ການ​ປ່ຽນ​ແປງ​ໃນ​ບ້ານ​ຊາວ​ເຜົ່າ​ ລື້ ແຂວງ ລາຍ​ເຈົາ

Khắc Kiên; Vĩnh Phong
Chia sẻ
(VOVWORLD) - ໂດຍໄດ້ຮັບບັນດານະໂຍບາຍໜູນຊ່ວຍພິເສດຈາກພັກ ແລະ ລັດ ຫວຽດນາມ, ພ້ອມກັບຄວາມພາກພຽນ, ມານະພະຍາຍາມ… ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ຊາວເຜົ່າລື້, ບ້ານຮອນ, ເມືອງຕາມເດື່ອງ, ແຂວງລາຍເຈົາ ພວມປ່ຽນແປງຕາມແຕ່ລະວັນ. ຈາກເຂດບ້ານນາ ດ້ວຍຫຼາຍຮີດຄອງປະເພນີທີ່ຫຼ້າຫຼັງ, ຊີວິດທຸກຍາກອຶດຫິວໃນເມື່ອກ່ອນ… ປະຈຸບັນກໍ່ມີໂສມໜ້າໃໝ່ແລ້ວ.
ການ​ປ່ຽນ​ແປງ​ໃນ​ບ້ານ​ຊາວ​ເຜົ່າ​ ລື້ ແຂວງ ລາຍ​ເຈົາ - ảnh 1

ບ້ານຊາວເຜົ່າ ລື້ ຢູ່ ບ້ານຮອນ, ເມືອງຕາມເດື່ອງ (ພາບ: VOV)

    ກ່ອນນີ້ 5 ປີ, ຄອບຄົວທ່ານ ວ່າງວັນຟາດ, ຢູ່ບ້ານທຳ, ຕາແສງບ້ານຮອນ ແມ່ນໜຶ່ງໃນບັນດາຄອບຄົວທຸກຍາກກ່ວາໝູ່ໃນບ້ານ. ຊີວິດການເປັນຢູ່ຂອງ 5 ຄົນໃນຄອບຄົວ ແມ່ນພຽງແຕ່ອີງໃສ່ການປູກເຂົ້າລະດູດຽວໃນເນື້ອທີ່ແຄບ ແລະ ອີງຕາມສຸຂະພາບຂອງ 2 ຜົວເມຍທ່ານໃນການເຂົ້າໄປຫາກິນຢູ່ຕາມປ່າແຕ່ລະຄັ້ງເທົ່ານັ້ນ. ນັບແຕ່ມີແຜນນະໂຍບາຍຫັນປ່ຽນຜົນລະປູກ, ສັດລ້ຽງ ແລະ ນະໂຍບາຍໜູນຊ່ວຍເຮັດການທ່ອງທ່ຽວເຂດຊຸມຊົນຂອງອຳນາດການປົກຄອງທ້ອງຖິ່ນ, ຄອບຄົວທ່ານໄດ້ຜັນຂະຫຍາຍຢ່າງໄວວາ ແລະ ກາຍເປັນຄອບຄົວມີເສດຖະກິດດີສົມຄວນຢູ່ບ້ານຮອນ. ທ່ານ ວ່າງວັນຟາດ ແບ່ງປັນວ່າ: ໃນເມື່ອກ່ອນ, ຊີວິດການເປັນຢູ່ຂອງ ປຊຊ ໃນບ້ານ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄື: ບໍ່ມີທາງໄປມາ, ບໍ່ມີໄຟຟ້າ, ນ້ຳສະອາດ… ແລະ ບັນດາຮີດຄອງປະເພນີກໍ່ຫຼ້າຫຼັງ. ຍ້ອນອຳນາດການປົກຄອງທ້ອງຖິ່ນໄດ້ໂຄສະນາ, ໜູນຊ່ວຍ, ປຊຊ ໃນບ້ານ ໄດ້ຮຽນວິທີປູກເຂົ້ານາທາມ, ໝູນໃຊ້ວິທະຍາສາດ, ເຕັກນິກເພື່ອປູກເຂົ້າແບບກະເສດສຸມ, ຍົກສູງສະມັດຕະພາບຕົ້ມໄມ້ປູກ. ປະຈຸບັນ, ປຊຊ ຍັງໄດ້ເຮັດການທ່ອງທ່ຽວອີກດ້ວຍ, ດັ່ງນັ້ນ, ຊີວິການເປັນຢູ່ກໍ່ຄ່ອຍໆພັດທະນາດີຂຶ້ນ:

