ຊູດັງ ຍັງຄົງຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງພາຍຫຼັງເກີດການປະທະກັນເປັນເວລາ 1 ປີ

Quang Dung
Chia sẻ
(VOVWORLD) - ໃນຮອບເວລາ 1 ປີຜ່ານມາຢູ່ ຊູດັງ ໄດ້ເຮັດໃຫ້ເກືອບ 15.000 ຄົນເສຍຊີວິດ ແລະ ນັບໝື່ນຄົນຮັບບາດເຈັບ. ມີປະຊາຊົນກວ່າ 8,5 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ
ຊູດັງ ຍັງຄົງຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງພາຍຫຼັງເກີດການປະທະກັນເປັນເວລາ 1 ປີ - ảnh 1ການປະທະກັນເລີ່ມມາຈາກນະຄອນຫຼວງ Khartoum
(ພາບປະກອບ: AFP/TTXVN)

        ວັນທີ 15 ເມສາ, ແມ່ນຄົບຮອບ 1 ປີເກີດການປະທະກັນຢູ່ ຊູດັງ. ພາຍຫຼັງ 1 ປີ, ປະເທດ ອາຟະລິກາຕາເວັນອອກ ຍັງຄົງຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງ, ເຮັດໃຫ້ນັບລ້ານຄົນຕົກເຂົ້າສູ່ສະພາບໂສກນາດຕະກຳດ້ານມະນຸດສະທຳ ໃນຂະນະທີ່ແງ່ຫວັງກ່ຽວກັບມາດຕະການແກ້ໄຂສັນຕິພາບຍັງຕົກເຂົ້າສູ່ສະພາບບໍ່ມີທາງອອກ.

        ການປະທະກັນຢູ່ ຊູດັງ ເກີດຂຶ້ນໃນວັນທີ 15 ເມສາ 2023, ເມື່ອເກີດການປະທະກັນລະຫວ່າງກອງທັບ ຊູດັງ ແລະ ກຳລັງປະຕິກິລິຍາໄວ (RSF) ເພື່ອແນໃສ່ຍາດສິດຄວບຄຸມປະເທດ ອາຟະລິກາຕາເວັນອອກ. ສະພາບປະເຊີນໜ້າແມ່ນເລີ່ມມາຈາກນະຄອນຫຼວງ Khartoum ແຜ່ຂະຫຍາຍອອກໄປສູ່ຫຼາຍທ້ອງຖິ່ນອື່ນຂອງປະເທດ.

ໂສກນາດຕະກຳດ້ານມະນຸດສະທຳ

        ຕາມບັນດາຕົວເລກຂອງສະຫະປະຊາຊາດ ແລ້ວ, ການປະທະກັນທີ່ເກີດຂຶ້ນໃນຮອບເວລາ 1 ປີຜ່ານມາຢູ່ ຊູດັງ ໄດ້ເຮັດໃຫ້ເກືອບ 15.000 ຄົນເສຍຊີວິດ ແລະ ນັບໝື່ນຄົນຮັບບາດເຈັບ. ມີປະຊາຊົນກວ່າ 8,5 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ, ໃນນັ້ນມີປະມານ 1,8 ລ້ານຄົນຕ້ອງອົບພະຍົບໄປປະເທດບ້ານໃກ້ເຮືອນຄຽງຂອງ ຊູດັງ. ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ, ລະບົບສາທາລະນະສຸກຢູ່ ຊູດັງ ພວມລົ້ມລະລາຍ, ຍ້ອນຂາດຖັນແຖວພາລະກອນການແພດ ກໍຄືຢຸກຢາ, ວັດຖຸການແພດຢ່າງຮ້າຍແຮງ. ມີແຕ່ 70 – 80% ຮາກຖານສາທາລະນະສຸກຢູ່ ຊູດັງ ບໍ່ເຄື່ອນໄຫວຍ້ອນບັນດາການປະທະກັນ. ບາງລັດບໍ່ໄດ້ຮັບວັດຖຸການແພດໃນຕະຫຼອດເວລາ 1 ປີຜ່ານມາ.

        ຮ້າຍແຮງກວ່ານັ້ນແມ່ນ, ການປະທະກັນໄດ້ຍູ້ໃຫ້ ຊູດັງ ຕົກເຂົ້າສູ່ວິກິດການມະນຸດສະທຳຢ່າງຮ້າຍແຮງ. ວັນທີ 29 ມີນາ, ລະບົບການຈັດປະເພດ ຄວາມປອດໄພດ້ານສະບຽງອາຫານແບບສະສົມ (IPC) ຂອງສະຫະປະຊາຊາດໄດ້ຄາດຄະເນວ່າ, ມີຊາວ ຊູດັງ ເກືອບ 5 ລ້ານຄົນຂາດສານອາຫານຢ່າງຮ້າຍແຮງ, ໃນນັ້ນ, ມີເດັກນ້ອຍ 3,6 ລ້ານຄົນໃນເກນອາຍຸຕ່ຳກວ່າ 5 ປີ ແລະ ແມ່ຍິງໃນໄລຍະຖືພາ ແລະ ລ້ຽງລູກດ້ວຍນົມແມ່ 1,2 ລ້ານຄົນ. ທ່ານ Justin Brady, ຫົວໜ້າຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳ (OCHA) ຂອງສະຫະປະຊາຊາດ ປະຈຳ ຊູດັງ, ໃຫ້ຮູ້ວ່າ:

