ພັດທະນາຂະແຫນງສິນໃນນ້ຳແບບຍືນຍົງ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ

Hong Van
Chia sẻ

(VOVWORLD) -ວັນທີ  10 ເມສາ ປີ 2024, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງເລກທີ 32-CT/TWກ່ຽວກັບການເພີ່ມທະວິການຊີ້ນຳນຳພາຂອງພັກສຳລັບວຽກງານຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະ ພັດທະນາຂະແຫນງສິນໃນນ້ຳແບບຍືນຍົງ. ເລື່ອງປະກາດໃຊ້ຄຳສັ່ງນີ້ສະແດງໃຫ້ເຫັນ ທັງລະບົບການເມືອງ ຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມເພື່ອຍົກເລີກບັດເຫລືອງ IUU ພ້ອມກັນນັ້ນ ກໍ່ເປັນການປົກປ້ອງອິດທິພົນຊື່ສຽງຂອງຊາດໃນເວທີສາກົນ.

ພັດທະນາຂະແຫນງສິນໃນນ້ຳແບບຍືນຍົງ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ - ảnh 1ພະນັກງານປ້ອມກວດກາ ຢູ່ ເມືອງ  ໂກນດ໋າວ ພວມທຳການກວດກາກຳປັ່ນຫາປາ ຫາກໍ່ເຂົ້າທຽບທ່າ.ພາບ:baobariavungtau.com.vn

ໄລ່ມາຮອດປະຈຸບັນ ແມ່ນ 7 ປີແລ້ວທີ່ ຫວຽດນາມຖືກກ່າວເຕືອນ “ບັດເຫລືອງ” ກ່ຽວກັບການຂຸດຄົ້ນ IUU.

ຄວາມຕັດສິນໃຈ ແລະຄຳໝັ້ນສັນຍາດ້ານການເມືອງໃຫຍ່ຫລວງ

ຄຳສັ່ງເລກທີ 32 ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄຳໝັ້ນສັນຍາດ້ານການເມືອງໃຫຍ່ຂອງ ຫວຽດນາມກ່ຽວກັບການຕ້ານການຂຸດຄົ້ນ IUUກໍ່ຄືການພັດທະນາສິນໃນນ້ຳແບບຍືນຍົງ. ຄຳສັ່ງປະກາດໃຊ້ໃນຊ່ວງເວລາທັງລະບົບການເມືອງພວມສຸມໃສ່, ມານະພະຍາຍາມສູ້ຊົນປະຕິບັດບັນດາຄຳສະເຫນີແນະຂອງຄະນະກຳມະການເອີລົບຢ່າງຄົບຊຸດ, ມີປະສິດທິຜົນ ພ້ອມທັງຊຸກຍູ້ການພັດທະນາຂະແຫນງສິນໃນນ້ຳແບບຍືນຍົງໃນໄລຍະຈະມາເຖິງ.

ໃນຄຳສັ່ງເລກທີ 32, ຄະນະເລຂາໄດ້ກຳນົດວຽກງານຕ້ານການຂຸດຄົ້ນ IUU ແມ່ນຫນ້າທີ່ສຳຄັນ, ຮີບດ່ວນ, ມີຄວາມໝາຍຍາວນານສຳລັບການພັດທະນາຂະແຫນງສິນໃນນ້ຳແບບຍືນຍົງ; ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ ແລະທົ່ວສັງຄົມ, ກ່ອນອື່ນແມ່ນຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ. ຜູ້ນຳຫນ້າຢູ່ຂະແຫນງການ, ທ້ອງຖິ່ນ ຕ້ອງມີຄວາມຮັບຜິດຊອບໂດຍກົງສຳລັບວຽກງານຊີ້ນຳນຳພາ, ສ້າງຄວາມເປັນເອກະພາບ, ຄົບຊຸດ, ຄວາມຕັດສິນໃຈສູງໃນການປະຕິບັດການຍົກເລີກບັດເຫລືອງໃນປີນີ້.

ຄຳສັ່ງຂອງຄະນະເລຂາກໍ່ຮຽກຮ້ອງບັນດາຄະນະ, ຂະແຫນງການ ຕ້ອງເອົາໃຈໃສ່ຖືເປັນສຳຄັນນະໂຍບາຍລ້ຽງປູກ, ຂຸດຄົ້ນ, ປົກປັກຮັກສາ ແລະ ພັດທະນາແຫລ່ງຜົນປະໂຫຍດຈາກສິນໃນນ້ຳ, ຮັກສາ, ປຸງແຕ່ງຮັບໃຊ້ການສົ່ງອອກ, ມີນະໂຍບາຍຫນູນຊ່ວຍການຫັນອາຊີບຫາປາເປັນທັນສະໄຫມ, ດັດປັບການຫາເງິນລ້ຽງຊີບ, ບຳລຸງສ້າງວິຊາຊີບ, ເອື້ອອຳນວຍຄວາມສະດວກໃຫ້ຊາວປະມົງອອກໄປຫາປາຢູ່ນອກຝັ່ງ, ຍົກສູງຊີວິດການເປັນຢູ່.