    ກ່ອນນີ້, ເສັ້ນທາງໄປມາຫຍຸ້ງຍາກຫຼາຍ, ປຊຊ ດຳລົງຊີວິດໃນເຮືອນມຸງຫຍ້າ, ຝາໄມ້ເຮັ້ຍ… ປະຈຸບັນກໍ່ໄຄຫຼາຍແລ້ວ. ໃນເມື່ອກ່ອນ, ຜະລິດຕະພັນກະເສດຍັງມີໜ້ອຍ, ຄຸນນະພາບບໍ່ດີ, ປະຈຸບັນ ກໍ່ຮູ້ຈັກວິທີບົວລະບັດ, ວຽກງານກະສິກຳກໍ່ບໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍອີກແລ້ວ ແລະ ລາຍຮັບກໍ່ສູງກ່ວາເມື່ອທຽບກັບເມື່ອກ່ອນ. ປຊຊ ຍັງເຮັດການທ່ອງທ່ຽວ ແລະ ຊີວິດກໍ່ໄດ້ພັດທະນາດີຂຶ້ນ. ລູກຫຼານໄດ້ໄປຮ່ຳຮຽນ, ບໍ່ປະການຮຽນອີກແລ້ວ.

ການ​ປ່ຽນ​ແປງ​ໃນ​ບ້ານ​ຊາວ​ເຜົ່າ​ ລື້ ແຂວງ ລາຍ​ເຈົາ - ảnh 2

ຂະບວນການເຮັດການທ່ອງທ່ຽວພວມພັດທະນາຢູ່ທີ່ນີ້ (ພາບ: VOV)

    ບ້ານທຳ, ຕາແສງບ້ານຮອນ ແມ່ນບ່ອນດຳລົງຊີວິດຂອງກ່ວາ 40 ຄອບຄົວ, ດ້ວຍຊາວຊົນເຜົ່າລື້ ເກືອບ 200 ຄົນ. ໃນ 5 ປີກ່ອນ, ມີຄອບຄົວທຸກຍາກ 100%. ທ່ານ ລໍ່ວັນອອນ, ພະນັກງານບ້ານທຳ ແບ່ງປັນວ່າ:

  ໃນບ້ານມີຄອບຄົວຊາວເຜົ່າລື້ 100% ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳຂອງຊົນເຜົ່າ ຕິດພັນກັບການທ່ອງທ່ຽວເຂດຊຸມຊົນ. ການນຳຂອງບ້ານ ຍາມໃດກໍ່ນຳໜ້າ, ໂຄສະນາເພື່ອໃຫ້ບັນດາຄອບຄົວເຮັດການທ່ອງທ່ຽວ. ນັບແຕ່ເມື່ອມີແຂກທ່ອງທ່ຽວມາຢ້ຽມຢາມບ້ານ, ຊີວິດຂອງ ປຊຊ ກໍ່ເປັນປົກກະຕິກວ່າ. ທັງໄດ້ຕ້ອນຮັບແຂກທ່ອງທ່ຽວ, ທັງໄດ້ຂາຍສິນຄ້າ, ເສດຖະກິດກໍ່ພັດທະນາເປັນປົກກະຕິ.

