ກໍ​ໂກງ ໝູ່​ບ້ານ​ອາ​ຊີບ​ເຮັດ​ຕູ້​ບູ​ຊາ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ໃຕ້ ຫວຽດ​ນາມ

Trúc Thi; Vĩnh Phong
Chia sẻ
(VOVWORLD) -   ການໄຫວ້ບູຊາບັນພະບູລຸດ ແມ່ນຮີດຄອງປະເນີທີ່ເປັນມູນເຊື້ອ ຊື່ງມີທີ່ຕັ້ງສຳຄັນພິເສດໃນຊີວິດທາງດ້ານຈິດໃຈຂອງຊາດ ຫວຽດນາມ. ໃນນັ້ນ, ສະຖານທີ່ໄຫວ້ບູຊາແມ່ນສະຖານທີ່ສັກສິດ ແລະ ຮ້ານບູຊາ (ໂຕະບູຊາ) ໃນຄອບຄົວ ກໍ່ແມ່ນບ່ອນທີ່ສະແດງຄວາມເຄົາລົບຕໍ່ກົກເຄົ້າເຫງົ້າກໍຂອງຕົນ. ຢູ່ ແຂວງ ຕຽນຢາງ ມີໝູ່ບ້ານອາຊີບແຫ່ງໜື່ງທີ່ມີຊື່ງສຽງທີ່ສຸດໃນທາງພາກໃຕ້ ຫວຽດນາມ: ນັ້ນແມ່ນໝູ່ບ້ານ ກໍໂກງ.
ກໍ​ໂກງ ໝູ່​ບ້ານ​ອາ​ຊີບ​ເຮັດ​ຕູ້​ບູ​ຊາ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ໃຕ້ ຫວຽດ​ນາມ - ảnh 1 ຕູ້ບູຊາທີ່ເປັນເອກະລັກສະເພາະຂອງ ກໍໂກງ (ພາບ: TTXVN)

      ໂດຍຕັ້ງຢູ່ບ້ານໂອງນອນ, ຕາແສງເຕິນຈູງ, ເທດສະບານຕາແສງກໍໂກງ, ຫ່າງຈາກນະຄອນມີ້ທໍ, ແຂວງຕຽນຢາງ ໄປທາງທິດຕາເວັນອອກປະມານ 40 ກມ, ໝູ່ບ້ານອາຊີບເຮັດຕູ້ບູຊາ ກໍໂກງ ແມ່ນໝູ່ບ້ານອາຊີບທີ່ເປັນມູນເຊື້ອທີ່ໄດ້ມີມາກ່ວາ 1 ສັດຕະວັດແລ້ວ.

      ແຕ່ດົນນານມາແລ້ວ, ຕູ້ບູຊາຂອງໝູ່ບ້ານອາຊີບ ກໍໂກງ ມີຊື່ສຽງຍ້ອນມີຮູບແບບສັກສິດເຄັ່ງຂືມ, ບັນດາສ່ວນຍ່ອຍໄດ້ເຊື່ອມຕໍ່ກັນດ້ວຍໄລໄມ້ ຫາກບໍ່ໄດ້ໃຊ້ເຫຼັກຕະປູ ຫຼື ນອດ. ພິເສດ, ຜ່ານຫຼາຍລຸ້ນຄົນມາແລ້ວ, ວັດຖຸເພື່ອເຮັດຕູ້ບູຊາ ພຽງແຕ່ແມ່ນໄມ້ກ້ວງທີ່ລຽບງ່າຍ, ແຕ່ຜ່ານສີມືຢ່າງຄ່ອງແຄ້ວຂອງນາຍຊ່າງ ກໍໂກງ, ບັນດາແຜ່ນໄມ້ກ້ວງທີ່ເປັນຂອງພື້ນບ້ານທີ່ສຸດ ບວກກັບສີມືຄວັດຝັງລາຍກີບກີ້ ຫຼືສີຂອງໄມ້ກ້ວງ ຈະສ້າງເປັນຄວາມງາມທີ່ມະຫັດສະຈັນ… ປະຈຸບັນ, ຕູ້ບູຊາຂອງໝູ່ບ້ານອາຊີບ ກໍໂກງ ມີລວດລາຍທີ່ເປັນຫຼາຍຮູບຫຼາຍແບບ ດ້ວຍບັນດາຫົວເລື່ອງ ຫຼື ຕາມນິທານເລື່ອງຕ່າງໆ. ອ້າຍ ໂງເຕິນໂລກ, ເຈົ້າຂອງຮາກຖານເຮັດຕູ້ບູຊາ ບາດຶກ, ລູກຜູ້ທີ 7 ຂອງທ່ານ ບາດຶກ ໜຶ່ງໃນບັນດານາຍຊ່າງອາວຸໂສຢູ່ ກໍໂກງ ໃຫ້ຮູ້ວ່າ:

