ເຮືອນຮ້ານທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ຢູ່ເຂດທາງກ້ຳຕາເວັນຕົກແຂວງແທັງຮວ໊າ

Vinh Phong
Chia sẻ
(VOVWORLD) -   ສຳລັບວົງຄະນາຍາດເຜົ່າຜູ້ໄທຢູ່ ຫວຽດນາມ, ເຮືອນຮ້ານບໍ່ພຽງແຕ່ແມ່ນບ່ອນຢູ່ອາໄສເທົ່ານັ້ນຫາກຍັງແມ່ນບ່ອນຕິດພັນກັບຊີວິດທາງດ້ານຈິດວິນຍານ ແມ່ນແຫ່ງເກັບຮັກສາຈຸດວັດທະນະທຳພື້ນເມືອງ
ເຮືອນຮ້ານທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ ຢູ່ເຂດທາງກ້ຳຕາເວັນຕົກແຂວງແທັງຮວ໊າ - ảnh 1ເຮືອນຮ້ານຂອງຊາວເຜົ່າຜູ້ໄທຢູ່ບ້ານບຸດ

     ຈາກເທດສະບານໂຮ່ຍຊວນເມືອງກວນຮວ໊າເດີນຕາມທາງຫຼວງ 15C ໄປຍັງເມືອງເມື່ອງລາດ ປະມານ 7 ກິໂລແມັດອ້ຽວເບື້ອງຊ້າຍກໍ່ຈະຮອດບ້ານບຸດຕາແສງນາມຊວນ.      ບ້ານບຸດນອນຢູ່ຕີນພູຜາໄດ ຖືກອ້ອມໄປດ້ວຍປ່າໄມ້ທີ່ກວ້າງໃຫຍ່ໄພສານຢູ່ແຫ່ງນີ້ມີອາກາດເຢັນສະບາຍຕະຫຼອດປີ. ຜ່ານການເວລາ, ບ້ານບຸດຍັງສາມາດເກັບຮັກສາບັນດາເຮືອນຮ້ານອັນເປັນປະເພນີມີສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທ. ເຮືອນຮ້ານຂອງຊາວເຜົ່າຜູ້ໄທຖືກປຸກສ້າງຂຶ້ນໃຫ້ແທດເໝາະກັບຊີວິດຢູ່ພູຜາປ່າໄມ້ ແລະທົ່ງໄຮ່ ທົ່ງນາສາມາດຫຼີກລ້ຽງສັດຮ້າຍຝົນຕົກນ້ຳຖ້ວມ. ເຮືອນຮ້ານແຕ່ລະຫຼັງກໍ່ລ້ວນແຕ່ມີຂັ້ນໄດສອງໜ່ວຍເພື່ອຂຶ້ນລົງ. ລຸງຮ່າວັນຊວນ ຢູ່ບ້ານບຸດໃຫ່ຮູ້ວ່າຂັ້ນໄດແມ່ນຖືກເຮັດຈາກ 5 ຫາ 9 ຂັ້ນມີທາງຂຶ້ນທາງລົງ. ເຮືອນຮ້ານເມື່ອກ່ອນນີ້ກໍ່ມີການຈຳແນກວ່າຢູ່ທາງໜ້າແມ່ນສະຫງວນໃຫ້ເພດຊາຍ,ສ່ວນຂັ້ນໄດຢູ່ທາງຫຼັງແມ່ນສະຫງວນໃຫ້ພວກເພດຍິງ. ລຸງຊວນເວົ້າວ່າ:

     “ບໍ່ສະເພາະແຕ່ຊາວເຜົ່າຜູ້ໄທເທົ່ານັ້ນ, ສຳລັບເຜົ່າອື່ນໆ, ຂັ້ນໄດກໍ່ລ້ວນແຕ່ແມ່ນວິນຍານຂອງເຮືອນຮ້ານແມ່ນທາງຂຶ້ນທາງລົງຂອງທັງຄອບຄົວວົງຕະກຸນ. ດັ່ງນັ້ນໄມ້ເພື່ອເຮັດຂັ້ນໄດໃນເຮືອນຮ້ານຂອງຊາວເຜົ່າຜູ້ໄທ ແມ່ນຕ້ອງເລືອກເອົາໄມ້ດີໆ ຈາກຕົ້ນລອງກອງໃນປ່າເຊິ່ງບໍ່ເຄີຍຖືກປວກແລະມອດກິນ ຊ້ຳພັດສາມາດຂັບໄລ່ຜີສາງນາງໄມ້”.

