ຕ້າທູເຮືອງ ນາຍຊ່າງຍິງນຳກຸບໃບໄມ້ບ້ານຈວງ ອອກໄປແນະນຳຢູ່ຕ່າງປະເທດ

Kim Thanh - Phuong Hoa - Thu Hoa
Chia sẻ
(VOVWORLD) -      ຜະລິດຕະພັນກຸບບ້ານ ຈວງ ທີ່ພິເສດສະເພາະທີ່ສຸດ ອາດຈະແມ່ນກຸບແພໄໝ ຮ່າດົງ ໂດຍນາຍຊ່າງ ຕ້າທູເຮືອງ ປະດິດສ້າງ, ສົມທົບລະຫວ່າງກຸບໃບໄມ້ພື້ນເມືອງ
ຕ້າທູເຮືອງ ນາຍຊ່າງຍິງນຳກຸບໃບໄມ້ບ້ານຈວງ ອອກໄປແນະນຳຢູ່ຕ່າງປະເທດ - ảnh 1(ນາຍຊ່າງ ຕ້າທູເຮືອງ)
 
 

ໂດຍໄດ້ຜ່ານໄລຍະເວລາກ່ວາ 4 ທົດສະວັດທີ່ມີອາຊີບເຮັດກຸບໃບມ້ນັ້ນ, ບ້ານ ຈວງ (ຕາແສງເຟືອງຈູງ, ເມືອງແທັງອວຍ, ຮ່າໂນ້ຍ) ໃນປະຈຸບັນກໍ່ມີໜ້ອຍຄົນທີ່ີເຮັດອາຊີບນີ້ ແຕ່ຜູ້ທີ່ເຮັດອາຊີບນີ້ກໍ່ຍັງລ້ວນແຕ່ ພະຍາຍາມຮັກສາອາຊີບພື້ນເມືອງ ຂອງລຸ້ນພໍ່ລຸ້ນອ້າຍທີ່ປະໄວ້ໃຫ້ນີ້. ໃນຈຳນວນເຫຼົ່ານັ້ນມີນາຍຊ່າງ ຕ້າທູເຮືອງ, ຜູ້ມີຄວາມເມົາມົວກັບອາຊີບພື້ນເມືອງ, ຮັກສາບັນດາຄຸນຄ່າຂອງກຸບໃບມ້ບ້ານ ຈວງ ຕໍ່ຄວາມສ່ຽງ ທີ່ຈະຖືກສູນເສຍໄປ ແລະ ມີການປະດິດສ້າງພິເສດສະເພາະ, ແນະນຳກຸບໃບມ້ບ້ານ ຈວງ ກັບແຂກທ່ອງທ່ຽວສາກົນຫຼາຍຄົນ ກໍ່ຄືສົ່ງອອກໄປຍັງຫຼາຍປະເທດໃນໂລກ.

  ໃນບ້ານສ່ວນຕົວຂອງ ນາຍຊ່າງ ຕ້າທູເຮືອງ (ເກີດປີ 1968), ພວກເຮົາສາມາດເຫັນປະຈັກຕາ ບັນດານາຍຊ່າງທີ່ພວມດຸໝັ່ນຂະຫຍັນພຽນເຮັດກຸບແພໄໝດ້ວຍຫຼາຍສີສັນ, ຂະໜາດທີ່ແຕກຕ່າງກັນ… ເຖິງວ່າ ຕ້ອງເຮັດຢ່າງລະອຽດລະອໍຄືແນວນັ້ນ, ແຕ່ຖ້າຂາຍຢູ່ພາຍໃນປະເທດ, ກຸບທີ່ງາມທີ່ສຸດຂອງບ້ານ ຈວງ ກໍ່ຂາຍໄດ້ພຽງ 100.000 ດົ່ງ (4 USD)/ອັນ ເທົ່ານັ້ນ, ສ່ວນທີ່ເຫຼືອສະເລ່ຍກໍ່ຂາຍໄດ້ປະມານແຕ່ 50.000-70.000/ອັນ. ເອື້ອຍ ຟ້າມທິຮວຽນ, ອາຍຸ 38 ປີ, ຊາວບ້ານ ຈວງ ໃຫ້ຮູ້ວ່າ:

