ແມ່ນ້ຳຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມຢູ່ເຂດພູພຽງຫີນ ດົ່ງວັນ

Vinh Phong
Chia sẻ
(VOVWORLD) -ເມືອງ ແມ່ວວາກ ແມ່ນໜຶ່ງໃນຈຳນວນ 4 ເມືອງໃນແຂວງ ຮ່າຢາງ ນອນໃນບໍລິເວນສວນສາທາລະນະທໍລະນີທົ່ວໂລກພູພຽງຫີນດົ່ງວັນ. ບໍ່ພຽງແຕ່ມີຄວາມຫຼາກຫຼາຍສີສັນວັດທະນະທຳຂອງບັນດາເຜົ່າເທົ່ານັ້ນ ຢູ່ແຫ່ງນີ້ຍັງມີທັດຊະນີຍະພາບທີ່ໃຫຍ່ໂຕມະໂຫຖານດ້ວຍບັນດາສາຍພູຫີນປູນ ແລະ ພິເສດແມ່ນລຳແມ່ນ້ຳ ຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມເລື່ອນລອຍອ້ອມກິ່ວ ໝາປີແລ່ງ
ແມ່ນ້ຳຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມຢູ່ເຂດພູພຽງຫີນ ດົ່ງວັນ - ảnh 1ແມ່ນ້ຳຍໍເກວ ທີ່ສວຍງາມທີ່ສຸດໃນແຂວງ ຮ່າຢາງ

     ແມ່ນ້ຳ ຍໍເກວ ໄຫຼຈາກເຂດພູສູງ ຫງ້ຽມເຊີນ ຂຶ້ນແຂວງ ຢູໜານ ປະເທດຈີນ ດ້ວຍຄວາມຍາວເກືອບ 200 ກິໂລແມັດ  ໃນນັ້ນຕອນໄຫຼເຂົ້າຫວຽດນາມ ຍາວເກືອບ 50 ກິໂລແມັດ. ເມື່ອໄຫຼເຂົ້າ ຫວຽດນາມແມ່ນ້ຳ ຍໍເກວ ໄຫຼຜ່ານສອງແຂວງ ນັ້ນແມ່ນ ຮ່າຢາງ ແລະ ກາວບັ່ງ ເລີ່ມຈາກບ້ານ ແສວລຸ່ງ ຕາແສງ ລຸ່ງກູ ເມືອງ ດົ່ງວັນ ໄຫຼຜ່ານເຫວ ຕູສ໋ານ ເຖິງເມືອງ ແມ່ວວາກ. ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຄົ້ນຫາທີ່ດູດດື່ມໃນແຂວງ ຮ່າຢາງ. ເມື່ອຂີ່ລົດບົນທາງກິ່ວ ໝາປີແລ່ງ ທີ່ທຸລະກັນດານ, ແມ່ນ້ຳຍໍເກວ ປະກົດຕົວດ້ວຍສີຂຽວງາມທີ່ເປັນເອກະລັກ ແລະ ປຽບເໝືອນເສັ້ນໄໝຂຽວ ເລີ່ມຈາກແດນສະຫວັນ ແລະ ເລື່ອນລອຍໃນທ່າມກາງເຂດພູຜາປ່າໄມ້. ເຖິງວ່ານອນຢູ່ກາງສາຍພູຫີນສູງຊັນກໍ່ຕາມ ແຕ່ແມ່ນ້ຳຍໍເກວ ພັດສະຫງົບງຽບ.

     ອ້າຍ ຟ້າມຢີຍ້ວນ ແຂກທ່ອງທ່ຽວມາຈາກແຂວງ ນິງບິ່ງ ເປີດເຜິຍວ່າ:

      “ຂ້າພະເຈົ້າໄດ້ຮັບຊົມແມ່ນ້ຳຈາກບ່ອນສູງກໍ່ເຫັນແມ່ນ້ຳຍໍເກວ ປຽບເໝືອນແຖບຜ້າໄໝຂຽວງາມ. ແຕ່ເມື່ອລົງຮອດໜ້ານ້ຳຈຶ່ງຮູ້ສຶກຈົນສຸດຄວາມງາມ ແລະ ໃຫຍ່ໂຕມະໂຫຖານ. ແມ່ນ້ຳຍໍເກວ ເບິ່ງຜ່ານຮ່ອມພູ ແມ່ນສວຍສົດງົດງາມ. ແສງສະຫວ່າງສາດສ່ອງລົງໃສ່ໜ້ານ້ຳ ມີເງົາຂອງພູຜ່ານເຫວຕູສ໋ານ ແມ່ນງາມທີ່ສຸດ”