   ນັບແຕ່ຊຸມປີ 1995-1997 ມາຮອດປະຈຸບັນ, ອາຊີບນີ້ໄດ້ພັດທະນາດີທີ່ສຸດ. ນັບທັງຊາວໜຸ່ມ, ແມ່ຍິງກໍ່ໄດ້ເຮັດອາຊີບນີ້ໝົດ. ເມື່ອກ່ອນລຸ້ນພໍ່ລຸ້ນອ້າຍເຮັດດ້ວຍມືທັງໝົດ ແຕ່ມາຮອດມື້ນີ້ກໍ່ໄດ້ສົມທົບກັບການເຮັດດ້ວຍເຄື່ອງຈັກ, ດັ່ງນັ້ນ ກໍ່ສະບາຍກ່ວາ.

ກໍ​ໂກງ ໝູ່​ບ້ານ​ອາ​ຊີບ​ເຮັດ​ຕູ້​ບູ​ຊາ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ໃຕ້ ຫວຽດ​ນາມ - ảnh 2

ການຄວັດສະຫຼັກຮຽງຮ້ອງຕ້ອງມີການລະອຽດລະອໍ ແລະ ມີສີມືດີ (ພາບ: TTXVN)

   ເພື່ອເຮັດຕູ້ບູຊາທີ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ, ນາຍຊ່າງໄດ້ເຮັດຫຼາຍຮູບແບບໃໝ່ຕາມທິດທັນສະໄໝ, ເພີ່ມລວາດລາຍຕື່ມອີກ ແຕ່ຍັງຮັກສາບັນດາຈຸດຄວາມງາມທີ່ກົມກຽວ ລະຫວ່າງແບບດັ້ງເດີມກັບທັນສະໄໝ, ມີລັກສະນະຄວາມງາມສູງ. ທ່ານ ຟ້າມວັນນາມ, ຕາແສງເຕິນຈູງ ໃຫ້ຮູ້ວ່າ: ຕູ້ບູຊາ ກໍໂກງ ມີເສົາຫຼາຍ, ຮູບແບບງາມຕາ, ລະອຽດລະອໍກ່ວາເກົ່າ. ແຕ່ກ່ອນ, ຕູ້ບູຊາ ກໍໂກງ ມີແຕ່ 4-6 ເສົາເທົ່ານັ້ນ, ແຕ່ປະຈຸບັນ, ຕູ້ບູຊາເຮັດໃໝ່ຈະມີເຖິງ 21 ເສົາ ແລະ ມີມູນຄ່ານັບແສນໂດລະສະຫະລັດ. ເຖິງວ່າ ຊີວິດການເປັນຢູ່ໄດ້ມີການປ່ຽນແປງໄປຕາມແຕ່ລະໄລຍະເວລາກໍ່ຕາມ, ແຕ່ ປຊຊ ໃນໝູ່ບ້ານ ຍັງໄດ້ຕິດພັນກັບອາຊີບທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍນີ້ໄວ້ຈົນມາຮອດທຸກວັນນີ້. ທ່ານ ຟ້າມວັນນາມ ແບ່ງປັນວ່າ:

  ເມື່ອທຽບກັບບັນດາຂະແໜງ, ອາຊີບອື່ນ, ອາຊີບເປັນຊ່າງໄມ້ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ຊ່ວຍ ປຊຊ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ. ປະຈຸບັນ, ຕາແສງເຕິນຈູງ ບໍ່ມີຄອບຄົວທຸກຍາກອີກແລ້ວ. ເມື່ອກ່ອນເຮັດຕູ້ໜຶ່ງຕ້ອງເສຍເວລາເຖິງ 2, 3 ເດືອນ ແຕ່ດຽວນີ້ກໍ່ສາມາດເຮັດໄດ້ໄວກ່ວາ. ທາງແຂວງກໍ່ໜູນຊ່ວຍເຄື່ອງຈັກເຕັກໂນໂລຊີ 30% ແລະ ປຊຊ ກໍ່ເຫັນດີເຫັນພ້ອມ ປະກອບທີ່ດິນເພື່ອໃຫ້ຕາແສງກໍ່ສ້າງເສັ້ນທາງໃຫ້ແກ່ໝູ່ບ້ານອາຊີບ.

