ຫວຽດນາມ: ສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວສາກົນ

Quang Dung
Chia sẻ
(VOVWORLD) - ຕາມຕົວເລກຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມທີ່ປະກາດໃນຕົ້ນເດືອນເມສາແລ້ວ, ໃນໄຕມາດທີ 1 ປີ 2024,  ແຂກທ່ອງທ່ຽວສາກົນມາຫວຽດນາມບັນລຸກວ່າ 4,6 ລ້ານເທື່ອຄົນ
ຫວຽດນາມ: ສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວສາກົນ - ảnh 1(ອ່າວ ຮະລອງ)

ພ້ອມກັບວິວັດການຟື້ນຟູເສດຖະກິດ, ຫວຽດນາມພວມກາຍເປັນສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວສາກົນຫຼາຍຄົນ. ຄິດໄລ່ພຽງໃນໄຕມາດທີ 1 ປີ 2024, ຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ກໍ່ເພີ່ມຂຶ້ນເກືອບທົບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເປັນຂີດໝາຍຂອງການຟື້ນຟູຢ່າງຮອບດ້ານຂອງຂະແໜງທ່ອງທ່ຽວ, ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ - 19.

ຕາມຕົວເລກຂອງກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ທີ່ປະກາດໃນຕົ້ນເດືອນ ເມສາ ແລ້ວ, ໃນໄຕມາດທີ 1 ປີ 2024,  ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກວ່າ 4,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ການຟື້ຟູຢ່າງຮອບດ້ານ

ດ້ວຍຈຳນວນແຂກທ່ອງທ່ຽວສາກົນດັ່ງກ່າວ, ຂະແໜງທ່ອງທ່ຽວຫວຽດນາມໄດ້ຮັບການຟື້ນຟູຢ່າງຮອບດ້ານພາຍຫຼັງພະຍາດໂຄວິດ - 19, ຊ້ຳບໍ່ໜຳໄດ້ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄຕມາດທີ 1 ປີ 2019, ຈຸດເວລາກ່ອນເກີດພະຍາດໂຄວິດ - 19. ສິ່ງທີ່ໜ້າສົນໃຈແມ່ນ, ຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມ ຄິດສະເລ່ຍທັງ 3 ເດືອນຕົ້ນປີ, ແຕ່ລະເດືອນແມ່ນກວ່າ 1,5 ລ້ານເທື່ອຄົນ.

ຕາມທ່ານ ຫງວຽນຮຸຍຮ່ວາງ, ຫົວໜ້າຝ່າຍບໍລິຫານພື້ນຖານການບໍລິການທ່ອງທ່ຽວທາງອອນລາຍ Klook ຫວຽດນາມ ແລ້ວ, ແຂກທ່ອງທ່ຽວສາກົນມາຫວຽດນາມບໍ່ພຽງແຕ່ເພີ່ມຂຶ້ນດ້ານຈຳນວນຫາກລາຍຈ່າຍກໍ່ເພີ່ມຂຶ້ນຄິດສະເລ່ຍກວ່າ 13%,ຕົວເລກດັ່ງກ່າວຊີ້ໃຫ້ເຫັນວ່າ, ແຂກທ່ອງທ່ຽວສາກົນພວມພ້ອມແລ້ວທີ່ຈະຈ່າຍຫຼາຍກວ່າໃຫ້ແກ່ການເຄື່ອນໄຫວທ່ອງທ່ຽວຢູ່ ຫວຽດນາມ. ປະຈຸບັນ, ມີແຂກທ່ອງທ່ຽວມາຫວຽດນາມ ຈາກ 5 ຕະຫຼາດແຖວໜ້າ, ຄື: ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ສິງກະໂປ, ຮົ່ງກົງແລະຟີລິບປີນ. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ໜ້າສົນໃຈແມ່ນການເພີ່ມຈຳນວນແຂກທ່ອງທ່ຽວສາກົນທີ່ໜ້າປະທັບໃຈທີ່ສຸດ ແມ່ນມາຈາກບັນດາຕະຫຼາດຫາກໍ່ພົ້ນເດັ່ນ. ຕາມ Klook ແລ້ວ,ແຂກທ່ອງທ່ຽວ ອິນໂດເນເຊຍ ນຳໜ້າດ້ວຍລະດັບເຕີບໂຕດ້ານຄວາມຕ້ອງການທ່ອງທ່ຽວມາ ຫວຽດນາມ ເພີ່ມຂຶ້ນທົບ 8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄຕ້ຫວັນ (ຈີນ) ຢືນອັນດັບທີ 2 ດ້ວຍລະດັບເຕີບໂຕຫຼາຍທົບ 5 ເທົ່າແລະຢືນອັນດັບທີ 3 ແມ່ນ ເອີລົບ ດ້ວຍລະດັບເຕີບໂຕຫຼາຍທົບ 4 ເທົ່າ. ບັນດາຕົວເລກດັ່ງກ່າວຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມນັບມື້ນັບຕອບສະໜອງຄວາມຕ້ອງການເປັນຫຼາຍຮູບຫຼາຍແບບຂອງແຂກທ່ອງທ່ຽວສາກົນໄດ້ເປັນຢ່າງດີກວ່າ. ມີແຂກທ່ອງທ່ຽວຕ່າງປະເທດຈຳນວນໜຶ່ງໄດ້ແບ່ງປັນວ່າ:

ຂ້າພະເຈົ້າໄປຢ້ຽມຢາມດ່ານັ້ງບໍ່ວ່າໃນຈຸດເວລາໃດທີ່ສາມາດໄປໄດ້. ດ່ານັ້ງ ມີຫາດຊາຍທະເລທີ່ສວຍງາມ, ມີການເຄື່ອນໄຫວຫຼາຍຢ່າງ, ມີປະຊາຄົມຊາວຕ່າງປະເທດທີ່ຂະຫຍັນຂັນເຄື່ອນ, ສາມາດເຮັດໄດ້ຫຼາຍຢ່າງ, ຄື: ຝຶກແອບ yoga, ໄປທ່ຽວຫຼີ້ນຕອກາງຄືນ, ມີສະຖານທີ່ລືຊື່ຫຼາຍແຫ່ງ, ນະຄອນສວຍງາມ, ປະຊາຊົນຢູ່ທີ່ນີ້ເປັນໜ້າຮັກແພງ, ອາກາດກໍ່ດີທີ່ສຸດ”.

ຂ້າພະເຈົ້າເຕີບໃຫຍ່ຂຶ້ນຢູ່ ອົດສະຕາລີ ແລະ ນິວຊີແລນ ແລະ ໂລກກະທັດຂອງຂ້າພະເຈົ້າແມ່ນບັນດາຄຸນຄ່າຝ່າຍຕາເວັນຕົກ. ເມື່ອຫາກໍ່ມາຫວຽດນາມ, ຂ້າພະເຈົ້າກໍ່ຕົກສະເງີ້ຕໍ່ວັດທະນະທຳ, ແຕ່ເມື່ອຢູ່ຫວຽດນາມໄລຍະໜຶ່ງ, ໂລກກະທັດຂອງຂ້າພະເຈົ້າກ່ຽວກັບບັນດາຄຸນຄ່າ ຫຼື ວິທີສັງເກດແມ່ນມີການປ່ຽນແປງ, ຍ້ອນຊາວຫວຽດນາມເປັນຜູ້ໃຈດີ, ສະໜິດສະໜົມ ແລະ ຈິງໃຈ”.

ຄວາມຈິງແລ້ວ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຫວຽດນາມ. ຂ້າພະເຈົ້າຫາກໍ່ມາຢ້ຽມຢາມນະຄອນ ໂຮ່ຈີມິນ ແລະ ຍັງບໍ່ທັນມີໂອກາດໄປຢ້ຽມຢາມເຂດອື່ນ, ແຕ່ກໍ່ມີຄວາມປະທັບໃຈຕໍ່ການພັດທະນາທຸກສິ່ງທຸກຢ່າງຢູ່ທີ່ນີ້. ແລະ ຂ້າພະເຈົ້າກໍ່ເຄີຍໄດ້ຍິນກ່ຽວກັບອາລົມຈິດ ຄວາມຮັກແພງຂອງຊາວຫວຽດນາມແລະ ໄດ້ຮັບສິ່ງນັ້ນໃນຕົວຈິງແລ້ວ”.

