TEAM LEE ແລະ ວິ​ວັດ​ການ​ເຮັດ​ພາບ​ເຄິ່ງ​ຄີງ ນັກ​ຮົບ​ວິ​ລະ​ຊົນ 30 ຄົນ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ

ກຸ່ມ​ນັກ​ຂ່າວ VOV
Chia sẻ
(VOVWORLD) - Team Lee (ທິມລີ) ລວມມີຊາຍໜຸ່ມ 12 ຄົນ ມາຈາກຫຼາຍແຂວງ, ນະຄອນ. ເຂົາເຈົ້າລ້ວນແຕ່ມີຄວາມເມົາມົວອັນດຽວກັນ ນັ້ນແມ່ນການປັບແຕ່ງພາບ ແລະ ເຮັດຮູບນັກຮົບເສຍສະຫຼະຊີວິດເພື່ອຊາດຄືນໃໝ່ໂດຍບໍ່ເກັບຄ່າ, ແນໃສ່ຊ່ວຍບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດບັນເທົາຄວາມໂສກເສົ້າເສຍໃຈ ແລະ ມີຮູບເພື່ອລະນຶກເຖິງຍາດພີ່ນ້ອງຂອງຕົນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 7 ພຶດສະພາ 1954  7 ພຶດສະພາ 2024), ບັນດາສະມາຊິກໃນ Team Lee ໄດ້ໄປຍັງນະຄອນ ດ້ຽນບຽນ, ໂດຍຖືຮູບເຄິ່ງຄີຂອງນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນໃນບັ້ນຮົບດ້ຽນບຽນຝູ 30 ຄົນ ທີ່ໄດ້ຮັດໃໝ່ແລ້ວ ໄປມອບໃຫ້ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ.
TEAM LEE ແລະ ວິ​ວັດ​ການ​ເຮັດ​ພາບ​ເຄິ່ງ​ຄີງ ນັກ​ຮົບ​ວິ​ລະ​ຊົນ 30 ຄົນ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ - ảnh 1ພິທີມອບຮັບຮູບເຄິ່ງຄີງ

ໃນຊຸມວັນທ້າຍເດືອນ ເມສາ, Team Lee ໄດ້ໄປຜ່ານໄລຍະທາງທີ່ມີຄວາມຍາວເກືອບ 500 km ຈາກ ຮ່າໂນ້ຍ ຂຶ້ນໄປຍັງ ດ້ຽນບຽນ. ເຖິງວ່າໄລຍະທາງຈະໄກ, ອາກາດແດດຮ້ອນ, ຫຍຸ້ງຍາກລຳບາກກໍຕາມ ແຕ່ໃຜໆກໍຮູ້ສຶກຕື່ນເຕັ້ນ, ຕື້ນຕັນໃຈ ແລະ ກະຕືລືລົ້ນ ເມື່ອເດີນທາງມາຮອດດິນແດນແຫ່ງປະຫວັດສາດ ດ້ຽນບຽນຝູ. ອ້າຍ ເລກວຽດຖັງ, ຫົວໜ້າ Team Lee ແບ່ງປັນວ່າ:

“ການເດີນທາງມາ ດ້ຽນບຽນ ໃຊ້ເວລາປະມານ 12 ຊົ່ວໂມງ. ຂ້າພະເຈົ້າ ແລະ ບັນດາສະມາຊິກໃນທິມບໍ່ເຄີຍມາ ດ້ຽນບຽນ ຈັກເທື່ອ ສະນັ້ນ ຮູ້ສຶກຕື່ນເຕັ້ນຫຼາຍ. Team Lee ໄດ້ໄປມອບຮູບເຄິ່ງຄີງຂອງນັກຮົບວິລະຊົນ 30 ຄົນ ທີ່ພວກຂ້າພະເຈົ້າໄດ້ແຕ່ງໃໝ່ຈາກຮູບເກົ່າ”.

