ງານ​ບຸນ​ລົງ​ທົ່ງ​ນາ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ່ ຢູ່​ແຂວງ ຮ່າ​ຢາງ

Vinh Phong
Chia sẻ
(VOVWORLD) -   ເມື່ອມາຢ້ຽມຢາມເຂດດິນແດນ ຮ່າຢາງ ໃນຍາມຕົ້ນລະດູບານໃໝ່, ທ່ານຈະໄດ້ເຂົ້າຮ່ວມ ແລະ ຊອກຮູ້ຫຼາຍງານບຸນທີ່ເປັນເອກະລັກພິເສດສະເພາະ, ໃນນັ້ນ ມີງານບຸນລົງທົ່ງນາຂອງຊາວເຜົ່າໄຕ່. ນີ້ແມ່ນງານບຸນທີ່ມີຄວາມໝາຍດ້ານຈິດວິນຍານ, ພິເສດສະເພາະ, ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳ ແລະ ຄຸນຄ່າມະນຸດສະທຳຂອງ ປຊຊ ຢູ່ເຂດດິນດນເທິງສຸດຂອງປະເທດຊາດ ຫວຽດນາມ.
ງານ​ບຸນ​ລົງ​ທົ່ງ​ນາ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ່ ຢູ່​ແຂວງ ຮ່າ​ຢາງ - ảnh 1ພິທີຖະຫວາຍທູບທຽນຂໍໃຫ້ດິນຟ້າເອື້ອອຳນວຍ (ພາບ: TTXVN)

    ແຕ່ລະປີ, ໃນວັນທີ 8 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ປຊຊ ຊາວເຜົ່າໄຕ່ ຢູ່ຕາແສງຊວັນຢາງ, ເມືອງກວາງບິນ, ແຂວງຮ່າຢາງ ໄດ້ຈັດງານບຸນລົງທົ່ງນາ ເຊິ່ງແມ່ນການດຳເນີນຊີວີດວັດທະນະທຳເຫຼື້ອມໃສພື້ນເມືອງ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າໄຕ່.

  ເມື່ອກ່ອນນີ້, ງານບຸນລົງທົ່ງນາ ເຄີຍຖືກຈັດຢູ່ເຂດທົ່ງນາກ້ວາງໃຫ່ຍກວ່າໝູ່, ຄຸນນະພາບດິນດີກ່ວາໝູ່ໃນໝູ່ບ້ານ. ປະຈຸບັນ, ເມືອງກວາງບິນ ໄດ້ຈັດງານບຸນລົງທົ່ງນາຢູ່ເດີ່ນໃຈກາງບ້ານຈີ່, ຕາແສງຊວັນຢາງ. ເຖິງວ່າ ອາກາດຍາມຕົ້ນລະດູບານໃໝ່ ຍັງໜາວຈັດກໍ່ຕາມ, ນັບແຕ່ຮຸ່ງເຊົ້າ, ຢູ່ເດີ່ນບ້ານຈີ່ ກໍ່ມີ ປຊຊ ແລະ ແຂກນັບພັນຄົນເຂົ້າຮ່ວມງານບຸນແລ້ວ. ຕາມທ່ານ ນົງກວາງເຈິດ, ຮອງປະທານຄະນະກຳມະການ ປຊຊ ຕາແສງຊວັນຢາງ ແລ້ວ, ງານບຸນທີ່ມີລັກສະນະພິທີກຳຂອງດ້ານກະສິກຳໃນເມື່ອກ່ອນ ໄດ້ເປີດສາກໃຫ້ລະດູການຜະລິດໃໝ່ ແມ່ນໂອກາດເພື່ອໃຫ້ຊາວເຜົ່າໄຕ່ ສະແດງຄວາມຮູ້ບຸນຄຸນຕໍ່ດິນຟ້າ, ບັນພະບູລຸດ, ປູ່ຍ່າຕາຍາຍ, ພໍ່ແມ່, ບັນດາຜູ້ໄດ້ບຸກເບີກທົ່ງນາແຫ່ງທຳອິດ ແລະ ບອກສອນການລ້ຽງປູກ, ການເກັບກ່ຽວ, ກົດເກນຂອງດິນຟ້າອາກາດ, ຝົນຕົກແດດອອກ, ລົມໝອກ, ຂອງນ້ຳເຫື່ອຈາກການອອກແຮງງານ…ໄດ້ສ້າງໃຫ້ມີບັນດາສິ່ງທີ່ລ້ຳຄ່າ ເພື່ອລ້ຽງດູມວນມະນຸດ. ທ່ານ ນົງກວາງເຈິດ ໃຫ້ຮູ້ວ່າ:

   ງານບຸນລົງທົ່ງນາ ໄດ້ຕິດພັນກັບບ້ານຈີ່ ເພື່ອພັດທະນາການທ່ອງທ່ຽວເຂດຊຸມຊົນ.    ງານບຸນລົງທົ່ງນາ ຂໍພາວະນາໃຫ້ດິນຟ້າເອື້ອອຳນວຍ, ລະດູເກັບກ່ຽວໄດ້ຮັບຜົນດີ, ປຊຊ ຢູ່ເຢັນເປັນສຸກ.

