ຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່ ຫວຽດ​ນາມ ແມ່ນ​ບໍ່​ອາດ​ປະ​ຕິ​ເສດ​ໄດ້

Anh Huyen
Chia sẻ
(VOVWORLD) -  ບົດລາຍງານແຫ່ງຊາດຂອງ ຫວຽດນາມ ຕາມກົນໄກກວດກາປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ ນັ້ນ  ຫວຽດນາມ ຈະລາຍງານຕໍ່ສະພາສິດທິມະນຸດ ສປຊ ໃນເດືອນ ພຶດສະພາ ຈະມາເຖິງ. ນີ້ແມ່ນເວທີປາໄສ ເພື່ອໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ກ່ຽວກັບການຮັບປະກັນສິດທິມະນຸດຂອງ ຫວຽດນາມ, ຄັດຄ້ານບັນດາຄຳຄິດຄຳເຫັນທີ່ບໍ່ເຂົ້າເນື້ອເຂົ້າຕ່ອນ, ຂາດເຈດຕະນາດີສຳລັບສະພາບການສິດທິມະນຸດຢູ່ ຫວຽດນາມ.
ຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່ ຫວຽດ​ນາມ ແມ່ນ​ບໍ່​ອາດ​ປະ​ຕິ​ເສດ​ໄດ້ - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ເປັນປະທານການຖະແຫຼງຂ່າວກ່ຽວກັບບົດລາຍງານ UPR ໃນວັນທີ 15/4/2024 (ພາບ: TTXVN)

ກົນໄກ UPR ແມ່ນໜຶ່ງໃນບັນດາກົນໄກສຳຄັນທີ່ສຸດຂອງສະພາສິດທິມະນຸດ ສປຊ ດ້ວຍໜ້າທີ່ສຳຫຼວດກວດຄືນສະພາບການສິດທິມະນຸດຂອງທຸກປະເທດສະມາຊິກ ສປຊ, ຜ່ານນັ້ນ ຊຸກຍູ້ບັນດາປະເທດ ປະຕິບັດຄົບພັນທະ, ຄຳໝັ້ນສັນຍາກ່ຽວກັບສິດທິມະນຸດດ້ວຍຫຼັກການໂອ້ລົມສົນທະນາ, ຮ່ວມມື, ຍຸຕິທຳ, ພາວະວິໄສ, ໂປ່ງໃສ.

        ດັ່ງນັ້ນ, ຫວຽດນາມ ຍາມໃດກໍເຂົ້າຮ່ວມຮອບວຽນຕ່າງໆຂອງ UPR ຢ່າງເຂັ້ມງວດໃນຕະຫຼອດ 18 ປີຜ່ານມາ ນັບແຕ່ເມື່ອກົນໄກ UPR ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006 ຈົນຮອດປັດຈຸບັນ ແລະ ປະຕິບັດບັນດາຂໍ້ສະເໜີແນະເຊິ່ງ ຫວຽດນາມ ໄດ້ຮອງຮັບຢ່າງຄົບຖ້ວນ.

       UPR ກົນໄກສຳຄັນສຳລັບ ຫວຽດນາມ

        ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຫວຽດນາມ ຖືກົນໄກ UPR ເປັນສຳຄັນ ແລະ ຍາມໃດກໍສ້າງບັນດາບົດລາຍງານແຫ່ງຊາດ ກໍຄື ຜັນຂະຫຍາຍບັນດາຂໍ້ສະເໜີແນະເຊິ່ງ ຫວຽດນາມ ໄດ້ຮອງຮັບໃນຮອບວຽນຕ່າງໆຢ່າງເຂັ້ມງວດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ເນັ້ນໜັກວ່າ:

        “ໄລ່ຮອດເດືອນ ມັງກອນ 2024, ໃນຈຳນວນ 241 ຂໍ້ສະເໜີແນະ ເຊິ່ງ ຫວຽດນາມ ຮອງຮັບໃນຮອບວຽນທີ III ນັ້ນ, ຫວຽດນາມ ໄດ້ປະຕິບັດສຳເລັດ 209 ຂໍ້ສະເໜີແນະ (ກວມເອົາ 86,7%). ນັບແຕ່ປີ 2019 ຮອດທ້າຍເດືອນ ພະຈິກ ປີ 2023, ຫວຽດນາມ ໄດ້ສືບຕໍ່ປະຕິບັດບັນດາຄວາມມານະພະຍາຍາມສ້າງລັດແຫ່ງນິຕິບັນຍັດ ໂດຍມີກົດໝາຍ 44 ສະບັບໄດ້ຮັບການຮັບຮອງເອົາ, ຜ່ານນັ້ນ ມີເອກະສານກົດໝາຍສຳຄັນຫຼາຍສະບັບກ່ຽວຂ້ອງເຖິງສິດທິມະນຸດ, ສິດທິພົນລະເຮືອນ. ຫວຽດນາມ ໄດ້ ແລະ ພວມສືບຕໍ່ສຳຫຼວດກວດຄືນເພື່ອປັບປຸງ, ເພີ່ມເຕີມກົດໝາຍບາງສະບັບໃຫ້ເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ. ຫວຽດນາມ ກໍພວມສືບຕໍ່ສຳຫຼວດ, ກວດຄືນ, ເຂົ້າຮ່ວມບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ກໍຄືຜັນຂະຫຍາຍມາດຕາຕ່າງໆຢ່າງເຂັ້ມງວດ. ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມ 7 ໃນຈໍານວນ 9 ສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ, 25 ສົນທິສັນຍາສາກົນກ່ຽວກັບສິດແຮງງານຂອງອົງການແຮງງານສາກົນ (ILO)”.

         ຫວຽດນາມ ໄດ້ຮ່ວມມືກັບທຸກປະເທດ, ເຮັດແຈ້ງທຸກຂໍ້ສະເໜີແນະ ເຊິ່ງບັນດາປະເທດໄດ້ຍົກອອກມາ ດ້ວຍຈິດໃຈສ້າງສັນ. ໃນໄລຍະ 5 ປີຜ່ານມາ, ນັບແຕ່ເວລາສຳຫຼວດຮອບວຽນທີ III ໃນເດືອນພຶດສະພາ 2019, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ  ຫວຽດນາມ ຍາມໃດກໍມານະພະຍາຍາມເພີ່ມທະວີການຊົມໃຊ້ບັນດາສິດທິດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ພົນລະເຮືອນ ແລະ ການເມືອງ, ຖືກຕ້ອງຕາມມາດຖານສາກົນ.

ບົດລາຍງານ UPR ຂອງ ຫວຽດນາມ ໄດ້ປະຕິບັດຢ່າງເປີດເຜີຍໂປ່ງໃສ

        ຕົວຈິງ, ນັບແຕ່ປີ 2019, GDP ສະເລ່ຍຕໍ່ຫົວຄົນຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນ 25%, ອັດຕາຄອບຄົວທຸກຍາກຫຼຸດລົງ 1,5% ຕໍ່ປີ. ຕາໜ່າງການແພດປ້ອງກັນໄດ້ຈັດຕັ້ງຢ່າງທົ່ວເຖິງໃນທົ່ວປະເທດ ຕິດພັນກັບຮາກຖານສາທາລະນະສຸກ, ເຊິ່ງອັດຕາຜູ້ເຂົ້າຮ່ວມປະກັນສຸຂະພາບເພີ່ມຂຶ້ນ ແຕ່ 81,7% ໃນປີ 2016 ຂຶ້ນເປັນ 92% ໃນປີ 2022; 85% ຈຳນວນຄົນພິການທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຮັບການໜູນຊ່ວຍຈາກສັງຄົມ, ເບິ່ງແຍງດູແລ ແລະ ຟື້ນຊີບ… ພາຍຫຼັງເຊື່ອມຕໍ່ອິນເຕີເນັດມາໄດ້ 26 ປີ, ໄລ່ຮອດເດືອນ ກັນຍາ 2023, ຫວຽດນາມ ມີຜູ້ນຳໃຊ້ອິນເຕີເນັດກວ່າ 78 ລ້ານຄົນ (ເຊິ່ງຢືນອັນດັບທີ 13 ໃນໂລກ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2019). ນີ້ແມ່ນການພິສູດຢ່າງຈະແຈ້ງກ່ຽວກັບບັນດາຄວາມຄືບໜ້າທີ່ບໍ່ອາດປະຕິເສດໄດ້ໃນການຮັບປະກັນສິດທິມະນຸດຢູ່ ຫວຽດນາມ.