ເພືື່ອເຮັດພາບເຄິ່ງຄີງ 30 ແຜ່ນຄືນໃໝ່ໄດ້ສຳເລັດນັ້ນ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບ Team Lee, ເພາະວ່າ ການເຮັດບັນດາລາຍລະອຽດທີ່ກ່ຽວຂ້ອງເຖິງປະຫວັດສາດຂອງຊາດຄືນໃໝ່ນັ້ນ ບໍ່ແມ່ນເລື່ອງງ່າຍ, ໂດຍສະເພາະແມ່ນສຳລັບຊາວໜຸ່ມ ຜູ້ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ໃນສະໄໝສັນຕິພາບ. ດ້ວຍເຕັກໂນໂລຢີ 4.0, Team Lee ໄດ້ປັບແຕ່ງໃໝ່ຮູບເຄິ່ງຄີງຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອມອບໃຫ້ຄອບຄົວຂອງເຂົາເຈົ້າ. ທ້າວ ຟຸ່ງກວາງຈູງ, ສະມາຊິກໃນ Team Lee ໃຫ້ຮູ້ວ່າ:

“ໃນວິວັດການປັບແຕ່ງຮູບຄືນໃໝ່ນັ້ນ ກໍປະສົບກັບຄວາມຫຍຸ້ງຍາກຄື ຮູບເກົ່າບໍ່ເຫັນແຈ້ງແລ້ວ, ແຕ່ຍາກທີ່ສຸດແມ່ນຊຸດທະຫານ, ມີຫຼາຍສ່ວນຍ່ອຍເຮັດຍາກຫຼາຍ. ທິມງານພວກຂ້າພະເຈົ້າ ຕ້ອງປຶກສານຳຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ແລ້ວນັ່ງປະຊຸມ, ປຶກສາຫາລືກັນເປັນຫຼາຍຄືນ ຈຶ່ງສາມາດເຮັດໄດ້ຢ່າງຊັດເຈນ ແລະ ດີທີ່ສຸດ. ວິວັດການຂອງທິມງານມາຮອດປັດຈຸບັນນີ້ ບໍ່ພຽງແຕ່ແມ່ນການເຮັດຮູບຄືນໃໝ່ແລ້ວ, ຫາກຍັງມີຄວາມປາດຖະໜາຢາກເປັນຂົວເຊື່ອມຕໍ່ລະຫວ່າງອະດີດຕະການ, ປັດຈຸບັນ  ກັບ ອະນາຄົດ ເພື່ອໃຫ້ບັນດາເພື່ອນໜຸ່ມບໍ່ຫຼົງລືມປະຫວັດສາດ. ພວກຂ້າພະເຈົ້າຢາກເປັນຂົວຕໍ່ແຜ່ກະຈາຍຄຸນຄ່ານີ້ຫຼາຍກວ່າອີກ ເພື່ອໃຫ້ບັນດາເພື່ອນໜຸ່ມພ້ອມກັນເຂົ້າຮ່ວມການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ”.

TEAM LEE ແລະ ວິ​ວັດ​ການ​ເຮັດ​ພາບ​ເຄິ່ງ​ຄີງ ນັກ​ຮົບ​ວິ​ລະ​ຊົນ 30 ຄົນ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ - ảnh 2ຮູບເຄິ່ງຄີງບັນດານັກຮົບວິລະຊົນ ໄດ້ວາງສະແດງຢູ່ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ 

ບັນດາຮູບເຄິ່ງຄີງນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນໃນບັ້ນຮົບ ດ້ຽນບຽນຝູ ໄດ້ໃສ່ໃນຂອບຮູບທີ່ມີສີສັນຢ່າງມີຊີວິດຊີວາ, ແທ້ຈິງໃນແຕ່ລະລາຍລະອຽດ ເຊິ່ງໄດ້ໄວ້ຢ່າງສົມກຽດຢູ່ຂ້າງລຸ່ມຮູບຂາວດຳຂອງບັນດາອ້າຍທະຫານນັ້ນ ໄດ້ເຮັດໃຫ້ຜູ້ຊົມຫຼາຍຄົນຕື້ນຕັນໃຈ.

ບັນດາຮູບເຄິ່ງຄີງນີ້ໄດ້ຮັບການເຮັດໃໝ່ຢ່າງມີຊີວິດຊີວາ ແລະ ງາມຫຼາຍ. ເມື່ອເຫັນຮູບ, ເຫັນຊື່ນາມສະກຸນ, ເຫັນອາຍຸ ແລະ ສີໜ້າຂອງບັນດານັກຮົບວິລະຊົນນັ້ນ ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດ”.

“ຮູບງາມຫຼາຍ ແລະ ສະແດງໄດ້ໃຫ້ເຫັນສີໜ້າທ່າທີຂອງບັນດານັກຮົບວິລະຊົນຢ່າງຈະແຈ້ງ. ຜ່ານນັ້ນ ກໍເປັນການພິສູດໃຫ້ເຫັນເຖິງການລະນຶກຂອງພວກເຮົາ, ຂອງຜູ້ທີ່ກຳລັງມີຊີວິດຢູ່ ມີຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດ. ການກະທຳຂອງບັນດາເພື່ອນໜຸ່ມນີ້ ເປັນໜ້ານັບຖືທີ່ສຸດ”.

