ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ

Hong Van
Chia sẻ
(VOVWORLD) -ຫວຽດນາມແມ່ນ ປະເທດມີຫລາຍສາສະຫນາ. ປະຊາຊົນຊື່ຖືສາສະຫນາລ້ວນແຕ່ມີຄວາມເສລີໃນການເຄື່ອນໄຫວສາສະຫນາຂອງຕົນໃນສະພາບສະຖຽນລະພາບ, ປ່ອງດອງ, ສະເຫມີພາບ, ສອດຄ່ອງກັບກົດໝາຍ. ໃນຊຸມມື້ມໍ່ໆມານີ້ ສະພາບການເຊື່ອຖື ເຫລື້ອມໃສສາສະຫນາ ແມ່ນມີຊີວິດຊີວາກວ່າ ດ້ວຍບັນຍາກາດປິຕິຊົມຊື່ນ, ຕ້ອນຮັບບຸນປີໃຫມ່ Chol Chnam Thmay ຂອງຊາວເຜົ່າ ຂະແມ ຢູ່ ພາກໃຕ້ ຫວຽດນາມ. ສະພາບຕົວຈິງການເຄື່ອນໄຫວທາງສາສະຫນານັບມື້ນັບຟົດຟື້ນ ເປັນການພິສູດໃຫ້ຢ່າງຈະແຈ້ງການຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ.
ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ - ảnh 1ບຸນປີໃຫມ່ Chol Chnam Thmay ຂອງຊາວເຜົ່າ ຂະແມ. ພາບ: baochinhphu.vn

ຖ້າຫາກ 21 ປີກ່ອນນີ້, ປີ 2003 ຫວຽດນາມ ມີ 15 ອົງການສາສະຫນາຂຶ້ນກັບ 6 ສາສະຫນາ ດ້ວຍສາສະນິກກະຊົນ 17 ລ້ານຄົນ, ທ້າຍເດືອນ ພະຈິກ ປີກາຍນີ້, ລັດ ໄດ້ຮັບຮູ້ ແລະ ອອກໃບຈົດທະບຽນການເຄື່ອນໄຫວໃຫ້ແກ່ກວ່າ 40 ອົງການ ຂຶ້ນກັບ 16 ສາສະຫນາ ດ້ວຍສາສະນິກະຊົນ 27 ລ້ານຄົນ, ກວມເອົາ 27% ປະຊາກອນຂອງ ຫວຽດນາມ.

ບັນດາສາສະຫນາໄດ້ຮັບການພັດທະນາຢ່າງສະເຫມີພາບ

ໃນຈຳນວນ ສາສະນິກກະຊົນ 27 ລ້ານຄົນ, ປະຊາຄົມຊາວຄຼິດ ພັດທະນາຢ່າງແຮງ ດ້ວຍຜູ້ເຊື່ອຖືແມ່ນກວ່າ 7,2 ລ້ານຄົນ ກວມເອົາ 7% ປະຊາກອນຂອງໃນທົ່ວປະເທດ. ຊາວຄຼິດ ເຄື່ອນໄຫວສາສະຫນາຢູ່ 9.000 ຮາກຖານ. ອົງການລັດທີ່ມີສິດອຳນາດ ໄດ້ສະຫນອງທີ່ດິນເພື່ອກໍ່ສ້າງບ່ອນທຳການເຄື່ອນໄຫວໃຫ້ແກ່ບັນດາສາສະຫນາ, ໃນນັ້ນ ແຂວວງດັກລັກ ມອບທີ່ດິນກວ່າ 11.000 ຕາແມັດໃຫ້ສຳນັກສັງຄະນາຍົກ ບວນມາທວດ. ນະຄອນ ດ່າຫນັງ ມອບທີ່ດິນກວ່າ 9.000 ຕາແມັດ ໃຫ້ແກ່ສັງຄະນາຍົກ ດ່າຫນັງ.ແຂວງ ກວ໋າງຈິ້ ມອບ 15 ເຮັກຕາໃຫ້ແກ່ເຂດຊາວຄຼິດ ລາວາງ…

          ໃນການຢ້ຽມຢາມ ຫວຽດນາມແຕ່ວັນທີ 9 -14 ເມສາ, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດ ສຳນັກ ວາຕີກັງ Paul Richard Gallagher ສະແດງຄວາມປິຕິຊົມຊື່ນໂດຍເຫັນວ່າ ສະມາຄົມຄິຼດທະສາສະຫນາ ຫວຽດນາມ ໄດ້ມີການພັດທະນາ, ຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ ແລະ ມີຄວາມເຊື່ອໝັ້ນວ່າ ປະຊາຄົມຊາວຄຼິດ ຢູ່ຫວຽດນາມ ຈະມີການປະກອບສ່ວນຫລາຍກວ່າອີກເຂົ້າໃນພາລະກິດແຫ່ງການພັດທະນາປະເທດຊາດ. ກ່າວຄຳເຫັນທີ່ພິທີສວດມົນໃນຕອນຄ່ຳວັນທີ 10 ເມສາ ຢູ່ ໂບດໃຫຍ່ຢູ່ ຮ່າໂນ້ຍ, ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດ ສຳນັກ ວາຕີກັງ Paul Richard Gallagher ໃຫ້ຮູ້ວ່າ:

“ໃນສອງມື້ຜ່ານມາ, ນັບແຕ່ເມື່ອຂ້າພະເຈົ້າ ມາເຖິງ ຫວຽດນາມ, ຂ້າພະເຈົ້າໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໄມຕິຈິດ ຈາກອຳນາດການປົກຄອງທຸກຂັ້ນ. ເຂົາເຈົ້າມີຄວາມສົນໃຈບໍ່ພຽງແຕ່ການຢ້ຽມຢາມເທົ່ານັ້ນ ຫາກນັບທັງບັນດາຂໍ້ສະເຫນີຊື່ງຂ້າພະເຈົ້າໄດ້ແລກປ່ຽນນຳກັນ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນ ເມື່ອຂ້າພະເຈົ້າມີຄວາມເປັນກຽດໄດ້ເຂົ້າໄປໃນໂບດໃຫຍ່ຢູ່ ຮ່າໂນ້ຍ ແລະ ໄດ້ເຂົ້າຮ່ວມທຳພິທີສວດມົນຢູ່ທີ່ນີ້.”

ໃນຂະນະນັ້ນ ສາສະຫນາພຸດ ກວມເອົາສາສະນິກະຊົນເປັນຈຳນວນຫລາຍສຸດຢູ່ ຫວຽດນາມ ດ້ວຍ 14 ລ້ານຄົນ ແລະ ມີບ່ອນທຳການເຄື່ອນໄຫວສາສະຫນາແມ່ນ 18.500 ແຫ່ງ. ມີຫລາຍງານບຸນຂອງສາສະຫນາພຸດ ໄດ້ດຶງດູດສາສະນິກະຊົນເຂົ້າຮ່ວມເປັນຈຳນວນໝື່ນໆຄົນ. ພະມະຫາອາຈານ ທິກດົ່ງຮ່ວາ,    ວັດ ຫວີງງຽມ ແບ່ງປັນວ່າ:     

“ຖ້າເວົ້າວ່າ ຫວຽດນາມບໍ່ຮັບປະກັນສິດເສລີໃນການເຊື່ອຖືສາສະຫນາ ນັ້ນແມ່ນຄຳເວົ້າບໍ່ທີ່ຖືກຕ້ອງ. ການເຄື່ອນໄຫວຂອງພວກຂ້າພະເຈົ້າເປັນການພິສູດໃຫ້ເຫັນຢ່າງຈະແຈ້ງ. ພວກຂ້າພະເຈົ້າແມ່ນນັກບວດຕ່າງປະເທດທີ່ໄດ້ມາທຳການເຄື່ອນໄຫວສາສະຫນາຢູ່ ຫວຽດນາມ ແລະ ພວມໄປຮຽນຢູ່ ຫວຽດນາມ, ບວດ ຢູ່ ຫວຽດນາມ. 10 ກວ່າປີຢູ່ ຫວຽດນາມ, ຂ້າພະເຈົ້າຍັງບໍ່ທັນປະສົບກັບບັນຫາຫຍັງທີ່ກ່ຽວຂ້ອງເຖິງສາສະຫນາ. ພວກຂ້າພະເຈົ້າເຄື່ອນໄຫວສາສະຫນາຢ່າງເສລີ, ມີສິດໄດ້ໄປຮຽນ, ມີສິດໄດ້ທຳພິທີ, ມີສິດໄດ້ເຜີຍແຜ່ທຳມະ”

ເຄົາລົບ, ຮັບປະກັນຄວາມຫລາກຫລາຍດ້ານສາສະຫນາຂອງປະຊາຊົນບັນດາເຜົ່າສ່ວນຫນ້ອຍ

ພ້ອມກັບການຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງບັນດາສາສະຫນາໃຫຍ່, ລັດ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະຮັບປະກັນການເຄື່ອນໄຫວເຊື່ອຖືສາສະຫນາຂອງຊາວເຜົ່າສ່ວນຫນ້ອຍ. ຢູ່ ເຂດໄຕງວຽນ, ລັດ ມີຄວາມເອົາໃຈໃສ່ຟື້ນຟູ, ເສີມຂະຫຍາຍບັນດາຄຸນຄ່າ ແລະ ການເຄື່ອນໄຫວດ້ານວັດທະນະທຳ, ການເຊື່ອຖືສາສະຫນາ, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສາສະຫນາ ກໍ່ສ້າງ, ບູລະນະ, ສ້ອມແປງບ່ອນເຄື່ອນໄຫວສາສະຫນາ. ຫລວງພໍ່ Ai Krol  ສາຂາສະມາຄົມ Ea Hiu ສະມາຄົມສາສະຫນາໂປແຕດສະຕັງ ດັກລັກ ໃຫ້ຮູ້ວ່າ:

“ໃນການເຄື່ອນໄຫວສາສະຫນາຂອງສະມາຄົມສາສະຫນາໂປແຕັດສະຕັງ, ອຳນາດການປົກຄອງທຸກຂັ້ນ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ສາຂາສະມາຄົມ. ທຸກສິ່ງທຸກຢ່າງແມ່ນສະດວກ ແລະ ດີງາມ, ບໍ່ມີສິ່ງຫຍັງກີດຂວາງ. ຊຸມປີກ່ອນນີ້ ພວກຂ້າພະເຈົ້າເຄື່ອນໄຫວດ້ານສາສະຫນາໃນໂບດຊົ່ວຄາວ ແຕ່ປະຈຸບັນ ອຳນາດການປົກຄອງທຸກຂັ້ນ ໄດ້ເອື້ອອຳນວຍໃຫ້ແກ່ພວກຂ້າພະເຈົ້າ ກໍ່ສ້າງໂບດແຫ່ງໃຫມ່ທີ່ໃຫຍ່ໂຕສວຍງາມກວ່າ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ”.

ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ - ảnh 2ສັງຄະນາຍົກ, ລັດຖະມົນຕີການຕ່າງປະເທດ ສຳນັກ ວາຕີກັງ Paul Richard Gallagher ພ້ອມດ້ວຍສັງຄະນາຍົກ Marek Zalewski, ຜູ້ຕາງຫນ້າ ສຳນັກ ວາຕີກັງ ປະຈຳຫວຽດນາມ ເຂົ້າຮ່ວມພິທີສວດມົນຢູ່ ໂບດໃຫຍ່ ຮ່າໂນ້ຍ. ພາບ:Văn Điệp/TTXVN

         ໃນຊຸມມື້ນີ້, ຊາວເຜົ່າຂະແມ ຢູ່ບັນດາແຂວງ ຄື: ຈ່າວິງ, ຊອກຈັງ, ບາກລຽວ.. ມີຄວາມປິຕິຊົມຊື່ນກະກຽມຕ້ອນຮັບບຸນປີໃຫມ່ Chol Chnam Thmay. ບັນດາຄອບຄົວຊາວເຜົ່າຂະແມ ໄດ້ສ້ອມແປງ, ອະນາໄມເຮືອນຊານບ້ານຊ່ອງ, ປະດັບປະດາໃຫ້ສວຍງາມ. ບັນດານັກສິລະປະກອນສຸມໃສ່ກະກຽມເຄື່ອງດົນຕີ. ບ່າວ,ສາວ,ຊາວຫນຸ່ມຕ່າງໃນບ້ານໄດ້ຝືກແອບການຟ້ອນລຳທຳເພງເພື່ອສະແດງໃນຊຸມມື້ບຸນປີໃຫມ່ປະເພນີຈະມາເຖິງ. ອ້າຍ ແທກມິງວັນ ຢູ ຊອກຈັງ ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບບຸນປີໃຫມ່ປະເພນີ. ພໍ່ແມ່ປະຊາຊົນໃນບ້ານ ລ້ວນແຕ່ມີຄວາມດີໃຈຫລາຍ. ບຸນປີໃຫມ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນພົບປະແລກປ່ຽນນຳກັນ, ແບ່ງປັນບົດຮຽນ, ສ້າງບັນຍາກາດປິຕິຊົມຊື່ນ ແລະຊຸກຍູ້ທ້ອງຖິ່ນໃຫ້ນັບມື້ນັບພັດທະນາ.

ສະພາບການເຄື່ອນໄຫວດ້ານສາສະຫນາເປັນຫລາຍຮູບຫລາຍແບບ, ອຸດົມສົມບູນ ຢູ່ ຫວຽດນາມ ເປັນການສະແດງໃຫ້ເຫັນຜົນງານໃນການປະຕິບັດສິດເສລີການເຊື່ອຖືສາສະຫນາຢູ່ຫວຽດນາມ ແມ່ນສິ່ງບໍ່ອາດປະຕິເສດໄດ້. ນັ້ນແມ່ນໝາກຜົນຂອງວິວັດທະນາການຂອງການຮັບຮູ້ຕະຫລອດຮອດການກະທຳຢ່າງສະເຫມີຕົ້ນສະເຫມີປາຍຂອງທັງລະບົບການເມືອງ ແລະ ພ້ອມທັງແມ່ນຄວາມເຫັນດີເຫັນພ້ອມ ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນທີ່ເຊື່ອຖືສາສະຫນາ.

ຕອບກັບ