        “ສົງຄາມນັ້ນແມ່ນຮ້າຍແຮງທີ່ສຸດຕໍ່ເດັກນ້ອຍ. ຄາດວ່າ, ມີເດັກນ້ອຍກວ່າ 730.000 ຄົນຖືກຂາດສານອາຫານຢ່າງຮ້າຍແຮງ. ຖ້າບໍ່ມີການໜູນຊ່ວຍໂດຍດ່ວນນັ້ນ, ມີເດັກນ້ອຍກວ່າ 200.000 ຄົນອາດຈະຖືກເສຍຊີວິດຍ້ອນໄພອຶດຫິວໃນຊຸມວັນ, ເດືອນທີ່ຈະມາເຖິງ.”

        ບັນດາການເຄື່ອນໄຫວກູ້ໄພກູ້ຊີບຢູ່ ຊູດັງ ປະສົບກັບສິ່ງທ້າທາຍຫຼາຍຢ່າງ, ຍ້ອນການປະທະກັນຢູ່ ຊູດັງ ມີການຜັນແປຢ່າງສັບສົນ, ສະພາບອາດຍາສິດ, ພື້ນຖານໂຄງການຖືກທຳລາຍ ເຮັດໃຫ້ວຽກງານແຈກຢາຍສິນຄ້າກູ້ຊ່ວຍຖືກກີດຂວາງ. ສິ່ງເປັນຫ່ວງກວ່າແມ່ນ, ວິກິດການຢູ່ ຊູດັງ ພວມແຜ່ລາມອອກສູ່ບັນດາປະເທດບ້ານໃກ້ເຮືອນຄຽງອື່ນເຊິ່ງກໍ່ພວມຖືກຕົກຢູ່ໃນສະພາບຫຍຸ້ງຍາກທີ່ສຸດ. ທ່ານ Michael Dunford, ຜູ້ອຳນວຍການໃຫຍ່ພາກພື້ນ ອາຟະລິກາຕາເວັນອອກ ຂອງໂຄງການທັນຍາຫານສະຫະປະຊາຊາດ (WEF), ໃຫ້ຮູ້ວ່າ:

        “ຊາວລີ້ໄພ ຊູດັງ ພວມພາກັນໄປຍັງ Chad ແລະ ຊູດັງໃຕ້, ເຊິ່ງແມ່ນ 2 ປະເທດພວມຕົກຢູ່ໃນສະພາບຂາດສະຖຽນລະພາບຢ່າງຮ້າຍແຮງ. ປະຈຸບັນ, ຊູດັງໃຕ້ ຕ້ອງຮັບຊາວລີ້ໄພ ຊູດັງ ກວ່າ 600.000 ຄົນ, ໃນຂະນະທີ່ 75% ຈຳນວນພົນລະເມືອງຂອງປະເທດນີ້ຕ້ອງໄດ້ຮັບການໜູນຊ່ວຍມະນຸດສະທຳ. ສະນັ້ນ, WFP ແລະ ບັນດາອົງການຈັດຕັ້ງອື່ນບໍ່ສາມາດຕອບສະໜອງທຸກຄວາມຕ້ອງການໄດ້”.

ຊູດັງ ຍັງຄົງຖືກຕົກຢູ່ໃນສະພາບການໃຊ້ຄວາມຮຸນແຮງພາຍຫຼັງເກີດການປະທະກັນເປັນເວລາ 1 ປີ - ảnh 2ມີປະຊາຊົນກວ່າ 8,5 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ
(ພາບ: Reuters)