ຫວຽດນາມ: ສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວສາກົນ - ảnh 2(ແຂກທ່ອງທ່ຽວຊາວຕ່າງປະເທດໄປຢ້ຽມຢາມ ເຫ້ວ)

ຍົກລະດັບຂະແໜງທ່ອງທ່ຽວ

ເລື່ອງແຂກທ່ອງທ່ຽວມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງໃນໄຕມາດທີ 1 ປີ 2024 ໄດ້ຮັບຖືວ່າ, ແມ່ນໝາກຜົນຂອງຍຸດທະສາດຫັນບັນດາຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ເຊິ່ງຂະແໜງທ່ອງທ່ຽວໄດ້ຜັນຂະຫຍາຍໃນໄລຍະຜ່ານມາ. ຕາມການສະຖິຕິຂອງ Klook, ຊີ້ໃຫ້ເຫັນວ່າ, ນອກຈາກບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນມູນເຊື້ອແລ້ວ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ກໍ່ພວມໄປທ່ອງທ່ຽວຢູ່ບັນດາເຂດລະຫຼີ້ນໃໝ່, ຄື: ເຂດລະຫຼີ້ນບັນເທິງແບບຄົບວົງຈອນຫຼື ບັນດາລາຍການທ່ອງທ່ຽວ, ຄື: ລາຍການທ່ອງທ່ຽວຢ້ຽມຢາມອ່າວ ຮະລອງ ດ້ວຍເຮືອ 5 ດາວCozy Bay Premium; ເຂດຮ່ອງຮອຍສະຖານອຸມົງໃຕ້ດິນ ກູຈີ ແລະ ເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ… ຕາມທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ກະຊວງວັດທະນະທຳ, ກິລາແລະທ່ອງທ່ຽວ ຫວຽດນາມ ແລ້ວ, ສິ່ງດັ່ງກ່າວຊີ້ໃຫ້ເຫັນວ່າຂະແໜງທ່ອງທ່ຽວຫວຽດນາມພວມພັດທະນາດ້ານຄຸນນະພາບຢ່າງແຮງ.

“ບໍ່ພຽງແຕ່ດ້ານຕົວເລກເທົ່ານັ້ນ, ພວກເຮົາຍັງເຫັນວ່າຂະແໜງທ່ອງທ່ຽວ ຫວຽດນາມ ພວມມີການຫັນປ່ຽນໄປສູ່ຮູບຖານໃໝ່, ມີຄຸນນະພາບແລະຢູ່ລະດັບສູງກວ່າ, ດຶງດູດແຂກທ່ອງທ່ຽວໃນແບບຄຸນນະພາບສູງ, ຍ້ອນບັນດາຜະລິດຕະພັນທ່ອງທ່ຽວແບບຫຼູຫຼາແລະຫຼາຍຮູບຫຼາຍແບບ”.

ເພື່ອປັບປຸງການຫັນປ່ຽນຢ່າງແຮງທາງດ້ານຄຸນນະພາບດັ່ງກ່າວ, ປີ 2024 ນີ້ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ດຳເນີນບັ້ນໂຄສະນາ, ສົ່ງເສີມການທ່ອງທ່ຽວຫຼາຍຢ່າງຢູ່ບັນດາຕະຫຼາດ ທ່ອງທ່ຽວຈຸດສຸມ, ປ່ຽນແປງໃໝ່ຮູບແບບໂຄສະນາ. ນອກນັ້ນ, ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວ, ເລື່ອງໂຄສະນາທາງອິນເຕີເນັດ ແລະ ການຫັນເປັນດີຈີຕອນໃນຂະແໜງທ່ອງທ່ຽວຈະແມ່ນບຸລິມະສິດທີ່ໃຫຍ່ຫຼວງໃນໄລຍະຈະມາເຖິງ, ເພື່ອນຳການທ່ອງທ່ຽວ ຫວຽດນາມ ບັນລຸ, ຊ້ຳບໍ່ໜຳແມ່ນລື່ນກາຍຄາດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນໃນປີ 2024 ນີ້./.

ຕອບກັບ