    ນອກຈາກເຮັດຕູ້ບູຊາແລ້ວ, ຮາກຖານຂອງທ່ານ ນາມ ຍັງເປີດກ້ວາງການຜະລິດຕື່ມອີກຄື: ເຮັດໂຕະ, ຕັ່ງໄມ້ນຳອີກ. ໃນໄລຍະມໍ່ໆມານີ້, ຮາກຖານຂອງທ່ານ ໄດ້ຕິດຕັ້ງເຄື່ອງອຸປະກອນ, ເຕົາອົບແຫ້ງໄມ້ ແທນໃຫ້ການຕາກແດດຄືເມື່ອກ່ອນ. ນັ້ນກໍ່ແມ່ນສິ່ງທີ່ບັນດາຮາກຖານຢູ່ທີ່ນີ້ໄດ້ເຮັດໃນຊຸມປີຜ່ານມາ:

   ກ່ອນນີ້ ຜະລິດຕະພັນໄດ້ຂາຍຢູ່ບັນດາແຂວງໃກ້ຄຽງເທົ່ານັ້ນ ແຕ່ປະຈຸບັນ, ຜະລິດຕະພັນຂອງຕາແສງ ໄດ້ສົ່ງໄປຂາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດແລ້ວ.

   ປະຈຸບັນ, ຕະຫຼາດກໍ່ນິຍົມຕູ້ບູຊາຫຼາຍ, ຮາກຖານຜະລິດຂອງຂ້າພະເຈົ້າໄດ້ຜະລິດຕູ້ບູຊານັບພັນຕູ້ ແລະ ໄດ້ສົ່ງໄປຂາຍຢູ່ເຂດທົ່ງພຽງແມ່ນ້ຳຂອງ ແລະ ນະຄອນ ໂຮ່ຈີມິນ ໝົດ.

    ເມື່ອຮຽນອາຊີບນີ້ກໍ່ເຫັນວ່າຍາກຫຼາຍ ຍ້ອນຊີວິດກໍ່ປະສົບກັບຄວາມທຸກຍາກ. ແຕ່ເປັນນາຍຊ່າງແລ້ວ, ຊີວິດການເປັນຢູ່ກໍ່ຂອງຄອບຄົວໄດ້ຍົກສູງຂຶ້ນ, ສະດວສະບາຍກ່ວາ.

   ປີ 2004, ຄະນະກຳມະການ ປຊຊ ແຂວງ ຕຽນຢາງ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງ “ໝູ່ບ້ານອາຊີບມູນເຊື້ອຕູ້ບູຊາ ກໍໂກງ” ຊື່ງແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບທຳອິດຂອງທ້ອງຖິ່ນ. ທົ່ວຕາແສງເຕິນຈູງ ມີປະມານ 80% ຄອບຄົວຜູ້ເຮັດອາຊີບນີ້ ດ້ວຍ 150 ຮາກຖານຜະລິດ ອັນໄດ້ເຕົ້າໂຮມແຮງງານທີ່ເປັນມືອາຊີບນັບພັນຄົນ. ໝູ່ບ້ານອາຊີບເຮັດຕູ້ບູຊາຢູ່ບ້ານ ໂອງນອນ, ຕາແສງເຕີນຈູງ ພວມນັບມື້ນັບໄດ້ພັດທະນາ ແລະ ບັນດາຜະລິດຕະພັນຢູ່ແຫ່ງນີ້ ໄດ້ສົ່ງໄປຂາຍທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາລູກຫຼານໃນເຂດດິນແດນ ກໍໂກງ ພວມສືບລຸ້ນພໍ່ຕໍ່ລຸ້ນອ້າຍ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນມູນເຊື້ອ ເພື່ອໃຫ້ຜະລິດຕະພັນຕູ້ບູຊາ ກໍໂກງ ຈະແມ່ນຈຸດວັດທະນະທຳໃນຊີວິດທາງດ້ານຈິດວິນຍານຂອງຊາວ ຫວຽດນາມ ຕະຫຼອດໄປ./.

 

 

 

 

 

 

 

ຕອບກັບ