ເດືອນພຶດສະພາໄປຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ

Sy Duc – Le Phuong
Chia sẻ
(VOVWORLD) - ສຳລັບປະຊາຊົນແຕ່ລະຄົນ, ເມື່ອມາບ້ານເກີດຂອງເພີ່ນກໍ່ຄືດັ່ງກັບມາບ້ານເກີດຂອງຕົນ, ບ້ານຂອງເພີ່ນກໍ່ຄືດັ່ງບ້ານຂອງຕົນ
ເດືອນພຶດສະພາໄປຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ - ảnh 1(ແຕ່ລະປີ, ແຫ່ງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດຂອງ ຫວຽດນາມ ຫຼາຍເທື່ອຄົນ)

ແຕ່ລະປີ, ເມື່ອຮອດເດືອນພຶດສະພາ, ຢູ່ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ຢູ່ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ມີບັນຍາກາດຄຶກຄື້ນມ່ວນຊືນ ຕ້ອນຮັບຂະບວນແຂກທີ່ມາຈາກທຸກສາລະທິດຂອງຫວຽດນາມ. ແຕ່ດົນນານມາແລ້ວ, ແຫ່ງນີ້ໄດ້ກາຍເປັນສະຖານທີ່ມີຄວາມໝາຍສຳລັບຊາວຫວຽດນາມແຕ່ລະຄົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2024), ເຊີນທ່ານຜູ້ຟັງຈົ່ງພ້ອມກັບນັກຂ່າວ VOV ລົງໄປຢ້ຽມຢາມເມືອງ ນາມດ່ານ ເພື່ອຮູ້ສຶກໄດ້ເຖິງນ້ຳໃຈເຊິ່ງປະຊາຊົນທົ່ວປະເທດສະຫງວນໃຫ້ແກ່ ເພີ່ນ.

ເຂດດິນແດນກິມລຽນ - ນາມດ່ານ, ເງະອານ, ແຫ່ງທີ່ປະທານໂຮ່ຈີມິນກຳເນີດຂຶ້ນ, ເຊິ່ງປະຊາຊົນໃນທົ່ວປະເທດໄດ້ເອີ້ນວ່າ “ບ້ານເກີດຂອງເພີ່ນ”. ແຕ່ລະປີ, ແຫ່ງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດຂອງ ຫວຽດນາມ ຫຼາຍເທື່ອຄົນ, ມາຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນ ແລະ ຕອບບຸນແທນຄຸນຕໍ່ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ເອກະລາດ, ເສລີພາບຂອງຊາດ.

ມື້ນີ້, ພວກຂ້າພະເຈົ້າມາແຫ່ງນີ້, ສາມາດຮັບຮູ້ໄດ້ຫຼາຍຢ່າງກ່ຽວກັບຄວາມຊົງຈຳຂອງປະທານໂຮ່ຈີມິນ.”

ມາແຫ່ງນີ້, ອາລົມຈິດກ່ຽວກັບທານໂຮ່ຈີມິນໄດ້ມີເຕັມໃນດວງໃຈຂອງນ້ອງ, ນ້ອງມີຄວາມຕື້ນຕັນໃຈຫຼາຍ”.

ມາຢ້ຽມຢາມເຂດບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ເພື່ອຫວນຄືນ, ຈາລຶກບຸນຄຸນຂອງເພີ່ນ. ຍາມໃດພວກຂ້າພະເຈົ້າກໍ່ຮ່ຳຮຽນຕາມເພີ່ນ”.

ເດືອນພຶດສະພາໄປຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ - ảnh 2(ມີຫຼາຍຄະນະຊາວໜຸ່ມເຍົາວະຊົນ, ອະນຸຊົນກັບມາລາຍງານຜົນງານຕໍ່ເພີ່ນ)

ໃນກະແສຜູ້ມາຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ໃນໂອກາດນີ້, ມີຫຼາຍຄະນະຊາວໜຸ່ມເຍົາວະຊົນ, ອະນຸຊົນກັບມາລາຍງານຜົນງານຕໍ່ເພີ່ນ. ສຳລັບຄະນະນັກຮຽນມາຈາກເມືອງ ໂດເລືອງ, ແຂວງ ເງະອານ ແລ້ວ, ເມື່ອມາຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ຄືດັ່ງໄດ້ກັບເມືອກົກເຄົ້າເຫງົ້າກໍຂອງບັນດາສິ່ງທີ່ສັກສິດ, ປະເສີດເລີດລ້ຳ, ເຖິງວ່າພຽງແຕ່ໄດ້ຮັບຟັງຜ່ານບັນດາເລື່ອງລາວທີ່ເລົ່າກ່ຽວກັບ ເພີ່ນ ເທົ່ານັ້ນ.