        ບົດລາຍງານແຫ່ງຊາດກ່ຽວກັບກົນໄກ UPR ຮອບວຽນທີ IV ໄດ້ຮັບການປະຕິບັດຢ່າງເປີດເຜີຍ, ໂປ່ງໃສ, ຢັ້ງຢືນບັນດາຜົນງານທີ່ບັນລຸໄດ້, ຢັ້ງຢືນຈຸດສະດວດ ແລະ ສິ່ງທ້າທາຍໄດ້ຢ່າງຈະແຈ້ງ, ຈາກນັ້ນ ວາງອອກບັນດາທິດທາງບຸລິມະສິດ ແລະ ຄວາມຕ້ອງການຮ່ວມມືຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ ຢັ້ງຢືນວ່າ:

        “ວິວັດການສ້າງບົດລາຍງານແຫ່ງຊາດກ່ຽວກັບກົນໄກ UPR ຂອງ ຫວຽດນາມ ໄດ້ຮັບການປະຕິບັດຢ່າງເປີດເຜີຍ, ໂປ່ງໃສ ດ້ວຍການເຂົ້າຮ່ວມຢ່າງຄົບຖ້ວນຈາກບັນດາຝ່າຍທີ່ກ່ຽວຂ້ອງ, ບໍ່ພຽງແຕ່ແມ່ນອົງການລັດຖະບານເທົ່ານັ້ນ ຫາກຍັງມີບັນດາອົງກອນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນເຂົ້າຮ່ວມໂດຍກົງ, ກໍຄືບັນດາຄູ່ຮ່ວມມືສາກົນອີກດ້ວຍ. ກະຊວງການຕ່າງປະເທດ ຫວຽດນາມ ກໍຄືບາງກະຊວງ, ຂະແໜງການ ໄດ້ຈັດຕັ້ງກອງປະຊຸມສຳມະນາ 6 ຄັ້ງ ແລະ ທາບທາມຄຳເຫັນຈາກບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບເນື້ອໃນໃນບົດລາຍງານ. ໃນກອງປະຊຸມສຳມະນາແຕ່ລະຄັ້ງ ມີຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງເຂົ້າຮ່ວມປະມານ 30 40 ທ່ານ, ນອກນັ້ນຍັງມີສະຖານທູດ, ອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດປະຈຳ ຫວຽດນາມ ກໍໄດ້ເຂົ້າຮ່ວມປະກອບຄຳເຫັນໃສ່ບົດລາຍງານນີ້ ເປັນຈຳນວນຫຼວງຫຼາຍ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າໄດ້ຮັບຄຳເຫັນປະກອບຈາກຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນຜ່ານທາງອີແມວ ແລະ ພວກຂ້າພະເຈົ້າໄດ້ຄົ້ນຄວ້າ, ຮັບເອົາບັນດາຄຳເຫັນປະກອບທີ່ສອດຄ່ອງ”.

        ບົດລາຍງານ UPR ແລະ ການສ້າງບົດລາຍງານແຫ່ງຊາດ ກໍຄືການປະຕິບັດບັນດາຂໍ້ສະເໜີແນະ UPR ນັ້ນ ແມ່ນພັນທະຂອງທຸກປະເທດສະມາຊິກ ສປຊ. ເລື່ອງຜັນຂະຫຍາຍການສ້າງບົດລາຍງານນັ້ນ ໄດ້ດຳເນີນກົງກັບຈຸດເວລາເຂົ້າຮ່ວມ ແລະ ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ, ຫວຽດນາມ ສືບຕໍ່ສະແດງລັກສະນະເປັນແບບຢ່າງ, ມີຄວາມຮັບຜິດຊອບຂອງບາງປະເທດສະມາຊິກ ສະພາສິດທິມະນຸດໃນພາລະກິດປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນທົ່ວໂລກ./.

ຕອບກັບ