ກິ່ວຫຼຸງໂລ - ເສັ້ນທາງທີ່ສຳຄັນໃນບັ້ນຮົບ ດ້ຽນບຽນຝູ໋

Vinh Phong
Chia sẻ
(VOVWORLD) -ໃນບັ້ນຮົບ ດ້ຽນບຽນຝູ໋ ປີ 1954 ກິ່ວຫຼຸງໂລ ແມ່ນໜຶ່ງໃນບັນດາເສັ້ນທາທີ່ສຳຄັນ ເພື່ອໃຫ້ກອງທັບ ແລະ ປະຊາຊົນຫວຽດນາ ລຳລຽງຂົນສົ່ງອາວຸດພ້ອມກັບສະບຽງອາຫານ ເພື່ອຮັບໃຊ້ບັ້ນຮົບ. ເພື່ອໃຫ້ເສັ້ນທາງຍາມໃດກໍ່ທະລຸ ຕອບສະໜອງຄວາມຮຽກຮ້ອງການໜ້າທີ່ວຽກງານ, ບັນດາກົມກອງຊ່າງແສງ, ແຮງງານຮັບໃຊ້ບັ້ນຮົບໄດ້ເປີດ ແລະ ປົກປັກຮັກສາເສັ້ນທາງໃນຕະຫຼອດວັນ ແລະ ຄືນ ປະກອບສ່ວນສ້າງໄຊຊະນະທີ່ລືຊາຜາກົດຢູ່ທົ່ວ 5 ທະວີບ ແລະ ເຮັດໃຫ້ໂລກສັ່ນສະເທືອນ
ກິ່ວຫຼຸງໂລ - ເສັ້ນທາງທີ່ສຳຄັນໃນບັ້ນຮົບ ດ້ຽນບຽນຝູ໋ - ảnh 1ທາງກິ່ວຫຼຸງໂລ

     ກິ່ວຫຼຸງໂລ ນອນໃນບໍລິເວນຕາແສງ ເທື້ອງບັງລາ ເມືອງ ວັນເຈິ່ນ ແຂວງ ອຽນບ໋າຍ. ເພື່ອຮັບໃຊ້ບັ້ນຮົບ ດ້ຽນບຽນຝູ໋, ສູນກາງພັກໄດ້ຕົກລົງເປີດເສັ້ນທາງ 13A ເຊິ່ງເລີ່ມຈາກ ເບ໊ນຮຽນ ແຂວງຕວຽນກວາງ ຜ່ານ ເບ໋ນເອົາເລົາ ແຂວງອຽນບ໋າບ ຜ່ານ ກິ່ວຫຼຸງໂລ ໄປຮອດສາມແຍກ ກໍ໋ໜ້ອຍ ແຂວງ ເຊີນລາ ແລະ ສືບຕໍ່ກັບເສັ້ນທາງເລກທີ 41 (ປັດຈຸບັນແມ່ນທາງຫຼວງເລກ 6). ເສັ້ນທາງລວມຄວາມຍາວຕ້ອງເປີດ ແມ່ນຫຼາຍກວ່າ 120 ກິໂລແມັດ, ສະພາບພູມມີສັນຖານຕົ້ນຕໍ ແມ່ນພູສູງເຫວເລິກ ຜ່ານແມ່ນ້ຳໃຫຍ່ສາມສາຍ ນັ້ນແມ່ນ ແມ່ນ້ຳໃຈ່, ແມ່ນນ້ຳແດງ ແລະ ແມ່ນນ້ຳດ່າ. ໃນນັ້ນ ກິ່ວຫຼຸງໂລ ແມ່ນໜຶ່ງໃນບັນດາສາຍທາງທີ່ທຸລະກັນດານທີ່ສຸດ ຍ້ອນເບື້ອງໜຶ່ງແມ່ນນພູສູງ ແລະ ເບື້ອງໜຶ່ງແມ່ນເຫວເລິກ. ລຸງ ຮ່າວັນໂຫ໋ ອາຍຸເກືອບ 80 ປີ ຢູ່ບ້ານ ຖ້ຳ ຕາແສງ ເທື້ອງບັງລາ ໃຫ້ຮູ້ວ່າ:

   “ແຮງງານຕາແສງ ເທື້ອງບັງລາ ພ້ອມກັບຫຼາຍກວ່າ 300 ຄົນເຂົ້າຮ່ວມການເປີດເສັ້ນທາງ, ຈຳນວນຄົນນີ້ຖືກແບ່ງເປັນສາມກຸ່ມ.  ແຕ່ລະກຸ່ມກໍ່ມີໜ້າທີ່ສະເພາະຂອງຕົນ. ກຸ່ມໜຶ່ງປະຕິບັດໜ້າທີ່ເວນຍາມ, ເມື່ອເຫັນເຮືອບິນຂອງສັດຕູກໍ່ກ່າວເຕືອນໃຫ້ແຮງງານ ຫຼົບຫຼີກ; ກຸ່ມໜຶ່ງກໍ່ປະຕິບັດໜ້າທີ່ຊ່ວຍກູ້ລົດຂົນສົ່ງສິນຄ້າໄປມາຖືກຕິດຂັດ ຫຼື ຖືກຂີ້ຕົມ;  ອີກກຸ່ມໜຶ່ງກໍ່ປະຕິບັດໜ້າທີ່ພະຍາບານ, ເຂົ້າຮ່ວມການຂົນສົ່ງອາວຸດ”.

