ພົນເອກ ຫວໍງວຽນຢາບ ໃນດວງໃຈຂອງທະຫານ ແລະ ພໍ່ແມ່ປະຊາຊົນເຂດ ໄຕບັກ

Le Hanh - Van
Chia sẻ
(VOVWORLD) - ທ່ານພົນເອກໄດ້ເອົາໃຈໃສ່ເປັນພິເສດເຖິງສະພາບການກິນຢູ່, ສຸຂະພາບ, ບ່ອນພັກຂອງທະຫານຢູ່ຖານທັບໂນນພູ D1.
ພົນເອກ ຫວໍງວຽນຢາບ ໃນດວງໃຈຂອງທະຫານ ແລະ ພໍ່ແມ່ປະຊາຊົນເຂດ ໄຕບັກ - ảnh 1(ທ່ານພັນເອກ ຫງວຽນຮິວຕ່າຍ, ອະດີດຫົວໜ້າການເມືອງກອງພັນໃຫຍ່ 209)

ສຳລັບພະນັກງານ, ນັກຮົບ ແລະ ປະຊາຊົນເຂດ ໄຕບັກ ແຕ່ລະຄົນ, ຮູບພາບພົນເອກ ຫວໍງວຽນຢາບ, ອ້າຍກົກຂອງກອງທັບປະຊາຊົນ ຫວຽດນາມ, ຍາມໃດກໍ່ຍືນຍົງຄົງຕົວຕະຫຼອດການ. ນັ້ນບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບຜູ້ບັນຊາການໃຫຍ່ດີເລີດທີ່ຕິດພັນກັບໄຊຊະນະ ດ້ຽນບຽນຝູ ກ່ອນນີ້ 70 ປີ ເທົ່ານັ້ນ, ຫາກຍັງແມ່ນບັນດາຈຸດເວລາທີ່ໃກ້ຊິດ ແລະ ຄວາມເອົາໃຈໃສ່ເຊິ່ງທ່ານພົນເອກສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້.

“ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດເມື່ອຄິດເຖິງທ່ານພົນເອກ ຫວໍງວຽນຢາບ, ເຊິ່ງເປັນອ້າຍກົກຂອງກອງທັບປະຊາຊົນ ຫວຽດນາມ, ຜູ້ບັນຊາການໃຫຍ່ກອງທັບທີ່ດີເລີດຂອງຊາດ ຫວຽດນາມ ແລະ ຂອງທຸກຍຸກສະໄໝ. ປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ພ້ອມກັບສູນກາງພັກ ໄດ້ມີການຕັດສິນທີ່ສະຫຼາດສ່ອງໄສ, ສ້າງເປັນໄຊຊະນະທີ່ສະງ່າອົງອາດ, ສ້າງເປັນຍຸກສະໄໝ ໂຮ່ຈີມີນ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ”.

ດ້ວຍອາຍຸຍືນ 96 ປີ, ເຂົ້າເປັນສະມາຊິກພັກ 77 ປີ, ເປັນທະຫານ 47 ປີ, ທ່ານພັນເອກ ຫງວຽນຮິວຕ່າຍ, ອະດີດຫົວໜ້າການເມືອງກອງພັນໃຫຍ່ 209, ກອງພົນ 312; ອະດີດຮອງຫົວໜ້າກົມອົບຮົບການທະຫານ, ກອງເສນາທິການໃຫຍ່, ຍັງຈື່ຈຳຊຸມວັນ,  ເດືອນປີແຫ່ງການຕໍ່ສູ້ຢູ່ສະໜາມຮົບ ດ້ຽນບຽນຝູ; ພິເສດແມ່ນອະນຸສອນ, ຂີດໝາຍກ່ຽວກັບທ່ານພົນເອກ ຫວໍງວຽນຢາບ. ຕາມທ່ານພັນເອກ ຫງວຽນຮິວຕ່າຍ ແລ້ວ, ໃນຄັ້ງທີ່ໄປພ້ອມກັບທ່ານ ຮວ່າງເກິມ, ຫົວໜ້າກອງພັນໃຫຍ່, ມາກອງບັນຊາເຂົ້າຮ່ວມກອງປະຊຸມສະຫຼຸບ 2 ບັ້ນບຸກໂຈມຕີ, ທ່ານ ຕ່າຍ ມີຄວາມປະທັບໃຈຕໍ່ການໂອ້ລົມທີ່ເລິກເຊິ່ງຂອງທ່ານພົນເອກ ຫວໍງວຽນຢາບ, ແຕ່ສິ່ງທີ່ທ່ານຈື່ດີທີ່ສຸດແມ່ນຮູບພາບທ່ານພົນເອກ ຫວໍງວຽນຢາບ ໄດ້ຕັ້ງໃຈຮັບຟັງ ແລະ ຖາມລະອຽດກ່ຽວກັບສະພາບພູມມິສັນຖານຢູ່ນີ້, ຊີວິດການເປັນຢູ່ຂອງທະຫານ…

“ທ່ານພົນເອກໄດ້ເອົາໃຈໃສ່ເປັນພິເສດເຖິງສະພາບການກິນຢູ່, ສຸຂະພາບ, ບ່ອນພັກຂອງທະຫານຢູ່ຖານທັບໂນນພູ D1. ເມື່ອເຮັດວຽກແລ້ວ, ທ່ານຜູ້ບັນຊາການໃຫຍ່ໄດ້ເຊີນພວກຂ້າພະເຈົ້າກິນເຂົ້າທ່ຽງ. ໃນຄາບເຂົ້ານັ້ນກໍເຕັມໄປດ້ວຍຄວາມປະທັບໃຈດ້ວຍ ບັນຍາກາດສະໜິດຕິດພັນ ແລະ ຄວາມເປີດອົກເປີດໃຈຂອງທ່ານຜູ້ບັນຊາການໃຫຍ່ທີ່ມີຕໍ່ພະນັກງານທີ່ກັບມາຈາກສະໜາມຮົບ. ນັ້ນແມ່ນຈຸດເວລາມ່ວນຊື່ນທີ່ບໍ່ອາດຫຼົງລືມໄດ້ສຳລັບພວກຂ້າພະເຈົ້າ ໃນບັ້ນຮົບທີ່ລຳບາກ ແລະ ດຸເດືອດ”.