       ເພື່ອເຂົ້າໃຈແຈ້ງກ່ຽວກັບແມ່ນ້ຳສາຍນີ້ ແລະ ເຊື່ອມຕົວເຂົ້າກັບກະແສນ້ຳຂຽວໃສເຢັນ, ການຄົ້ນຫາຄວາມງາມດ້ວຍການຂີ່ເຮືອກໍ່ເປັນໜ້າຈັບໃຈ.     ເມື່ອເລີ່ມເດີນເຮືອອອກຈາກທ່ານ້ຳ ກໍ່ແມ່ນເວລາທີ່ແຂກທ່ອງທ່ຽວເລີ່ມໄດ້ຮັບຊົມສາຍພູທີ່ໃຫຍ່ໂຕມະໂຫຖານ ແລະ ໜ້ານ້ຳຂຽວງາມທີ່ກວ້າງໃຫຍ່. ບົນລຳແມ່ນ້ຳຍໍເກວ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມຄວາມງາມຄວາມສະຫງົບງຽບເທົ່ານັ້ນ ຫາກຍັງໄດ້ຊົມເຫວ ຕູສ໋ານ ທີ່ສູງ ແລະ ເລິກທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້. ເຫວຕູສ໋ານ ມີລວງຍາວເຖິງ 1,7 ກິໂລແມັດ, ຄວາມເລິກເກືອບ 1 ກິໂລແມັດ ພ້ອມທັງມີເນີນພູສູງຊັນ ດ້ວຍຄວາມສູງ 700 - 800 ແມັດ. ອ້າຍ ຫວ່າງມີສາ ຜູ້ຂັບເຮືອໃຫ້ຮູ້ວ່າ:

       “ຂ້າພະເຈົ້າປະກອບອາຊີບຂັບເຮືອເປັນເວລາ 6 ປີແລ້ວ ແຕ່ລະມື້ຂ້າພະເຈົ້າຂັບເຮືອປະມາ 2 - 3 ຖ້ຽວ. ພວກຂ້າພະເຈົ້າພາແຂກທ່ອງທ່ຽວໄປຢ້ຽມຊົມລຽບຕາມລຳແມ່ນ້ຳ ແລະ ແວ່ຢາມຢູ່ເຫວ ຕູສ໋ານ ເພື່ອໃຫ້ແຂກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກ”.

       ເມື່ອໄດ້ຂີ່ເຮືອບົນແມ່ນ້ຳຍໍເກວ ກໍ່ຈະເຮັດໃຫ້ແຂກທ່ອງທ່ຽວມີຄວາມຮູ້ສຶກສະບາຍໃຈ ສະຫວາດສະເຫວີຍ. ອ້າຍ ເລເຍິນ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

       “ນີ້ແມ່ນເທື່ອທີ 5 ທີ່ຂ້າພະເຈົ້າໄດ້ມາຢາມແຂວງ ຮ່າຢາງ ແຕ່ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຄົ້ນຫາແມ່ນ້ຳຍໍເກວ ອາກາດຢູ່ນີ້ດີທີ່ສຸດ ປຽບເໝືອນລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ. ແມ່ນ້ຳຍໍເກວ ມີນ້ຳຂຽວໃສເຢັນ,   ເທິງພູກໍ່ສວຍງາມດ້ວຍສີແດງຂອງດອກງິ້ວ”.

      ບໍ່ພຽງແຕ່ແຂກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວສາກົນເມື່ອມາຢາມແຂວງ ຮ່າຢາງ ກໍ່ຢາກຄົ້ນຫາຄວາມງາມຢູ່ແມ່ນ້ຳສາຍນີ້. ທ່ານ ມາຊີເປເຣມົກ ແຂກທ່ອງທ່ຽວຊາວ ກູບາ ແບ່ງປັນວ່າ:

       “ຂ້າພະເຈົ້າມີຄວາມປະທັບໃຈຂອງຄວາມງາມຢູ່ແຫ່ງນີ້. ທັດຊະນີຍະພາບຢູ່ທີ່ນີ້ແມ່ນດູດດື່ມສຳລັບແຂກທ່ອງທ່ຽວ. ຢູ່ປະເທດພວກຂ້າພະເຈົ້າກໍ່ມີຫຼາຍຫາດຊາຍທະເລ ແຕ່ບໍ່ມີລຳແມ່ນ້ຳໃຫຍ່ເຊັ່ນນີ້. ຖ້າຫາກວ່າມີອກາດຂ້າພະເຈົ້າຍັງຈະກັບຄືນສູ່ຢາມ ຮ່າຢາງ ອີກຫຼາຍຄັ້ງ”.

       ຜ່ານການເວລາ ແມ່ນນ້ຳຍໍເກວ ຍັງຄົງສາມາດຮັກສາສີຂຽວງາມອັນໄດ້ປະດັບເອ້ຄວາມງາມໃຫ້ແກ່ເຂດພູພຽງຫີນປັດຈຸບັນ ເມື່ອມາຢາມແມ່ນ້ຳຍໍເກວນອກຈາກໄດ້ຂີ່ເຮືອບົນລຳແມ່ນ້ຳ, ແຂກທ່ອງທ່ຽວຍັງສາມາດພາຍເຮືອ ກາຍັກ ແວ່ຢາມບັນດາເຂດໂຮມສະເຕ, ພັດຕະຄານນອນຢູ່ຕາມເນີນພູແຄມແມ່ນ້ຳ ເພື່ອພັກຜອ່ນຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກຂອງຊາວທ້ອງຖິ່ນ.

ຕອບກັບ