    ທະຫານຊ່າງແສງ ແລະ ແຮງງານຮັບໃຊ້ບັ້ນຮົບຫຼາຍກວ່າ 124.000 ຄົນ ໄດ້ນຳໃຊ້ໄມ້ໄຜ່ໄມ້ທ່ອນນັບໝື່ນຕົ້ນຂອງຊາວທ້ອງຖິ່ນ ສະໝັກໃຈປະກອບສ່ວນເພື່ອທະລຸເສັ້ນທາງຜ່ານ ກິ່ວຫຼຸງໂລ ກວ່າ 200 ວັນ ແລະ ຄືນ. ຈາກນີ້ລົດໂອໂຕ ລົດຖີບລຳລຽງນັບແສນຄັນ ໄດ້ຂົນສົ່ງອາວຸດເພື່ອຕອບສະໜອງໃຫ້ແກ່ສະໜາມຮົບຢ່າງທັນການ.

  ເພື່ອສະກັດກັ້ນກອງທັບ ແລະ ປະຊາຊົນຫວຽດນາມ ຂົນສົ່ງລຳລຽງໃຫ້ແກ່ສະໜາມຮົບ ດ້ຽນບຽນຝູ໋ ຜ່ານເສັ້ນທາງນີ້, ກອງທັບຝຣັ່ງ ໄດ້ຖິ້ມລະເບີດເກືອບ 12.000 ໂຕນ ລົງໃສ່ບໍລິເວນ ກິ່ວຫຼຸງໂລ ແຕ່ບໍ່ເອົາຫົວຊາຕໍ່ການຖິ້ມລະເບີດທີ່ເປັນອັນຕະລາຍ, ກຳລັງທະຫານຊ່າງແສງ ແລະ ແຮງງານຮັບໃຊ້ບັ້ັ້ນຮົບໄດ້ຜ່ານຜ່າຄວາມອັນຕະລາຍ ແລະ ປະຕິບັດໜ້າທີ່ຢູ່ເສັ້ນທາງໃນຕະຫຼອດວັນ ແລະ ຄືນ. ລຸງ ຮ່າວັນໂຫ໋ ຫວນຄືນວ່າ:

“ເພື່ອເປີດເສັ້ນທາງຜ່ານນີ້, ຕອນຜ່ານບ້ານຖ້ຳ ມີບ່ອນເປັນບຶງຂີ້ຕົມ, ເຮັດນາກໍ່ບໍ່ສາມາດປັກດຳໄດ້, ຄວາຍບໍ່ສາມາດຜ່ານໄດ້ ແຕ່ພໍ່ແມ່ພີ່ນ້ອງຢູ່ນີ້ໄດ້ສະໜັບສະໜູນຕົ້ນໄມ້, ມີບາງຄອບຄົວກໍ່ເອົາໄມ້ກະກຽມບຸກເຮືອນມາປູພື້ນທາງ ແລ້ວກໍ່ຖອກດິນໃສ່ເປັນພື້ນດິນ ຈາກບ້ານ ຢະ ຫາ ກິ່ວຫຼຸງໂລ ເບິ່ງຄືວ່າ ມື້ໃດເຮືອບິນຂອງສັດຕູກໍ່ບິນມາຖິ້ມລະເບີດທຳລາຍ.”

    ກ່ອນນີ້ 13 ປີ ຄືວັນທີ 27 ເມສາ ປີ 2011 ກິ່ວຫຼຸງໂລ ໄດ້ຮັບການຮັບຮອງຈາກກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນສະຖານທີ່ປະຫັວດສາດລະດັບຊາດ. ປັດຈຸບັນຢູ່ຈອມພູ ຫຼຸງໂລ ມີແຜ່ນສີລາຈາລຶກ ມີບ່ອນເພື່ອໃຫ້ປະຊາຊົນແຂກທ່ອງທ່ຽວຜ່ານນີ້ຖວາຍທູບທຽນອາໄລຫາ ການເສຍສະຫຼະຊີວິດອັນໃຫຍ່ຫຼວງ ຂອງລຸ້ນປູ່ຍ່າຕາຍາຍ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ. ຢູ່ແຫ່ງນີ້ກໍ່ກາຍເປັນສະຖານທີ່ແດງ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດໃຫ້ແກ່ໄວໜຸ່ມ. ເອື້ອຍຄູ ເລທິຍືກວິ່ງ ສັງກັດໂຮງຮຽນອະນຸບານ ເທື້ອງບັງລາ ເມືອງ ວັນເຈິ່ນ ແບ່ງປັນວ່າ:

   “ແຕ່ລະປີຮອດວັນທີ 22 ທັນວາ,  ທາງໂຮງຮຽນກໍ່ລ້ວນແຕ່ຈັດຕັ້ງການເດີນທາງຂຶ້ນ ກິ່ວຫຼຸງໂລ ເພື່ອທົບທວນຄືນມູນເຊື້ອ ປະຫວັດສາດ ກໍ່ຄືໂຄສະນາກ່ຽວກັບມູນເຊື້ອປະຕິວັດ ກ່ຽວກັບເສັ້ນທາງແຫ່ງເທບນິຍາຍນີ້”.

    ກິ່ວຫຼຸງໂລ ໃນທຸກວັນນີ້ ໄດ້ຮັບການຍົກລະດັບ. ທ່າງຫຼາຍຕອນໄດ້ຮັບການບູລະນະຍົກລະດັບ ແຕ່ເສັ້ນທາງແຫ່ງງເທບນິຍາຍນີ້ ຍັງແມ່ນເສັ້ນທາງຄົມມະນາຄົມທີ່ສຳຄັນຊ່ວຍຕາແສງ ເທື້ອງບັງລາ ແລະ ບັນດາທ້ອງຖິ່ນໃນເຂດ ເຕິຍບັກ ໄປມາຫາສູ່ກັນຢ່າງສະດວກສະບາຍ ປະກອບສ່ວນຊຸກຍູ້ເສດຖະກິດສັງຄົມ ໃຫ້ນັບມື້ນັບພັດທະນາ.

ຕອບກັບ