶ່ງຕາແສງໜຶ່ງຜະລິດຕະພັນ). ໝາກສົ້ມໂອໃຈແດງ ເຕິນລາກ ໄດ້ສົ່ງອອກໄປຕະຫຼາດ ອັງກິດ. ໝາກກ້ຽງນ້ອຍນບູຮານ ນາມເຊີນ ກໍ່ໄດ້ຮັບການຢັງຢືນວ່າ ແມ່ນຜະລິດຕະພັນ OCOP 3 ດາວຂອງແຂວງ ຮ່ວາບິ່ງ.

ປ​ຊ​ຊ ຕາ​ແສງ ເວິນ​ເຊີນ, ແຂວງ ຮ່​ວາ​ບິງ  ປູກ​ຕົ້ນ​ໄມ້​ກິນ​ໝາກປະ​ເພດ​ກີບ ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ - ảnh 2

ປຊຊ ຕາແສງ ເວິນເຊີນ ກຳລັງຫໍ່ໝາກກ້ຽງນ້ອຍ ເພື່ອຂາຍໃຫ້ພໍ່ຄ້າ (ພາບ: ງອກແອັງ)

     ຍ້ອນເງື່ອນໄຂດິນຟ້າອາກາດ, ທີ່ດິນ ຂອງທ້ອງຖິ່ນເອື້ອອຳນວຍ, ຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍໄດ້ເຕີບໃຫ່ຍ, ພັດທະນາດີທີ່ສຸດ, ໃຫ້ສະມັດຕະພາບໝາກສູງ. ໃນລະດູເກັບກ່ຽວ, ເດືອນພະຈິກ, ທັນວາ ຂອງແຕ່ລະປີ, ໃນທົ່ວເຂດໂນນພູຢູ່ລຽບຕາມບ້ານແຫ່ງຕ່າງໆຂອງຕາແສງ ເວິນເຊີນ, ໝາກກ້ຽງ, ໝາກກ້ຽງນ້ອຍ ໄດ້ອອກໝາກດົກທີ່ສຸດ, ອັນໄດ້ເຮັດໃຫ້ທົ່ວເຂດໂນນພູທີ່ກ້ວາງໃຫ່ຍເປັນສີເຫຼືອງອາລ່າມ. ອ້າຍ ຮ່າວັນຮ່າ ຮອງປະທານຄະນະກຳມະການ ປຊຊ ຕາແສງ ເວິນເຊີນ ໃຫ້ຮູ້ວ່າ:

      ພວກຂ້າພະເຈົ້າກຳນົດວ່າ ຕົ້ນໄມ້ປາຍແຫຼມພັດທະນາເສດຖະກິດ ໃນບໍລະເວນຕາແສງ ແມ່ນຕົ້ນໝາກກ້ຽງນ້ອຍບູຮານ. ກ່ອນນີ້ ໄດ້ປູກແຕ່ມັນຕົ້ນ, ມັນດ້າງ, ສາລີ...ປະຈຸບັນ ໄດ້ຫັນປ່ຽນຜົນລະປູກ, ບໍ່ໄດ້ປູກບັນດາຊະນິດຕົ້ນໄມ້ທີ່ບໍ່ມີມູນຄ່າເສດຖະກິດສູງ, ແລ້ວຫັນໄປປູກຕົ້ນໝາກກ້ຽງນ້ອຍ.   ທົ່ວຕາແສງມີເນື້ອທີ່ປູກຕົ້ນໝາກກ້ຽງນ້ອຍກ່ວາ 500 ເຮັກຕາ. ປະຈຸບັນ, ລາຄາທີ່ພໍ່ຄ້າລົງໄປເກັບຊື້ໝາກກ້ຽງນ້ອຍຢູ່ກັບສວນແມ່ນກ່ວາ 1,6 USD /ໂລ.

ປ​ຊ​ຊ ຕາ​ແສງ ເວິນ​ເຊີນ, ແຂວງ ຮ່​ວາ​ບິງ  ປູກ​ຕົ້ນ​ໄມ້​ກິນ​ໝາກປະ​ເພດ​ກີບ ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ - ảnh 3

ຊາວກະສິກອນ ຕາແສງ ເວິນເຊີນ ລົງສວນປູກຕົ້ນໝາກກ້ຽງນ້ອຍ (ພາບ: ງອກແອັງ)

      ຂະບວນການປົວແປງສວນ, ຫັນປ່ຽນບັນດາພືດຜັກທີ່ມີມູນຄ່າເສດຖະກິດຕ່ຳ ໄປປູກຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍ ໄດ້ຂະຫຍາຍອອກໄປທົ່ວຕາແສງ ເວິນເຊີນ ແລ້ວ. ຍ້ອນໄດ້ປູກຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍ, ຫຼາຍຄອບຄົວໃນຕາແສງ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ໄດ້ພັດທະນາເປັນປົກກະຕິ. ອ້າຍ ຮ່າວັນແຈັງ, ຊາວບ້ານໂຊມ, ຕາແສງເວິນເຊີນ ໃຫ້ຮູ້ວ່າ:

     ກ່ອນນີ້ໄດ້ປູກແຕ່ສາລີ, ມັນຕົ້ນເທົ່ານັ້ນ, ແຕ່ໃນໄລຍະມໍ່ໆມານີ້, ເມື່ອມີແນວພັນຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍນີ້, ປຊຊ ໄດ້ຫັນປ່ຽນຜົນລະປູກ. ເຖິງວ່າ ຊີວິດການເປັນຢູ່ປ່ຽນແປງບໍ່ໄດ້ຫຼາຍກໍ່ຕາມ ແຕ່ເສດຖະກິດກໍ່ເຫັນວ່າ ມີຄວາມເປັນປົກກະຕິພໍສົມຄວນ. ເຫັນວ່າ ການປູກຕົ້ນໝາກກ້ຽງໃຫ້ປະສິດທິຜົນດ້ານເສດຖະກິດສູງ, ປຊຊ ກໍ່ຄ່ອຍໆປູກເປັນສວນ. ປະຈຸບັນ, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກກ້ຽງ 2.000 ຕົ້ນ, ກຳໄລໄດ້ເກືອບ 4.100 USD /ປີ.

  ເພື່ອໃຫ້ມີສົ້ນອອກເປັນປົກກະຕິ, ບັນດາສວນປູກຕົ້ນໝາກກ້ຽງ ໄດ້ຮ່ວມສຳພັນກັບວິສາຫະກິດເກັບຊື້ຜະລິດຕະພັນ, ຮັບປະກັນລາຄາຊື້. ດັ່ງນັ້ນ, ມີບາງຄອບຄົວຊາວກະສິກອນໄດ້ຮັບກຳໄລເກືອບ 41.000 USD /ປີ. ເອື້ອຍ ດິງທິກວຽດ ຊາວບ້ານໂຊມ, ຕາແສງເວິນເຊີນ ໃຫ້ຮູ້ວ່າ:

      ປະຈຸບັນ, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍກ່ວາ 1.000 ຕົ້ນ, ລະດູໜຶ່ງໄດ້ຮັບປະມານ 20 ໂຕນ, ພໍ່ຄ້າລົງໄປເກັບຊື້ຢູ່ກັບສວນເລີຍ. ຄອບຄົວຂ້າພະເຈົ້າມີ 6 ຄົນ, ສະເລ່ຍແມ່ນໄດ້ຮັບກຳໄລເກືອບ 8.200 USD /ຄົນ/ປີ. ຍ້ອນປູກ ຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍ, ຄອບຄົວຂ້າພະເຈົ້າສາມາດກໍ່ສ້າງເຮືອນ, ຊື້ລົດຈັກ, ຊື້ຈັກຖາງຕັດຫຍ້າໄດ້. ໃນໄລຍະຈະມາເຖິງ, ຄອບຄົວຂ້າພະເຈົ້າຈະເປີດກ້ວາງເນື້ອທີ່ປູກ ເພື່ອໃຫ້ເສດຖະກິດພັດທະນາດີກ່ວາອີກ. ທາງຕາແສງຍັງໄດ້ໜູນຊ່ວຍດ້ານທຶນຮອນ, ເປີດຊຸຝຶກອົບຮົມ ໃຫ້ບັນດາຄອບຄົວເຮັດເສດຖະກິດອີກດ້ວຍ.

      ເຖິງວ່າແມ່ນຕາແສງທຸກຍາກພິເສດຢູ່ແຂວງ ຮ່ວາບິງ ກໍ່ຕາມ, ແຕ່ໃນຊຸມປີຜ່ານມາ, ຊີວິດການເປັນຢູ່ຂອງ ປຊຊ ຕາແສງ ເວິນເຊີນ ກໍ່ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ໝາກສົ້ມໂອ, ໝາກກ້ຽງ, ໝາກກ້ຽງນ້ອຍຂອງຕາແສງ ໄດ້ສົ່ງໄປຂາຍຢູ່ຫຼາຍແຂວງ, ນະຄອນທາງພາກເໜືອ ຫວຽດນາມ ຄື: ຮ່າໂນ້ຍ, ບັກຢາງ, ຮຶງອຽນ... ເລື່ອງຕົ້ນໄມ້ກິນໝາກຢູ່ທ້ອງຖິ່ນ ໄດ້ຜະລິດຕາມທິດສິນຄ້າ ດ້ວຍຂອບຂະໜາດໃຫ່ຍ, ລວມສູນ ແລະ ໝູນໃຊ້ຄວາມກ້າວໜ້າດ້ານເຕັກນິກນັ້ນ ໄດ້ສ້າງໃຫ້ມີຜະລິດຕະພັນທີ່ມີຄຸນນະພາບສູງ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ ປຊຊ./.




ຕອບກັບ