ເຂດອຸດສາຫະກຳຊີວະພາບ ນາມເກົ່າກ່ຽນ: ການຫັນເປັນດີຈີຕອນ ແມ່ນຂໍກຸນແຈພັດທະນາແບບຍືນຍົງ

Huong Tra
Chia sẻ
(VOVWORLD) -ໂດຍຖືກນອນຢູ່ເມືອງທຸ໋ຍວຽນນະຄອນຫ໋າຍຟ່ອງ,  Shinecນາມເກົ່າກ່ຽນແມ່ນເຂດອຸດສາຫະກຳຊີວະພາບແຖວໜ້າໃນທົ່ວປະເທດພັດທະນາຕາມທິດເສດຖະກິດ ສັງຄົມ ສິ່ງແວດລ້ອມ “ສີຂຽວແລະຍືນຍົງ”. ນີ້ແມ່ນໂຄງການນຳໜ້າໃນການພັດທະນາເຂດອຸດສາຫະກຳຊີວະພາບ - ໝູນວຽນແລະມໍລະດົກ. Shinecນາມເກົ່າກ່ຽນໄດ້ນຳໃຊ້ການຫັນເປັນດີຈີຕອນປຽບເໝືອນຂໍກຸນແຈຊັບພະຄຸນໃຫ້ແກ່ວຽກງານບໍລິຫານແລະພັດທະນາແບບຍືນຍົງ
ເຂດອຸດສາຫະກຳຊີວະພາບ ນາມເກົ່າກ່ຽນ: ການຫັນເປັນດີຈີຕອນ ແມ່ນຂໍກຸນແຈພັດທະນາແບບຍືນຍົງ - ảnh 1Shinec ນາມເກົ່າກ່ຽນແມ່ນເຂດອຸດສາຫະກຳຊີວະພາບແຖວໜ້າໃນທົ່ວປະເທດ
 ມາຮອດເຂດອຸດສາຫະກຳນາມເກົ່າກ່ຽນ, ຜູ້ຄົນທັງຫຼາຍມີຄວາມຮູ້ສຶກປຽບເໝືອນພວມກ້າວເຂົ້າສູ່ເຂດຊີວະພາບດ້ວຍສວນຕົ້ນໄມ້ ສະລ້ຽງປາ. ບັນດາເຂດອຸດສາຫະກຳໄດ້ຖືກວາງແຜນຜັງໃນເນື້ອທີ່ເກືອບ 170 ເຮັກຕາໃນຈຳນວນເນື້ອທີ່ເຂດອຸດສາຫະກຳທັງໝົດ 263 ເຮັກຕາ. 40% ເນື້ອທີ່ດິນທີ່ຍັງເຫຼືອແມ່ນໃຊ້ເພື່ອກໍ່ສ້າງບັນດາກິດຈະກຳໂຄງລ່າງສັງຄົມຄື ສວນສາທາລະນະ, ຕົ້ນໄມ້ຂຽວ, ດິນສາທະລະນະ, ໂຄງລ່າງຄົມມະນາຄົມ. ປັດຈຸບັນເຂດອຸດສາຫະກຳ ນາມເກົ່າກ່ຽນ ໄດ້ດຶງດູດຫຼາຍກວ່າ 60 ນັກລົງທຶນມາຈາກບັນດາປະເທດແລະເຂດແຄວ້ນໃນໂລກຄືຍີ່ປຸ່ນ, ສເກົາຫຼີ, ໂຮນລັງ, ອີຕາລີ, ສິງກະໂປ, ຈີນ… ມາຮອດປັດຈຸບັນເຂດອຸດສາຫະກຳນາມເກົ່າກ່ຽນນີ້ ໄດ້ນຳໃຊ້ດິນຮັບໃຊ້ອຸດສາຫະກຳ 100% ແລະພວມດຳເນີນການກໍ່ໍ່ສ້າງເຂດອຸດສາຫະກຳໄລຍະທີສອງ. ທ່ານຟ້າມຮົ່ງດຽບ ປະທານສະພາບບໍລິຫານ ຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນ Shinec ໃຫ້ຮູ້ວ່າ:

     “ການຫັນເປັນດີຈີຕອນມີບົດບາດສຳຄັນທີ່ສຸດໃນການຍົກສູງປະສິດທິຜົນການຜະລິດ, ການຄຸ້ມຄອງ ພິເສດສຳລັບວິສາຫະກິດມີພື້ນຖານໂຄງລ່າງດ້ວຍວິສາຫະກິດທັງຢູ່ພາຍໃນແລະຕ່າງປະເທດເກືອບ 100 ແຫ່ງມາລົງທຶນໃນບັນດາຂະແໜງອາຊີບຕ່າງໆ. ພ້ອມກັບກົງຈັກບຸກຄະລາກອນຄຸ້ມຄອງທີ່ມີຄວາມຮູ້ຄວາມເຂົ້າໃຈ ສາມາດກຳແໜ້ນບັນດາຂົງເຂດວິຊາສະເພາະ, ທັກສະການຄຸ້ມຄອງນັ້ນ, ລະດັບແລະຂັ້ນຕອນແກ້ໄຂວຽກງານກໍ່ຕ້ອງການມີການໜູນຊ່ວຍເພື່ອແກ້ໄຂຄວາມຮຽກຮ້ອງຕ້ອງການທຸກຢ່າງຂອງລູກຄ້າ, ນຳໃຊ້ທ່າໄດ້ປຽບຂອງເຕັກໂນໂລຊີດີຈີຕອນເພື່ອເພີ່ມທະວີປະສິດທິຜົນການຜະລິດຄຸ້ມຄອງແລະການສ້າງມູນຄ່າເພີ່ມ”.