  ເພື່ອເຮັດກຸບໄດ້ອັນໜຶ່ງຕ້ອງຜ່ານຫຼາຍຂັ້ນຕອນ, ໃບໄມ້ຂຽວຕ້ອງຍ່ອງແລ້ວຕາກແຫ້ງ, ຫຼັງຈາກນັ້ນ ຕ້ອງຕັດແຍກໃບແລ້ວລີດໃຫ້ຊື່ ແລະ ລຽບພຽງ. ເພື່ອເຮັດກຸບອັນໜຶ່ງສຳເລັດຕ້ອງໃຊ້ເວລາ 5 ຊົ່ວໂມງ.

     ຜະລິດຕະພັນກຸບບ້ານ ຈວງ ທີ່ພິເສດສະເພາະທີ່ສຸດ ອາດຈະແມ່ນກຸບແພໄໝ ຮ່າດົງ ໂດຍນາຍຊ່າງ ຕ້າທູເຮືອງ ປະດິດສ້າງ, ສົມທົບລະຫວ່າງກຸບໃບໄມ້ພື້ນເມືອງ ແລະ ຄວາມລະອຽດອ່ອນນຸ້ມຂອງແພໄໝ. ເອື້ອຍ ຟ້າມທິມາຍ ແບ່ງປັນວ່າ:

    ນັບແຕ່ລຸ້ນພໍ່ແມ່ຕອດຫຼອດຮອດລຸ້ນລູກລຸ້ນຫຼານ ກໍ່ລ້ວນແຕ່ສາມາດເຮັດກຸບໃບໄມ້ໄດ້, ເຮັດກຸບແມ່ນຈະມີເງິນ. ນອກຈາກເຮັດວຽກງານກະສິກຳແລ້ວກໍ່ເຮັດກຸບຕື່ມອີກ. ເພື່ອສົ່ງໄປຂາຍຢູ່ຕ່າງປະເທດໄດ້ຕ້ອງປັບປຸງ ຮູບແບບໃຫ້ງາມຕາ. ຕົວຢ່າງຄື: ແຕ່ກ່ອນເຮັດແຕ່ກຸບທຳມະດາ ແຕ່ປະຈຸບັນເຮັດກຸບແພໄໝ, ແຕ້ມຮູບ ຫລື ແສ່ວໃສ່ພ້ອມ.

  ພ້ອມກັບບັນດານາຍຊ່າງອື່ນໆ, ນາຍຊ່າງ ຕ້າທູເຮືອງ ທັງເຮັດທັງແນະນຳໃຫ້ຄົນອື່ນ. ໂດຍໄດ້ຕິດພັນກັບອາຊີບ ເຮັດກຸບນີ້ມາເປັນເວລາເກືອບ 50 ປີແລ້ວ, ນາຍຊ່າງ ຕ້າທູເຮືອງ ແມ່ນໜຶ່ງໃນບັນດານາຍຊ່າງຂອງບ້ານ ຈວງ ທີ່ພວມຮັກສາອາຊີບມູນເຊື້ອນີ້ໄວ້. ນາຍຊ່າງ ຕ້າທູເຮືອງ ແບ່ງປັນວ່າ:

   ນັບແຕ່ຄາວຍັງນ້ອຍ, ຂ້າພະເຈົ້າໄດ້ເຫັນປະຈັກຕາຊາວບ້ານເອົາກຸບໄປຂາຍ ແລ້ວເອົາກຸບກັບມາ. ເຂົາເຈົ້າໄດ້ເວົ້ານຳກັນວ່າ “ມື້ນີ້ບໍ່ມີເງິນຊື້ເຂົ້າແລ້ວ”, ຂ້າພະເຈົ້າເຫັນໄດ້ເຖິງຄວາມທຸກຍາກຂອງຊາວບ້ານ. ພາຍຫຼັງຮຽນຈົບມັດທະຍົມຕອນປາຍ, ຂ້າພະເຈົ້າໄດ້ເອົາກຸບບ້ານ ຈວງ ໄປແນະນຳໃຫ້ບັນດາບໍລິສັດ ສົ່ງອອກ-ນຳເຂົ້າ, ຝາກຮູບແບບ ແລະ ເວົ້າກັບເຂົາເຈົ້າວ່າ ຖ້າມີໃບສັ່ງຊື້ແມ່ນເອົາໃຫ້ຂ້າພະເຈົ້າເຮັດ. ຂ້າພະເຈົ້າຮັກອາຊີບນີ້ຫຼາຍ, ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ຂ້າພະເຈົ້າກໍ່ເຊັນສັນຍາ ຂາຍກຸບສະບັບທຳອິດກັບບໍລິສັດສົ່ງອອກ-ນຳເຂົ້າຢູ່ ຮຶງອຽນ.