   ງານບຸນລົງທົ່ງນາມີສອງພາກສ່ວນ: ພິທີກຳ ແລະ ງານບຸນ. ພາກພິທີກຳຈະມີການບູຊາດິນຟ້າ ແລະ ເທວະດາຟ້າແຖນ ຂໍໃຫ້ດິນຟ້າເອຶ້ອອຳນວຍ, ທຸກຄົນມີສຸຂະພາບເຂັ້ມແຂງ, ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ລະດູເກັບກ່ຽວໄດ້ຮັບຜົນດີ. ເພື່ອຈັດຕັ້ງງານບຸນ, ຊາວເຜົ່າໄຕ່ ຢູ່ 9 ບ້ານຂອງຕາແສງຊວັນຢາງ ໄດ້ພ້ອມກັນກະກຽມພາເຂົ້າບູຊາ. ເອື້ອຍ ຮວ່າງທິທູ ແລະ ອ້າຍ ຮວາງວັນຕວ່ານ ຢູ່ບ້ານຈີ່, ຕາແສງຊວັນຢາງ ໃຫ້ຮູ້ວ່າ:

    ເມື່ອງານບຸນລົງທົ່ງນາວຽນມາ, ພວກຂ້າພະເຈົ້າກໍ່ໄດ້ຫ້າງຫາກະກຽມເຄື່ອງບູຊາ, ລວມມີ: ພາເຂົ້າໜຽວ, ໄກ່ໂຕໜຶ່ງ, ໝາກໄມ້, ເຂົ້າໜົມຊະນິດຕ່າງໆ…ທຸກຄົນເຂົ້າຮ່ວມລ້ວນແຕ່ນຸ່ງຊຸດອາພອນພື້ນເມືອງຂອງຊາວເຜົ່າໄຕ່. ເຂົ້າໜຽວ, ໄກ່… ຕ້ອງກະກຽມແຕ່ມື້ກ່ອນຂອງງານບຸນ. ເຂົ້າໜຽວແມ່ນເລືອກເອົາຈາກເຂົ້າຂອງທ້ອງຖິ່ນ ແລ້ວເອົາໄປມ່າໄວ້ແຕ່ຕອນຄ່ຳ ຍ້ອນຈະຈັດພິທີບູຊານັບແຕ່ເຊົ້າ, ສະນັ້ນ ຕ້ອງຕື່ນແຕ່ເວລາ 5 ໂມງເຊົ້າເພື່ອໜຶ້ງເຂົ້າໜຽວ ແລະ ຕົ້ມໄກ່.

   ຕາແສງຊວັນຢາງ ມີ 9 ບ້ານ ແລະ ແຕ່ລະບ້ານຈະກະກຽມພາເຂົ້າບູຊາໜຶ່ງ ເພື່ອມາເຮັດພິທີບູຊາລວມ ແລະ ພາວະນາຂໍໃຫ້ ປຊຊ ທຸກຄົນໃນແຕ່ລະບ້ານ ໄດ້ຢູ່ເຢັນເປັນສຸກ, ລະດູເກັບກ່ຽວໄດ້ຮັບຜົນດີ.

 
ງານ​ບຸນ​ລົງ​ທົ່ງ​ນາ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ່ ຢູ່​ແຂວງ ຮ່າ​ຢາງ - ảnh 2ພິທີລົງທົ່ງນາໃນງານບຸນ (ພາບ: TTXVN)

    ຮອດເວລາເຮັດພິທີ, ພາເຂົ້າບູຊາ 9 ພາໄດ້ວາງຢູ່ຮ້ານບູຊາ. ຜູ້ເຮັດພິທີແມ່ນໝໍມໍຊາວເຜົ່າໄຕ່ ໂດຍຊາວບ້ານຄັດເລືອກ, ຢືນຢູ່ຕໍ່ໜ້າພາເຂົ້າທຳພິທີ, ບູຊາບັນພະບູລຸດ, ສະແດງຄວາມຮູ້ບຸນຄຸນຕໍ່ດິນຟ້າ, ເທວະດາຟ້າແຖນ ທີ່ໄດ້ດົນບັນດານໃຫ້ປຊຊ ປີໃໝ່ຈະມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ. ຫຼັງຈາກນັ້ນ, ພະນັກງານ, ປຊຊ ບັນດາເຜົ່າໃນຕາແສງ ກໍ່ໄດ້ຂຶ້ນໄປຈູດທູບທຽນຕາມລຳດັບ. ທ່ານ ນົງກວາງເຈິດ, ຮອງປະທານຄະນະກຳມະການ ປຊຊ ຕາແສງຊວັນຢາງ ໃຫ້ຮູ້ຕື່ມອີກວ່າ:

        ຕ້ອງເລືອກເອົາໝໍມໍທີ່ເກັ່ງ ແລະ ເຂົ້າໃຈຮີດຄອງປະເພນີຂອງທ້ອງຖິ່ນ. ໝໍມໍຈະເລືອກເວລາປະມານແຕ່ 6-8 ໂມງເຊົ້າ, ຮອດໂມງງາມຍາມດີທີ່ສຸດກໍ່ຈະຈັດພິທີບູຊາ.