TEAM LEE ແລະ ວິ​ວັດ​ການ​ເຮັດ​ພາບ​ເຄິ່ງ​ຄີງ ນັກ​ຮົບ​ວິ​ລະ​ຊົນ 30 ຄົນ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ - ảnh 3ບັນດາຮູບພາບທີ່ມີຊີວິດຊີວານີ້ ໄດ້ເຮັດໃຫ້ຜູ້ຊົມຫຼາຍຄົນຕື້ນຕັນໃຈ

ຮູບເຄິ່ງຄີງຂອງນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ 30 ຄົນ ທີ່ໄດ້ຮັບການປັບແຕ່ງສີໃໝ່ໃນຄັ້ງນີ້ ໄດ້ວາງສະແດງຢູ່ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ຢູ່ແຂວງ ດ້ຽນບຽນ. ນັ້ນແມ່ນຮູບເຄິ່ງຄີງຂອງນັກຮົບວິລະຊົນ ເບ໋ວັນດ່ານ ເອົາຮ່າງກາຍເປັນຖານຍິງປືນ, ນັກຮົບວິລະຊົນ ໂຕຫວິງຢ້ຽນ ເອົາຮ່າງກາຍຂອງຕົນມາເປັນທ່ອນຢັດລູກປືນໃຫຍ່, ນັກຮົບວິລະຊົນ ຟານດິ່ງຢອດ ເອົາຮ່າງກາຍປິດປ່ອງຍິງປືນ… ບັນດາຮູບພາບທີ່ມີຊີວິດຊີວານັ້ນ ໄດ້ເຮັດໃຫ້ຜູ້ຊົມ ມີຄວາມຮູ້ສຶກວ່າ ພວກອ້າຍທະຫານນັ້ນ ຍັງຢູ່ຕໍ່ໜ້າພວກເຮົາໃນທ່າມກາງຊີວິດປະຈຳວັນ. ທ່ານນາງ ຫວູທິຕວຽດງາ, ຜູ້ອຳນວຍການຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ໃຫ້ຮູ້ວ່າ:

“ເມື່ອໄດ້ຮັບຮູບເຄິ່ງຄີງຈຳນວນ 30 ຮູບນັ້ນ, ພວກຂ້າພະເຈົ້າກໍຮູ້ສຶກຕື້ນຕັນໃຈທີ່ສຸດ ເພາະວ່າ ໜ້າຕາຂອງບັນດານັກຮົບວິລະຊົນລ້ວນແຕ່ສະແດງໃຫ້ເຫັນອັດທະຍາໄສພິເສດສະເພາະຂອງແຕ່ລະຄົນ, ແວວຕາ ກໍຄືສີໜ້າຂອງເຂົາເຈົ້າແມ່ນແທ້ຈິງທີ່ສຸດ. Team Lee ບໍ່ພຽງແຕ່ປັບແຕ່ງສີຮູບຄືນໃໝ່ດ້ວຍຄວາມເມົາມົວເທົ່ານັ້ນ ຫາກເຂົາເຈົ້າໄດ້ເຮັດດ້ວຍຫົວໃຈຂອງຕົນ ຈຶ່ງສາມາດນຳຜົນງານທີ່ສວຍງາມທີ່ສຸດ ແລະ ພິລະອາດຫານທີ່ສຸດຂອງບັນດານັກຮົບວິລະຊົນມາໃຫ້ແກ່ມະຫາຊົນ”.

ພາຍຫຼັງໄດ້ຮັບການສ້າງຕັ້ງມາໄດ້ 2 ປີ, ທິມງານ Team Lee ໄດ້ປັບແຕ່ງສີຮູບນັກຮົບເສຍສະຫຼະຊີວິດເພື່ອຊາດຈຳນວນກວ່າ 1.000 ຄົນ ເພື່ອມອບໃຫ້ຄອບຄົວຂອງເຂົາເຈົ້າ. ນັ້ນກໍແມ່ນການສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນໜຸ່ມໃນວັນນີ້ ທີ່ມີຕໍ່ລຸ້ນພໍ່ລຸ້ນອ້າຍ, ຜູ້ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອເອກະລາດຂອງຊາດ./.

ຕອບກັບ