ຕ້າທູເຮືອງ ນາຍຊ່າງຍິງນຳກຸບໃບໄມ້ບ້ານຈວງ ອອກໄປແນະນຳຢູ່ຕ່າງປະເທດ - ảnh 2(ນາຍຊ່າງ ຕ້າທູເຮືອງ ໄດ້ປະດິດສ້າງຫຼາຍຮູບແບບກຸບພິເສດສະເພາະ)

     ໂດຍເຫັນໄດ້ເຖິງຄວາມຕ້ອງການທີ່ມີຫຼາຍຮູບຫຼາຍແບບຂອງລູກຄ້າ, ນາຍຊ່າງ ຕ້າທູເຮືອງ ໄດ້ປະດິດສ້າງຫຼາຍຮູບແບບກຸບພິເສດສະເພາະ ຊື່ງບໍ່ພຽງແຕ່ໃຊ້ໃນຊີວິດປະຈຳວັນເທົ່ານັ້ນ, ຫາກຍັງໄດ້ກາຍເປັນຜະລິດຕະພັນສິລະປະດ້ວຍຮູບແຕ້ມ, ລວດລາຍທີ່ໄດ້ແຕ້ມຢ່າງລະອຽດລະອໍທີ່ສຸດອີກດ້ວຍ. ນາຍຊ່າງ ຕ້າທູເຮືອງ ໃຫ້ຮູ້ຕື່ມອີກວ່າ:

   ຂ້າພະເຈົ້າ ເຮັດໄດ້ບັນດາໃບສັ່ງຊື້ສົ່ງອອກຄືແນວນັ້ນ, ບໍ່ແມ່ນກຸບແບບເກົ່າ ຫາກໄດ້ປັບປຸງໃໝ່, ແຕ່ລະປະເທດຈະມີແບບໜຶ່ງ. ມີຜົວເມຍຊາວ ອົດສະຕາລີ ໄດ້ສັ່ງເຮັດກຸບດ້ວຍຫຼາຍຂະໜາດແຕກຕ່າງກັນ ແລະ ສີສັນຫຼາກຫຼາຍ ແລ້ວເຮົາຕ້ອງເຮັດແນວໃດເພື່ອຖືກກັບຄວາມຕ້ອງການຂອງເຂົາເຈົ້າ. ຄືແນວນັ້ນຈຶ່ງເຫັນວ່າ ເຮົາສາມາດກໍ່ຮ່າງສ້າງຕົວດ້ວຍອາຊີບນີ້ໄດ້.