ພົນເອກ ຫວໍງວຽນຢາບ ໃນດວງໃຈຂອງທະຫານ ແລະ ພໍ່ແມ່ປະຊາຊົນເຂດ ໄຕບັກ - ảnh 2(ທ່ານອະດີດນັກຮົບ ກວ່າງວັນຂໍ)

ສຳລັບທ່ານອະດີດນັກຮົບ ກວ່າງວັນຂໍ, ຢູ່ຕາແສງ ເມື່ອງແອ, ເມືອງ ທ້ວນເຈົາ, ແຂວງ ເຊີນລາ, ຜູ້ໄປຖົມຂຸມລະເບີດຢູ່ກິ່ວ ຟາດິນ, ຈຸດເວລາທີ່ໄດ້ພົບກັບທ່ານພົນເອກແມ່ນຄວາມເປັນກຽດ, ຄວາມເອກອ້າງຖະນົງໃຈໃນຕະຫຼອດຊີວິດຂອງທ່ານທີ່ບໍ່ອາດຫຼົງລືມໄດ້. ໃນເວລາທ່ານພົນເອກ ກັບມາຢ້ຽມຢາມ ດ້ຽນບຽນ ປີ 1955, ທ່ານ ຂໍ ກໍ່ເປັນກຽດໄດ້ພົບປະ, ຮັບຟັງບັນດາຄຳເວົ້າລະດົມກຳລັງໃຈ, ຄຳຕັກເຕືອນຈາກ “ອ້າຍກົກ” ຂອງກອງທັບ.

“ທ່ານ ຢາບ ມາຢ້ຽມຢາມ, ຈັບມືແຕ່ລະຄົນ, ລະດົມກຳລັງໃຈບັນດາກຳລັງຈົ່ງມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ. ປະຈຸບັນ, ດ້ຽນບຽນ ໄດ້ຮັບການປົດປ່ອຍແລ້ວ, ທະຫານ ແລະ ປະຊາຊົນຈົ່ງມານະພະຍາຍາມປົກປັກຮັກສາປະເທດຊາດ. ໃນຄາວນັ້ນ, ມີ 5.000 ຄົນຢືນລຽນແຖວເພື່ອໄດ້ພົບປະກັບທ່ານພົນເອກ”.

ບໍ່ພຽງແຕ່ສຳລັບພະນັກງານ, ນັກຮົບເທົ່ານັ້ນ, ຫາກຍັງຢູ່ໃນດວງໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຖານທີ່ໝັ້ນທະຫານ ເມື່ອງຟັງ, ນະຄອນ ດ້ຽນບຽນຝູ, ຮູບພາບພົນເອກຜູ້ມີຄວາມປີຊາສາມາດ, ແຕ່ໃກ້ຊິດສະໜິດສະໜົມ,ມີຄວາມ ເອົາໃຈໃສ່, ມີຄວາມອົບອຸນ… ແມ່ນຍັງເໝືອນເດີມ. ແຕ່ລະເທື່ອທີ່ເລົ່າຄືນກ່ຽວກັບການໂອ້ລົມຂອງທ່ານພົນເອກ ຫວໍງວຽນຢາບ ກັບພໍ່ແມ່ປະຊາຊົນໃນການຢ້ຽມຢາມ ເມື່ອງຟັງ, ທ່ານ ລໍ່ວັນນຸຍ ລ້ວນແຕ່ມີຄວາມຕື້ນຕັນໃຈ.

“ລຸງ ຢາບ ຖາມວ່າ, ຖ້າຫາກລຸງຢູ່ ເມື່ອງຟັງ ເປັນເວລາ 1 ອາທິດຈະລ້ຽງໄດ້ບໍ່? ພວກຂ້າພະເຈົ້າຕອບວ່າ, ໄດ້, ລ້ຽງໄດ້; ປະຊາຊົນ ເມື່ອງຟັງ ໄດ້ໄປຮຽນບໍ່? - ໄດ້ໄປ, ຜູ້ໃດກໍ່ໄດ້ໄປຮຽນ, ບໍ່ມີຜູ້ໃດປະຮຽນໜັງສື; ປະຊາຊົນ ເມື່ອງຟັງ ອຶດຫິວບໍ່? - ປະຊາຊົນບໍ່ອຶດຫິວລຸງເຮີຍ. ຫຼັງຈາກນັ້ນທຸກຄົນກໍ່ຕົບມື”.

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ທ່ານພົນເອກ ຫວໍງວຽນຢາບ ໄດ້ລ່ວງລັບໄປແລ້ວ, ແຕ່ບັນດາຄວາມຊົງຈຳກ່ຽວກັບອ້າຍກົກຂອງກອງທັບປະຊາຊົນ ຫວຽດນາມ ຍົງຄົງຝັງເລິກໃນດວງໃຈຂອງພະນັກງານ, ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂດ ໄຕບັກ ແຕ່ລະຄົນ.

ຕອບກັບ