ຊາວກະສິກອນແຂວງ ເຊີນລາ ສ້າງຄວາມຮັ່ງມີຈາກການປູກຕົ້ນ Strawberry

Tran Long - Vinh Phong
Chia sẻ
(VOVWORLD) - ປະຈຸບັນ, ທົ່ວແຂວງ ເຊີນລາ ມີເນື້ອທີ່ປູກຕົ້ນ Strawberry 400 ເຮັກຕາ, ຄາດວ່າປະລິມານຜົນລະປູກ Strawberry ສົດ 3.500 ໂຕນ ໂດຍສຸມໃສ່ສ່ວນຫຼາຍຢູ່ 3 ເມືອງມົກເຈົາ, ມາຍເຊີນ ແລະ ອຽນເຈົາ.
ຊາວກະສິກອນແຂວງ ເຊີນລາ  ສ້າງຄວາມຮັ່ງມີຈາກການປູກຕົ້ນ Strawberry - ảnh 1(Strawberry ມີລາຄາປະມານແຕ່ 150.000-300.000 ດົ່ງ (7-13 USD)/ໂລ)

  ໃນຊຸມມື້ນີ້, ຢູ່ບັນດາສວນູກຕົ້ນ Strawberry (ສະຕໍເບີລີ້) ຂອງແຂວງ ເຊີນລາ, ຊາວກະສິກອນພວມຫ້າວຫັນບົວລະບັດສວນຂອງຕົນ ຊື່ງພວມເຂົ້າສູ່ລະດູອອກໜໍ່ຈໍ່ດອກ. ເຖິງວ່າໄດ້ປູກຕົ້ນ Strawberry ໄດ້ພຽງ 2,3 ປີມານີ້ເທົ່ານັ້ນ ແຕ່ຕົ້ນມ້ກິນໝາກຊະນິດນີ້ໄດ້ ແລະ ພວມຢັງຢືນມູນຄ່າດ້ານເສດຖະກິດ, ນຳມາເຊິ່ງດູການເກັບກ່ຽວທີ່ໄດ້ຮັບຜົນດີ, ຊ່ວຍຊາວກະສິກອນ ເຊີນລາ ມີລາຍຮັບນັບແສນ USD /ປີ.

   ໃນເຂດທົ່ງນາປູກຕົ້ນ Strawberry ຢູ່ຕາແສງ ເມື່ອງຊາງ, ເມືອງມົກເຈົາ, ແຂວງເຊີນລາ, ຄອບຄົວອ້າຍ ຫງວຽນມິນຮຽວ ພວມພູນດິນ, ນຳຜ້າຢາງມາປົກກົກ, ກະກຽມໃຫ້ຕົ້ນ Strawberry ອອກໝາກ. ອ້າຍ ຮຽວ ໃຫ້ຮູ້ວ່າ: ປີ 2020, ຄອບຄົວອ້າຍໄດ້ລົງທຶນ 2 ຕື້ດົ່ງ (ເກືອບ 100.000 USD) ເພື່ອປູກຕົ້ນ Strawberry ສົມທົບກັບຮູບແບບການທ່ອງທ່ຽວ. ຍ້ອນໄດ້ນຳໃຊ້ຂັ້ນຕອນການຜະລິດອົງຄະທາດ,  ທຳມະຊາດ ແລະ ດິນຟ້າອາກາດເອື້ອອຳນວຍ ໄດ້ຊ່ວຍໃຫ້ໝາກ Strawberry ພັດທະນາດີ, ມີລົດຊາດຫວານພໍດີ, ສີສັນງາມຕາ, ໄດ້ຮັບຄວາມນີຍົມຊົມຊອບຈາກຕະຫຼາດ. ດ້ວຍລາຄາປະມານແຕ່ 150.000-300.000 ດົ່ງ (7-13 USD)/ໂລ, ສະເລ່ຍໃນແຕ່ລະລະດູການ, ສວນ Strawberry ຂອງຄອບຄົວອ້າຍ ໄດ້ໃຫ້ລາຍຮັບເກືອບ 4 ຕື້ດົ່ງ (ປະມານ 175.000 USD). ກ້າວເຂົ້າສູ່ລະດູການປີນີ້, ຄອບຄົວອ້າຍໄດ້ລົງທຶນຕື່ມອີກເພື່ອປົວແປງ, ຍົກລະດັບສວນ Strawberry,  ອ້າຍ ຫງວຽນມິນຮຽວ ໃຫ້ຮູ້ຕື່ມອີກວ່າ:

   ສວນ Strawberry ມີຈຸດທີ່ແຕກຕ່າງກັນເມື່ອທຽບກັບສວນແຫ່ງອື່ນໆ ແມ່ນເຮົາບໍ່ໄດ້ປູກຕາມແບບເກົ່າ, ຫາກໄດ້ປູກຕາມມາດຖານ Organic, ໝາຍຄວາມວ່າ ມາດຖາອົງຄະທາດຂອງໂລກ, ບັນລຸມາດຖານຜະລິດຕະພັນປອດສານພິດ ແລະ ດີທີ່ສຸດ, ເມື່ອແຂກທ່ອງທ່ຽວກິແລ້ວຈະຈື່ຈຳລົດຊາດໝາກ Strawberry ຂອງແຂວງເຊີນລາ.

   ເອື້ອຍ ຫງວຽນທິລານ ສະມາຊິກສະຫະກອນໝາກ Strawberry ຊວັນເກ, ຕາແສງ ກໍນອຍ, ເມືອງມາຍເຊີນ, ແຂວງເຊີນລາ, ໃຫ້ຮູ້ວ່າ: ຕົ້ນ Strawberry ເໝາະສົມກັບການປູກຢູ່ບ່ອນມີອຸນຫະພູມຕ່ຳ, ຄວາມຊຸ່ມສູງ. ການເກັບກ່ຽວຈະເລີ່ມແຕ່ເດືອນທັນວາປີນີ້ ຮອດເດືອນມີນາ ປີຕໍ່ໄປ. ໃນເນື້ອທີ່ປູກ 1 ເຮັກຕາ, ສະເລ່ຍ 2 ວັນກໍ່ສາມາດເກັບໝາກເທື່ອ 1 ດ້ວຍເກືອບ 200 ໂລ ແລະ ຂາຍໄດ້ປະມານແຕ່ 150.000-200.000 ດົ່ງ (7-9 USD)/ໂລ, ແລ້ວລາຍຮັບບັນລຸປະມານ 30 ລ້ານດົ່ງ (1.300 USD) /ມື້. ເອື້ອຍ ຫງວຽນທິລານ ໃຫ້ຮູ້ວ່າ:

    ປີນີ້, ສະຫະກອນໝາກ Strawberry ຊວັນເກ ມີເນື້ອທີ່ປູກປະມານ 30 ເຮັກຕາ, ການປູກແບບອົງຄະທາດ ແລະ ໃສ່ຝຸ່ນກໍ່ແມ່ນຝຸ່ນອົງຄະທາດ. ພວກຂ້າພະເຈົ້າມີແຜນການຜະລິດເຊື່ອມຕໍ່ລະດູການ, ໝາຍຄວາມວ່າ ໃນເວລາ 15 ວັນຈະປູກຄັ້ງ 1 ເພື່ອປະລິມານຜົນລະປູກຈະສະໝ່ຳສະເໝີ, ຫລີກລ້ຽງກໍລະນີລະດູການສຸກຫຼາຍເກີນໄປ.