 ໂດຍໄດ້ມີຄວາມສຸດຈິດສຸດໃຈກັບອາຊີບນີ້, ນາຍຊ່າງ ຕ້າທູເຮືອງ ຍາມໃດກໍ່ພະຍາຍາມປະດິດສ້າງບັນດາຜະລິດຕະພັນພິເສດສະເພາະຕື່ມອີກ ເພື່ອດຶງດູດແຂກທ່ອງທ່ຽວມາໝູ່ບ້ານອາຊີບແຫ່ງນີ້, ຈາກນັ້ນ ຈຶ່ງສາມາດເພີ່ມລາຍຮັບໃຫ້ແກ່ຄອບຄົວ ແລະ ຊາວບ້ານ. ນາຍຊ່າງ ຕ້າທູເຮືອງ ກໍ່ໄດ້ທົດລອງເຮັດກຸບທີ່ມີຫຼາຍຮູບແບບ, ແຕ້ມຮູບ, ແສ່ວພາບທິວທັດທຳມະຊາດຂອງ ຫວຽດນາມ ທີ່ມີລັກສະນະພິເສດສະເພາະທີ່ສຸດ. ຈາກບ້ານ ຈວງ, ກຸບໃບໄມ້ໄດ້ນຳຈິດວິນຍານ ຫວຽດນາມ ໄປສູ່ແຂກທ່ອງທ່ຽວຢູ່ທຸກແຫ່ງໃນທົ່ວໂລກ. ສະເລ່ຍແຕ່ລະປີ, ຮາກຖານຜະລິດຂອງນາຍຊ່າງ ຕ້າທູເຮືອງ ໄດ້ສົ່ງກຸບໄປຂາຍຢູ່ ຍີ່ປຸ່ນ, ສ.ເກົາຫຼີ, ເອີລົບ ປະມານແຕ່ 20.000-30.000 ອັນ ດ້ວຍລາຄາສູງທົບຫຼາຍເທົ່າ ເມື່ອທຽບກັບລາຄາຂາຍຢູ່ພາຍໃນປະເທດ, ນຳມາເຊິ່ງແຫຼ່ງລາຍຮັບສູງໃຫ້ແກ່ຄອບຄົວ ກໍ່ຄືໄດ້ສ້າງວຽກເຮັດງານທຳໃຫ້ແຮງງານປະຈຳ 20 ຄົນຢູ່ຮາກຖານຂອງຕົນ, ພ້ອມກັບບັນດາຄອບຄົວຜະລິດຢູ່ເຂດໃກ້ຄຽງ ດ້ວຍລາຍຮັບສະເລ່ຍແຕ່ 2-5 ລ້ານດົ່ງ/ຄົນ/ເດືອນ ( ປະມານແຕ່ 85 USD-215 USD):

  ໃນເບື້ອງຕົ້ນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແລ້ວກໍ່ຄິດວ່າ ຕ້ອງເຮັດກຸບແພໄໝເພື່ອໃຫ້ລູກຄ້ານິຍົມ. ທຳອິດ ເຮັດບາງອັນກໍ່ບໍ່ໄດ້ ແລະ ບາງອັນກໍ່ຂາຍບໍ່ໄດ້, ປະຈຸບັນນີ້ ກຸບແພໄໝກໍ່ໄດ້ຮັບຄວາມນິຍົມທີ່ສຸດ. ເອື້ອຍນ້ອງໃນທົ່ວປະເທດກໍ່ນິຍົມຫຼາຍ ແລະ ຂາຍກໍ່ໄດ້ຫຼາຍເຊັ່ນດຽວກັນ. ປະຈຸບັນ, ຊາວບ້ານຫຼາຍຄົນກໍ່ສາມາດເຮັດກຸບແພໄໝໄດ້, ມີລາຍຮັບເປັນປົກກະຕິ.

  ເມື່ອຊິວິດໃນຍຸກທັນສະໄຫມໄດ້ເຮັດໃຫ້ບັນດາໝູ່ບ້ານອາຊີບຄ່ອຍໆຖືກສູນເສຍໄປ, ເລື່ອງບັນດານາຍຊ່າງທີ່ມີຄວາມສຸດຈິດສຸດໃຈຄື ເອື້ອຍ ຕ້າທູເຮືອງ ພວມປະກອບສ່ວນຮັກສາບັນດາຄຸນຄ່າ, ສີສັນວັດທະນະທຳ ແລະ ສັນຍາລັກທີ່ເປັນມູນເຊື້ອຂອງໝູ່ບ້ານອາຊີບໄວ້. ພ້ອມກັບຄວາມຮັກມັກ, ຄວາມສຸດຈິດສຸດໃຈກັບກຸບໃບໄມ້ພື້ນເມືອງຂອງຊາດນັ້ນ, ຫຼາຍຄົນໄດ້ຖືວ່າ ເອື້ອຍເຮືອງ ແມ່ນ “ນັກການທູດກຸບ”. ນາຍຊ່າງ ຕ້າທູເຮືອງ ປາດຖະໜາຢາກຖ່າຍຖອດຄວາມເມົາມົວນີ້ ໃຫ້ທຸກຄົນໃນສັງຄົມ./.

ຕອບກັບ