      ນອກຈາກຂັ້ນໄດແລ້ວ ເມື່ອປຸກເຮືອນຮ້ານກໍ່ຕ້ອງເຮັດເຮືອນຄົວ. ເຮືອນຄົວບໍ່ພຽງແຕ່ເປັນບ່ອນປຸງແຕ່ງອາຫານເທົ່ານັ້ນ ຫາກຍັງແມ່ນຄວາມງາມໃນແນວຄິດຈິດໃຈຂອງຊາວເຜົ່າຜູ້ໄທແຕ່ລະຄົນ. ດັ່ງນັ້ນພິທີເຮັດເຮືອນຄົວໃນເຮືອນຮ້ານແມ່ນສຳຄັນທີ່ສຸດ. ເຂົາເຈົ້າຈະເລືອກເອົາບັນດາຜູ້ທີ່ມີການດຳລົງຊີວິດທີ່ອີ່ມໜຳສຳລານ, ລູກຫຼານເປັນຄົນຮູ້ຮຽນເກັ່ງພ້ອມທັງເຊື້ອເຊີນໝໍພອນມາວາງສີລາລຶກເພື່ອເຮັດເຮືອນຄົວ. ເຮືອນຮ້ານແຕ່ລະຫຼັງຂອງຊາວເຜົ່າຜູ້ໄທຢູ່ບ້ານບູດມີສອງເຮືອນຄົວ, ລວມມີເຮືອນຄົວຢູ່ໃນແລະເຮືອນຄົວຢູ່ນອກ. ໃນເຮືອນຮ້ານບ່ອນສັກສິດທີ່ສຸດຈະສະຫງວນເພື່ອຕັ້ງແທ່ງບູຊາບັນພະບູລຸດ, ລຸງ ຮ່າກົງຈຶກ ນາຍບ້ານ ບ້ານບຸດ ເປີດເຜີຍວ່າ:

     “ສະເພາະເຮືອນຮ້ານຂອງຊາວເຜົ່າຜູ້ໄທເມື່ອກ່ອນນີ້ສ່ວນຫຼາຍຖືກເຮັດດ້ວຍມື ມີຄວາມເປັນເອກະລັກສະເພາະ. ສ່ວນເຮືອນຮ້ານໃນປັດຈຸບັນແມ່ນເຮັດດ້ວຍເຄື່ອງຈັກເຊິ່ງຈະມີຄາມງາມຫຼາຍກວ່າແລະ ມີຄວາມແຕກຕ່າງກັນຫຼາຍ. ປັດຈຸບັນພວກຂ້າພະເຈົ້າພວມຮັກສາການເຮັດເຮືອນຮ້ານແບບເມື່ອກ່ອນນີ້”.

    ປ້າ ເລືອງທິຫຍາ ອາຍຸ 72 ປີໃຫ້ຮູ້ວ່າເຮືອນຮ້ານຂອງຄອບຄົວຕົນແມ່ນໄດ້ເຮັດກ່ອນນີ້ 30 ກວ່າປີ. ປ້າຫຍາເວົ້າວ່າ:

     “ເມື່ອກ່ອນນີ້ ເມື່ອເຮັດເຮືອນຮ້ານກໍ່ຕ້ອງເຂົ້າໄປປ່າເພື່ອເອົາໃບລານ, ເຮືອນຮ້ານແຕ່ລະຫຼັງຕ້ອງການໃບລານນັບພັນໃບ. ເມື່ອເຮັດເຮືອນຮ້ານສຳເລັດແລ້ວກໍ່ຕ້ອງຂ້າໝູ ປຸງແຕ່ງອາຫານເພື່ອເຊື້ອເຊີນພໍ່ແມ່ນພີ່ນ້ອງຊາວບ້ານມາຊຸມແຊວນຳກັນ.”

      ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆ, ໃນການດຳລົງຊີວິດອອກແຮງານແລະ ດຳເນີນຊີວິດໃນແຕ່ະວັນ, ຊາວເຜົ່າຜູ້ໄທມີຄວາມຮັກແພງກັນຢ່າງສູງ. ພິເສດເມື່ອແຕ່ລະຄອບຄົວປຸກເຮືອນ, ທັງບ້ານກໍ່ມາຮ່ວມແຮງຮ່ວມໃຈຊ່ວຍເຫຼືອ. ລຸງຮ່າວັນຊວນໃຫ້ຮູ້ຕື່ມອີກວ່າ:

      “ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທມີຄວາມສາມັກຄິກັນ. ເມື່ອເຫັນເຮືອນຫຼັງໃດຖືກເປ້ເພ ເຂົາເຈົ້າກໍ່ພ້ອມກັນຂຶ້ນພູເລືອກເອົາໄມ້ມາຊ່ວຍສ້ອມແປງໃຫ້. ສຳລັບເຮືອນຂອງຂ້າພະເຈົ້າກໍ່ຄືເຮືອນຜູ້ອື່ນໆໃນບ້ານກໍ່ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອຮ່ວມແຮງຮ່ວມໃຈມາປຸກເຮືອນຈາກພໍ່ແມ່ພີ່ນ້ອຊາວບ້ານ”.

       ບ້ານບຸດມີຫຼາຍກວ່າ 100 ຄອບຄົວ, ເບິ່ງຄືວ່າເຂົາເຈົ້າຍັງດຳລົງຊີວິດຢູ່ໃນເຮືອນຮ້ານອັນເປັນປະເພນີ ເຊິ່ງປູ່ຍ່າຕາຍາຍປະໄວ້ໃຫ້. ເຮືອນຮ້ານເຫຼົ່ານີ້ໄດ້ຄົງຕົວມາເປັນເວລານັບ 10 ປີດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະເຊິ່ງແມ່ນຈຸດທີ່ພົ້ນເດັ່ນ ເພື່ອຊ່ວຍແຂກທ່ອງທ່ຽວມາຄົ້ນຫາຊອກຮູ້ວັດທະນະທຳອັນເປັນປະເພນີຂອງຊາວເຜົ່າຜູ້ໄທຢູ່ແຫ່ງນີ້. 

ຕອບກັບ