ພວກຂ້າພະເຈົ້ໄດ້ຈັດການໄປຢ້ຽມຢາມທັດສະນະສຶກສາໃຫ້ນັກຮຽນເພື່ອໃຫ້ພວກນ້ອງນັກຮຽນຮູ້ບ່ອນທີ່ປະທານ ໂຮ່ຈີມີນ ໄດ້ກຳເນີດຂຶ້ນ. ຈາກນັ້ນ, ພວກນ້ອງກໍ່ຈະມີສະຕິຫຼາຍກວ່າ, ເມື່ອເຕີບໃຫຍ່ກໍ່ຈະສູ້ຊົນໃນການດຳລົງຊີວິດ, ຮ່ຳຮຽນ, ສ້າງສາບ້ານເກີດເມືອງນອນ, ປະເທດຊາດ”.

ຄຸນຄ່າເປັນແກ່ນສານ, ສູງສົ່ງ, ລ້ຳຄ່າເຊິ່ງນ້ອງນັບຖືທີ່ສຸດໃນວິຖີຊີວິດປະທານ ໂຮ່ຈີມິນ ນັ້ນແມ່ນ ຈິດໃຈຄວາມຮັກແພງມະນຸດ. ນ້ອງເອງກໍ່ຮູ້ສຶກວ່າເປັນຜູ້ທີ່ໂຊກດີແລະມີຄວາມເອກອ້າງທະນົໃຈເມື່ອໄດ້ດຳລົງຊີວິດ ແລະ ຮ່ຳຮຽນຢູ່ເຂດບ້ານເກີດເມືອງນອນຂອງເພີ່ນ. ໂດຍແມ່ນລຸ້ນໜຸ່, ຍາມໃດນ້ອງກໍ່ໝັ້ນໝາຍດ້ວຍຕົນເອງວ່າຕ້ອງມານະພະຍາຍາມຈົນສຸດຄວາສາມາດ, ຕ້ອງມານະພະຍາຍາມຫຼາຍກວ່າໃນການຮ່ຳຮຽນ ແລະ ຝຶຝົນຫຼໍ່ຫຼອມຄຸນສົມບັດເພື່ອກາຍເປັນລູກຄວາມຮູ້, ຮຽນເກັ່ງ, ຫຼານຄຳຮູ້ຂອງລຸ່ງໂຮ່”.

        ໂດຍເຮັດວຽກຢູ່ເຂດປູຊະນີຍະສະຖານກິມລຽນເປັນເວລາຫຼາຍປີ, ອະທິບາຍ, ແນະນຳໃຫ້ປະຊາຊົນ, ແຂກທ່ອງທ່ຽວນັບລ້ານເທື່ອຄົນກ່ຽວກັບເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ, ທ່ານນາງຫງວຽນກິມແທັງ, ມີຄວາມຮູ້ສຶກໄດ້ຢ່າງຈະແຈ້ງກ່ຽວກັບນ້ຳໃຈຄວາມຮັກແພງຂອງປະຊາຊົນທົ່ວປະເທດທີ່ສະຫງວນຕໍ່ເພີ່ນ. ທ່ານນາງແທັງແບ່ງປັນວ່າ:

“ອາດເວົ້າໄດ້ວ່າ, ສຳລັບປະຊາຊົນແຕ່ລະຄົນ, ເມື່ອມາບ້ານເກີດຂອງເພີ່ນກໍ່ຄືດັ່ງກັບມາບ້ານເກີດຂອງຕົນ, ບ້ານຂອງເພີ່ນກໍ່ຄືດັ່ງບ້ານຂອງຕົນ, ໄດ້ຢ້ຽມຊົມບັນດາວັດຖຸທີ່ລະນຶກ, ຮັບຟັງການອະທິບາຍ. ຊາວ ຫວຽດນາມ ແຕ່ລະຄົນເມື່ອມາຢ້ຽມຢາມບ້ານຂອງ ເພີ່ນ ກໍ່ລ້ວນແຕ່ຮູ້ສຶກມີຄວາມອົບອຸ່ນກວ່າ ແລະ ຜ່ານນັ້ນ ກໍ່ມີກຳລັງໃຈເພື່ອດຳລົງຊີວິດ, ຮໍ່າຮຽນແລະເຮັດວຽກໃຫ້ເປັນຢ່າງດີກວ່າ”.

ເດືອນພຶດສະພາໄດ້ວຽນມາສູ່ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ແລ້ວ. ເຖິງວ່າເພີ່ນໄດ້ລ່ວງລັບໄປແລ້ວກໍ່ຕາມ, ແຕ່ໃນດວງໃຈຂອງປະຊາຊົນ ຫວຽດນາມ, ຮູບພາບກ່ຽວກັບເພີ່ນກໍ່ຍັງມີຢູ່ແລະເຕັມໄປດ້ວຍນ້ຳໃຈຄວາມເຄົາລົບນັບຖືຕໍ່ຜູ້ນຳທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ.

ຕອບກັບ