    ພາຍຫຼັງພິທີບູຊາດິນຟ້າ, ເທວະດາຟ້້າແຖນ, ບັນພະບູລຸດແລ້ວ, ຈະແມ່ນພິທີລົງທົ່ງນາ ເພື່ອຂໍເອົາໂຊກເອົາລາບໃຫ້ແກ່ ປຊຊ ທ້ອງຖິ່ນ. ຜູ້ທີ່ໄດ້ຮັບການເລືອກໃຫ້ປະຕິບັດພິທີນີ້ ແມ່ນຊາຍຜູ້ໜຶ່ງທີ່ມີອິດທິພົນຊື່ສຽງໃນປະຊາຄົມ, ມີຄອບຄົວປອງດອງ ແລະ ແມ່ນຜູ້ໄຖນາເກັ່ງກ່ວາໝູ່, ແມ່ນຜູ້ຕາງໜ້າໃຫ້ ປຊຊ ໃນບ້ານເພື່ອ ໄຖນາແຖວທຳອິດ ຄືດັ່ງການເອົາໂຊກເອົາລາບ, ຂໍໃຫ້ມີຄວາມສະດວກດີໃນລະດູການປີນັ້ນ. ອ້າຍ ຮວ່າງວັນຕວ່ານ ແບ່ງປັນວ່າ:

   ເຖິງວ່າ ໃນແຕ່ລະປີກໍ່ໄດ້ຈັດພິທີແລ້ວ ແຕ່ພວກຂ້າພະເຈົ້າກໍ່ຍັງມີຄວາມພາກພູມທີ່ສຸດ. ໃນຕົ້ນລະດູບານໃໝ່ໄດ້ພົບປະກັນ, ອວຍພອນຊື່ງກັນ ແລະ ກັນ, ໄດ້ເຂົ້າຮ່ວມການລະຫຼີ້ນຕ່າງໆ… ສ້າງຄວາມເບີກບານມ່ວນຊື່ນ ໃຫ້ປີໜຶ່ງທຸກສິ່ງທຸກຢ່າງສະດວກສະບາຍ, ເສດຖະກິດໄດ້ຮັບການພັດທະນາ.

    ໃນງານບຸນລົງທົ່ງນາ      ສິ່ງທີ່ຂາດບໍ່ໄດ້ແມ່ນບັນດາການລະຫຼີ້ນພື້ນເມືອງປະເພດຕ່າງໆຄື: ດຶງເຊືອກ, ຍູ້ໄມ້ຄ້ອນ, ແລ່ນໄມ້ໂຢກເຢກ, ຈັບປາໃນຫ້ວຍ, ແຂ່ງຂັນດຳນາໄວ… ພ້ອມກັບບັນດາຈັງຫວະຂັບແທນ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າໄຕ່…  ພິເສດ, ການລະຫຼີ້ນທີ່ດູດດື່ມໃຈທີ່ສຸດ ແມ່ນການແຂ່ງຂັນຍິງໝາກກອນ. ເພື່ອເອົາຊະນະ, ຜູ້ຫຼີ້ນຕ້ອງຍິງໝາກກອນໃຫ້ຖືກເປົ້າ ເຊິ່ງແມ່ນວົງມົນທີ່ໄດ້ຫໍ່ດ້ວຍເຈັ້ຍແດງເຄິ່ງກາງເຫຼືອງ… ແຂວນຢູ່ເທິງຍອດໄມ້ໄຜ່ທີ່ສູງ. ຊາວເຜົ່າໄຕ່ຖືວ່າ ຖ້າໝາກກອນໄດ້ຍິງຖືກເປົ້າ, ເຮັດໃຫ້ເຈັ້ຍແດງຢູ່ເທິງຂາດ, ປີນັ້ນ, ຊາວບ້ານຈຶ່ງໄດ້ຮັບໂຊກຮັບລາບ, ທຸກສິ່ງທຸກຢ່າງກໍ່ສະດວກດີ… ການຮັກສາງານບຸນລົງທົ່ງນາໃນໂອກາດຕົ້ນລະດູບານໃໝ່ ໄດ້ຊ່ວຍໃຫ້ ປຊຊ ບັນດາເຜົ່າໃນບໍລະເວນ ມີໂອກາດເຕົ້າໂຮມກັນ, ບັນດາບ່າວສາວຈະໄດ້ພົບປະກັນ… ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອແນະນຳ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ; ປະກອບສ່ວນຮັກສາ, ເສີມຂະຫຍາຍ ແລະ ເຊີດຊູສີສັນວັດທະນະທຳບັນດາຊົນເຜົ່າຂອງແຂວງ ຮ່າຢາງ ເວົ້າລວມ ແລະ ຕາແສງຊວັນຢາງ, ເມືອງກວາງບິນ ເວົ້າສະເພາະ./.

 

ຕອບກັບ