ພາຍຫລັງຄຳສັ່ງໄດ້ຮັບການປະກາດໃຊ້, ວັນທີ 22ເມສາ, ຄະນະເລຂາໄດ້ຈັດຕັ້ງກອງປະຊຸມສະຫລຸບແບບທາງໄກຈາກສູນກາງລົງຮອດບັນດາທ້ອງຖິ່ນ ເພື່ອຊາບຊືມ ແລະ ຜັນຂະຫຍາຍການປະຕິບັດຄຳສັ່ງ. ແລະໃນວັນດຽວກັນ ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 52 ກ່ຽວກັບໂຄງການກະທຳ ແລະແຜນການຜັນຂະຫຍາຍປະຕິບັດ.

ສ້າງໂຄງປະກອບຂະແຫນງສິນໃນນ້ຳໃຫ້ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຄືນໃຫມ່

ສິນໃນນ້ຳແມ່ນຂະແຫນງເສດຖະກິດປາຍແຫລມຂອງ ຫວຽດນາມ. ຍອດປະລິມານສິນໃນນ້ຳທີ່ຂຸດຄົ້ນປະຈຳປີແມ່ນກວ່າ 9 ລ້ານໂຕນ, ປະກອບສ່ວນ 30%GDP ຂອງຂະແຫນງກະສິກຳ. ຜະລິດຕະພັນສິນໃນນ້ຳໄດ້ສົ່ງອອກໄປຍັງ 170 ປະເທດ ແລະ ເຂດແຄ້ວນ.

        ການນຳລັດຖະບານ ຫວຽດນາມ ໄດ້ຢັ້ງຢືນເປັນຫລາຍຄັ້ງແລ້ວວ່າ ການຍົກເລີກບັດເຫລືອ IUU ແມ່ນເງື່ອນໄຂ ຫວຽດນາມຕ້ອງຜ່ານຜ່າເພື່ອໃຫ້ໃນໄລຍະຈະມາເຖິງ, ຜະລິດຕະພັນສິນໃນນ່້ຳ ຫວຽດນາມ ມີຕະຫລາດດີກວ່າຢູ່ ເອີລົບ. ຍິ່ງກວ່ານັ້ນ ການປະຕິບັດບັນດາມາດຕະການ ເພື່ອຍົກເລີກບັດເຫລືອງ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນໃນບັນດາບາດກ້າວ ຊື່ງ ຫວຽດນາມ ສ້າງໂຄງປະກອບອາຊີບຫາປາໃຫ້ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຄືນໃຫມ່.

        ເພາະສະນັ້ນ ຕາມເນື້ອໃນຈິດໃຈຂອງຄຳສັ່ງເລກທີ 32 ຂອງຄະນະເລຂາ, ລັດຖະບານ ພ້ອມກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນກ່ຽວຂ້ອງສືບຕໍ່ຍູ້ແຮງການຝືກອົບຮົມ, ຂົນຂວາຍ, ຍົກສູງຄວາມຮັບຮູ້ຄວາມຮັບຜິດຊອບສຳລັບວຽກງານຕ້ານການຂຸດຄົ້ນ IUU. ຫວຽດນາມ ຈະມີຄວາມເອົາໃຈໃສ່ບຸລິມະສິດລົງທຶນພັດທະນາພື້ນຖານດ້ານວັດຖຸເຕັກນິກ, ພື້ນຖານໂຄງລ່າງສິນໃນນ້ຳ, ຍູ້ແຮງການໝູນໃຊ້ວິທະຍາສາດ,ເຕັກໂນໂລຊີກ້າວຫນ້າ, ນະວັດຕະກຳ, ຫັນເປັນດິຈີຕອນໃຫ້ແກ່ຂະແຫນງສິນໃນນ້ຳພັດທະນາຍາວນານ, ປະຕິບັດຄວາມຮັບຜິດຊອບ, ພັນທະສາກົນຂອງຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ສັນຍາສາກົນກ່ຽວກັບການປົກປັກຮັກສາມະຫາສະຫມຸດ, ສິ່ງແວດລ້ອມ, ລະບົບນິເວດທະເລ ແລະ ແຫລ່ງຜົນປະໂຫຍດຈາກສິນໃນນ້ຳ.

 ການຍົກເລີກບັດເຫລືອງບໍ່ພຽງແຕ່ແມ່ນບັນຫາຂອງຂະແຫນງສິນໃນນ້ຳເທົ່ານັ້ນ ຫາກແມ່ນອິດທິພົນຊື່ສຽງ, ທີ່ຕັ້ງບົດບາດ ຂອງຊາດໃນເວທີສາກົນ. ເລື່ອງທັງລະບົບການເມືອງພ້ອມກັນເຂົ້າຮ່ວມເປັນການສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາດ້ານການເມືອງໃຫຍ່ຂອງ ຫວຽດນາມກ່ຽວກັບການຕ້ານການຂຸດຄົ້ນ IUU ນຳຂະແຫນງສິນໃນນ້ຳໃຫ້ພັດທະນາແບບຍືນຍົງ ແລະມີຄວາມຮັບຜິດຊອບ.

ຕອບກັບ