       ບັນດາການເຄື່ອນໄຫວຫັນເປັນດີຈີຕອນຢູ່ເຂດອຸດສາຫະກຳ ນາມເກົ່າກ່ຽນ ຖືກຜັນຂະຫຍາຍຢ່າງເປັນທາງການນັບແຕ່ປີ 2018 ດ້ວຍການປະຕິບັດໂຄງການຫັນເປັນດີຈີຕອນພ້ອມກັບ Base.vn .  ບັນດາລາຍການນຳໃຊ້ການຫັນເປັນດີຈີຕອນຢູ່ເຂດອຸດສາຫະກຳນີ້ໄດ້ສະສົມໃນໂປຣແກມພຽງຢ່າງດຽວ ອັນໄດ້ຊ່ວຍໃຫ້ຄະນະຄຸ້ມຄອງສາມາດບໍລິຫານງານ ຕີລາຄາຜົນການເຮັດວຽກ ປະສິດທິພາບການເຮັດວຽກຂອງບຸກຄະລາກອນ. ທ່ານຟ້າມຮົ່ງດຽບ ໃຫ້ຮູ້ຕື່ມອີກວ່າ:

       “ອາດເວົ້າໄດ້ວ່າການຫັນເປັນດີຈີຕອນກ່ຽວກັບລະບົບບໍລິຫານການເຄື່ອນໄຫວແມ່ນບາດກ້າວທຳອິດໃນວິວັດການນະວັດຕະກຳພັດທະນາເຂດອຸດສາຫະກຳຊີວະພາບ ນາມເກົ່າກ່ຽນແບບຍືນຍົງໃນໄລຍະກາງແລະໄລຍະຍາວ. ຄວາມເປັນເຈົ້າດ້ານເຕັກໂນໂລຊີແລະບໍລິຫານຜ່ານຊັອບແວໄດ້ຊ່ວຍໃຫ້ພວກຂ້າພະເຈົ້າບໍລິຫານວິສາຫະກິດຢ່າງຮັດກຸມ ສາມາດຄວບຄຸມສະພາບແວດລ້ອມ, ການຜະລິດ, ກຳມະກອນຢ່າງຮອບດ້ານ”.

      ນາມເກົ່າກ່ຽນພວມກາຍເປັນຮູບແບບຕົວຢ່າງກ່ຽວກັບການໝູນໃຊ້ການຫັນເປັນດີຈີຕອນໂດຍບັນດາອົງການສຳນັກງານ ຂະແໜງການວິສາຫະກິດທັງຢູ່ພາຍໃນແລະຕ່າງປະເທດມີຄວາມສົນໃຈແລະຢາກຮຽນຮູ້. ໃຫ້ຂໍ້ສັງເກດກ່ຽວກັບຮູບແບບຊີວະພາບສີຂຽວ ແລະ ຍືນຍົງດ້ວຍການນຳໃຊ້ການຫັນເປັນດີຈີຕອນໃນລະບົບບໍລິຫານ, ທ່ານ Heru Kustanto ຫົວໜ້າກົມອຸດສາຫະກຳກະຊວງອຸດສາຫະກຳອິນໂດເນເຊຍ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດເມື່ອເຫັນວ່າຫຼາຍວິສາຫະກິດພ້ອມກັນຮ່ວມພັດທະນາ, ເຄື່ອນໄຫວໃນເຂດສີຂຽວ ສວຍງາມ ແລະ ກົມກຽວກັບທຳມະຊາດ. ຢູ່ພາຍໃນເຂດມີການເຄື່ອນໄຫວຢ່າງເປັນແບບເປັນແຜນຄົບວົງຈອນແລະໝູນວຽນໂດຍຜ່ານລະບົບບໍລິຫານດີຈີຕອນ. ພວກຂ້າພະເຈົ້າຕີລາຄາສູງບັນດາຄຳໝັ້ນສັນຍາ ແລະ ນະໂຍບາຍ  ເຊິ່ງລັດຖະບານຫວຽດນາມ ໄດ້ວາງອອກໃນການກໍ່ສ້າງບັນດາເຂດອຸດສາຫະກຳຊີວະພາບເຊັ່ນນີ້.

      ໃນຕະຫຼອດຂະບວນວິວັດແຫ່ງການສ້າງຄວາມ ເຂົ້າໃຈ ແລະ ການຫັນເປັນ ດິຈິຕອນ, ຄະນະ ຄຸ້ມຄອງເຂດອຸດສາຫະກໍາໄດ້ຊອກຫາແລະ ນໍາໃຊ້ ເຄື່ອງມືຈໍານວນຫຼາຍ. ເຖິງຢ່າງໃດກໍຕາມ, ບັນດາເຄື່ອງມືຍັງບໍ່ທັນສາມາດຕອບສະໜອງຄວາມຕ້ອງການດ້ານບໍລິຫານອັນໃຫຍ່ຫຼວງທີ່ Shinec ປາດຖະໜາ. ໃນໄລຍະຈະມາເຖິງ, ນາມເກົາກຽນ ມີແຜນການຮ່ວມມືກັບ Base ສືບຕໍ່ຄົ້ນຄ້ວາ, ອັບເດດລະບົບເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອປັບປຸງລະບົບໃຫ້ເໝາະສົມກວ່າໃນການຄຸ້ມຄອງທົ່ວເຂດ ອຸດສາຫະກຳ ກໍ່ຄືການພັດທະນາບັນດາ ໂຄງການ ເຂດອຸດສາຫະກຳຊີວະພາບໃໝ່ໃນທົ່ວດິນແດນ ຫວຽດນາມ.

ຕອບກັບ