ການປະທະກັນຖືກຫຼົງລືມ

        ໂດຍບໍ່ຫົວຊາຕໍ່ໂສກນາດຕະກຳມະນຸດສະທຳຢູ່ ຊູດັງ, ປະຊາຄົມສາກົນຍັງ ເມີນເສຍຕໍ່ເລື່ອງກູ້ຊ່ວຍສາມັນຊົນຢູ່ປະເທດ ອາຟະລິກາຕາເວັນອອກ. ຕາມສະຫະປະຊາຊາດ ແລ້ວ, ບັນດາສຳນັກງານມະນຸດສະທຳຂອງອົງການນີ້ຕ້ອງການຈຳນວນເງິນຢ່າງໜ້ອຍສຸດແມ່ນ 2,7 ຕື້ USD ໃນປີ 2024 ນີ້ເພື່ອສະໜອງແຫຼ່ງທັນຍາຫານ, ວັດຖຸການແພດ ແລະ ບັນດາຄວາມຕ້ອງການອື່ນໃຫ້ປະຊາຊົນ ຊູດັງ 24 ລ້ານຄົນ, ເທົ່າກັບເກືອບ ½ ຈຳນວນພົນລະເມືອງຂອງປະເທດນີ້ (51 ລ້ານຄົນ). ເຖິງຢ່າງໃດກໍ່ຕາມ, ຕົວເລກໂດຍ OCHA ຍົກອອກມາຊີ້ໃຫ້ເຫັນວ່າ ໄລ່ຮອດທ້າຍເດືອນ ມີນາ 2024, ບັນດານັກອຸປະຖຳຫາກໍ່ໃຫ້ຄຳໝັ້ນສັນຍາສະໜອງຈຳນວນເງິນ 145 ລ້ານ USD ໃຫ້ແກ່ ຊູດັງ, ໝາຍຄວາມວ່າຕອບສະໜອງພຽງປະມານ 5% ຄວາມຕ້ອງການເທົ່ານັ້ນ.

        ໃນກອງປະຊຸມຄັ້ງຫຼ້າສຸດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະພາບການຢູ່ ຊູດັງ ເຊິ່ງຈັດຂຶ້ນໃນຕົ້ນເດືອນ ມີນາ ຜ່ານມາ, ບັນດາຝ່າຍບໍ່ຍົກອອກມາດຕະການແກ້ໄຂໃດທີ່ສາມາດເປັນໄປໄດ້ໃນໄລຍະຈະມາເຖິງ, ນອກຈາກ ຄຳຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການປະທະກັນຢຸດຍິງ. ສະພາບບໍ່ມີທາງອອກນີ້ເຮັດໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ຕ້ອງມີຄຳກ່າວເຕືອນ:

        “ການປະທະກັນພວມກໍ່ຜົນຮ້າຍຢ້ອນຫຼັງຢ່າງຮ້າຍແຮງໃຫ້ແກ່ປະຊາຊົນ ຊູດັງ, ກໍຄວາມເສຍຫາຍເຖິງສະພາບເປັນເອກະພາບຂອງປະເທດນີ້. ປະຈຸບັນ, ພວມເກີດຄວາມສ່ຽງຢ່າງຮ້າຍແຮງຕໍ່ເລື່ອງທີ່ວ່າ ການປະທະກັນນີ້ອາດຈະເປີດສາກໃຫ້ຄວາມຂາດສະຖຽນລະພາບຢູ່ພາກພື້ນ, ດ້ວຍບັນດາຜົນຕາມມາຢ່າງໃຫຍ່ຫຼວງ, ເລີ່ມຈາກ Sahel ໄປເຖິງເຂດ ອາຟະລິກາຕາເວັນອອກສ່ຽງເໜືອ ແລະ ເຂດທະເລແດງ”.

        ໃນຕໍ່ໜ້າ, ການປະທະກັນຢູ່ ຊູດັງ ພວມນາບຂູ່ໂດຍກົງເຖິງການພົວພັນລະຫວ່າງປະເທດນີ້ກັບ ຊູດັງໃຕ້, ປະເທດແຍກອອກຈາກ ຊູດັງ ກ່ອນນີ້ກວ່າ 1 ທົດສະຫວັດ. ບໍ່ພຽງແຕ່ເຮັດໃຫ້ ຊູດັງໃຕ້ ຖືກກົດດັນຈາກກະແສຊາວລີ້ໄພ, ການປະທະກັນຢູ່ ຊູດັງ ເທົ່ານັ້ນ, ຫາກຍັງເຮັດໃຫ້ຄວາມຂາດສະຖຽນລະພາບຢູ່ເຂດຊາຍແດນລະຫວ່າງ 2 ປະເທດເພີ່ມຂຶ້ນອີກດ້ວຍ. ວົງການນັກສັງເກດການກ່າວເຕືອນວ່າ, ຖ້າຫາກການປະທະກັນຢູ່ ຊູດັງ ຖືກແກ່ຍາວ, 2 ປະເທດອາດຈະກັບຄືນສູ່ລະພາບເປັນປໍລະປັກຄືໃນຊຸມປີກ່ອນນີ້, ຍູ້ໃຫ້ພາກພື້ນນີ້ຕົກເຂົ້າສູ່ສະພາບວຸ່ນວາຍໃໝ່ທີ່ຮ້າຍແຮງຫຼາຍຂຶ້ນ.

ຕອບກັບ