   ປະຈຸບັນ, ທົ່ວແຂວງ ເຊີນລາ ມີເນື້ອທີ່ປູກຕົ້ນ Strawberry 400 ເຮັກຕາ, ຄາດວ່າປະລິມານຜົນລະປູກ Strawberry ສົດ 3.500 ໂຕນ ໂດຍສຸມໃສ່ສ່ວນຫຼາຍຢູ່ 3 ເມືອງມົກເຈົາ, ມາຍເຊີນ ແລະ ອຽນເຈົາ. ຕົ້ນ Strawberry ເຄີຍໄດ້ປູກໃນເຂດຄ້ອຍເປີ້ນພູ,   ຢູ່ອ້ອມແອ້ມບັນດາເຮືອນຂອງຊາວກະສິກອນ, ແທນໃຫ້ຕົ້ນສາລີ, ຕົ້ນມັນຕົ້ນໃນເມື່ອກ່ອນ. ດ້ວຍການກຳນົດທິດພັດທະນາເຂດປູກຕົ້ນ Strawberry ຕິດພັນກັບການຮ່ວມສຳພັນຜະລິດ ແລະ ຈຳໜ່າຍຜະລິດຕະພັນ, ຍູ້ແຮງການໝູນໃຊ້ເຕັກໂນໂລຊີສູງ ເຂົ້າໃນການຜະລິດ, ສ້າງຜະລິດຕະພັນປອດສານພິດນັ້ນ, ຂະແໜງກະສິກຳແຂວງ ເຊີນລາ ໄດ້ໂຄສະນາ, ແນະນຳບັນດາຄອບຄົວໃນການບົວລະບັດຕາມຂັ້ນຕອນປະຕິບັດການຜະລິດກະສິກຳດີຢູ່ ຫວຽດນາມ (VietGAP);  ປະຕິບັດບັນດາຂໍ້ກຳນົດການຄ້ຳປະກັນສະບຽງອາຫານເປັນຢ່າງດີ, ນຳໃຊ້ຢາຂ້າສັດຕູພືດຕາມທິດອົງຄະທາດ… ເພື່ອໃຫ້ມີໝາກ Strawberry ແຊບ, ປອດສານພິດ. ຄຽງຄູ່ກັນນັ້ນແມ່ນການເພີ່ມທະວີການໂຄສະນາ, ເປີດກ້ວາງຕະຫຼາດ, ດຶງດູດບັນດາວິສາຫະກິດໃນການຈຳໜ່າຍຜະລິດຕະພັນ, ປຸງແຕ່ງ, ຫຸ້ມຫໍ່ໝາກ Strawberry. ທ່ານ ຮ່າຍືເຮ້ວ ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ໃຫ້ຮູ້ວ່າ:

   ເພື່ອພັດທະນາຕົ້ນ Strawberry ທີ່ນຳມາເຊິ່ງມູນຄ່າສູງ, ທາງພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ໄດ້ແນະນຳດ້ານເຕັກນິກໃຫ້ບັນດາສະຫະກອນ, ວິສາຫະກິດ ເພື່ອຜະລິດໝາກ Strawberry ຕາມທິດອົງຄະທາດ, ປອດສານພິດ. ທີສອງແມ່ນຮຽກຮ້ອງວິສາຫະກິດຢູ່ບັນດາແຂວງ, ສູນສົ່ງເສີມ ເພື່ອຮ່ວມສຳພັນໃນການລົງທຶນ, ໜູນຊ່ວຍຊາວກະສິກອນດ້າເຕັກນິກ ກໍ່ຄືມີສັນຍາຮັບຈຳໜ່າຍໃຫ້ແກ່ຊາວກະສິກອນ.

   ດ້ວຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ານເງື່ອນໄຂທຳມະຊາດຂອງແຂວງ ເຊີນລາ ນັ້ນ, ຊາວທ້ອງຖິ່ນ ໄດ້ກ້າລົງທຶນພັດທະນາຕົ້ນ Strawberry ຕິດພັນກັບການພັດທະນາການທ່ອງທ່ຽວ, ນຳມາເຊິ່ງປະສິດທິຜົນເສດຖະກິດສູງ. ຕົ້ນ Strawberry ໄດ້ ແລະ ພວມຢັ້ງຢືນມູນຄ່າດ້ານເສດຖະກິດ ຜ່ານແຕ່ລະລະດູການ, ປະກອບສ່ວນຊ່ວຍຊາວກະສິກອນແຂວງ ເຊີນລາ ຫັນຄວາມຄາດຫວັງ ສ້າງຄວາມຮັ່ງມີໃນເຂດດິນແດນແຫ່ງບ້ານເກີດເມືອງນອນ ໃຫ້ປະກົດຜົນເປັນຈິງ./.

ຕອບກັບ