     ຕາແສງບ້ານຮອນ, ເມືອງຕາມເດື່ອງ, ແຂວງລາຍເຈົາ ມີ 8 ບ້ານ, ເກືອບ 600 ຄອບຄົວ ແລະ ກ່ວາ 2.800 ຄົນ, ໃນນັ້ນ, ຊາວເຜົ່າລື້ ກວມເອົາກ່ວາ 90%. ເພື່ອໃຫ້ ປຊຊ ຊາວເຜົ່າລື້ ມີຊີວິດພັດທະນາດີກ່ວາ, ໃນຊຸມປີທີ່ຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຂົນຂວາຍ ປຊຊ ເປີດກ້ວາງເນື້ອທີ່ປູກເຂົ້ານາທາມ, ຫັນປ່ຽນຜົນລະປູກ, ສັດລ້ຽງ. ມາຮອດປະຈຸບັນ, ທົ່ວຕາແສງມີເນື້ອທີ່ປູກເຂົ້າເກືອບ 550 ເຮັກຕາ, ເນື້ອທີ່ປູກຕົ້ນຊາ, ຕົ້ນແມັກຄາເດເມຍ, ຕົ້ນໄມ້ກິນໝາກເກືອບ 500 ເຮັກຕາ ແລະ ຝູງສັດລ້ຽງກ່ວາ 1.500 ໂຕ. ທ່ານ ລໍ່ວັນຢອດ, ຮອງປະທານຄະນະກຳມະການ ປຊຊ ຕາແສງບ້ານຮອນ, ເມືອງຕາມເດື່ອງ ໃຫ້ຮູ້ວ່າ: ການກຳນົດທິດຂອງຕາແສງໃນຊຸມປີຜ່ານມາ ແມ່ນພັດທະນາກະສິກຳສິນຄ້າ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ. ມາຮອດປະຈຸບັນ, ຕາແສງມີ 4 ບ້ານຊາວເຜົ່າລື້ ເຮັດການທ່ອງທ່ຽວ ດ້ວຍກ່ວາ 20 ຄອບຄົວເຮັດ homestay. ເພື່ອຕອບສະໜອງຄວາມຕ້ອງການ ຊອກຮູ້ວັດທະນະທຳຂອງແຂກທ່ອງທ່ຽວ, ທາງຕາແສງໄດ້ຟື້ນຟູ, ອະນຸລັກຮັກສາຫຼາຍພີທີກຳ, ອາຊີບຫັດຖະກຳພື້ນເມືອງຢູ່ບັນດາບ້ານ. ຍ້ອນເຫດນັ້ນ, ຫຼາຍຄອບຄົວໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ, ປະກອບສ່ວນຫລຸດອັດຕາສ່ວນຄອບຄົວທຸກຍາກຂອງຕາແສງ ລົງເຫຼືອພຽງກ່ວາ 25% ໃນປີ 2023:

   ປະຈຸບັນ, ປຊຊ ຊາວເຜົ່າລື້ ໄດ້ລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງອອກຈາກຊີວິດແລ້ວ. ຮັກສາໄວ້ພຽງແຕ່ບັນດາຮີດຄອງປະເພນີ, ຈຸດວັດທະນະທຳພິເສດສະເພາະເທົ່ານັ້ນ ຄື: ຊຸດອາພອນພື້ນເມືອງ. ໃນໄລຍະຈະມາເຖິງ, ການກຳນົດທິດພັດທະນາຂອງຕາແສງ ແມ່ນສືບຕໍ່ໂຄສະນາເພື່ອໃຫ້ ປຊຊ ພັດທະນາຕາມທິດຜະລິດສິນຄ້າລວມສູນ ແລະ ຜະລິດບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຮັບປະກັນມີເຄື່ອງໝາຍການຄ້າ.

     ເສັ້ນທາງຄົມມະນາຄົມເຊື່ອມຕໍ່ເສັ້ນທາງຄວາມໄວສູງ ໂນ້ຍບາຍ-ລາວກາຍ ໄດ້ແລ່ນຜ່ານບ້ານຕ່າງໆຂອງຊາວເຜົ່າລື້ ຢູ່ຕາແສງບ້ານຮອນ, ເມືອງຕາມເດື່ອງ ພວມຄ່ອຍໆໄດ້ຮັບການກໍ່ສ້າງຂຶ້ນ. ສີຂຽວອຸ່ມທຸ່ມຂອງຕົ້ນໄມ້ທີ່ຫາກໍ່ປູກໃໝ່ໃນເຂດໂນນພູ, ສະຫຼັບສັບຊ້ອນໃນເຂດບ້ານນາທີ່ມີເຮືອນຫຼັງຄາສິີແດງໃໝ່ຫຼາຍຫຼັງ, ບັນດາເສັ້ນທາງປູດ້ວຍເບຕົງທີ່ຍາວຢຽດ… ພວມເປີດຊີວິດທີ່ອີ່ມໜຳສຳລານໃຫ້ແກ່ເຂດ ປຊຊ ຊາວເຜົ່າລື້. ເຂດບ້ານນາຢູ່ທີ່ນີ້ ພວມນັບມື້ນັບໄດ້ຮັບການປ່ຽນແປງໃໝ່ ດ້ວຍຊີວິດການເປັນຢູ່ທີ່ນັບມື້ນັບອຸດົມສົບບູນ, ມີຄວາມຜາສຸກກ່ວາອີກ./.

ຕອບກັບ