ສຸສານທວ້າຍງອກເຫົ່າຕັ້ງຢູ່ຕີນພູຊາມໃນແຂວງອານຢາງ

Ngoc Anh
Chia sẻ
(VOVWORLD) -ໂດຍຖືກຕັ້ງຢູ່ຕີນພູຊາມຂຶ້ນກັບຕາແສງ ໜຸຍຊາມ ນະຄອນເຈົາດົກ ແຂວງອານຢາງ, ສຸສານທວ້າຍງອກເຫົ່າແມ່ນກິດຈະກຳສະຖາປັດຕະຍະກຳທີ່ພົ້ນເດັ່ນໃນສະໄໝລາດຊະວົງຫງວຽນ (1802 - 1945). ນີ້ແມ່ນສຸສານຂອງທ່ານທວ້າຍງອກເຫົ່າ ເຊິ່ງແມ່ນນາຍພົນທີ່ເກັ່ງກ້າສາມາດໃນລາດຊະວົງຫງວຽນ
ສຸສານທວ້າຍງອກເຫົ່າຕັ້ງຢູ່ຕີນພູຊາມໃນແຂວງອານຢາງ - ảnh 1ບ້ານ ທວ້າຍງອກເຫົ່າ

       ທວ້າຍງອກເຫົ່າ ມີຊື່ແທ້ແມ່ນຫງວຽນວັນທວ້າຍເກີດປີ 1761 ເຖິງແກ່ມໍລະນະກຳປີ 1829. ທ່ານມີບ້ານເກີດຢູ່ເມືອງຢຽນເຟືອກແຂວງກວ໋າງນາມ ປັດຈຸບັນແມ່ນເມືອງເຊີນຈ່ານະຄອນດ່າໜັງ.  ທ່ານໄດ້ໄປຕາມຄອບຄົວໄປພາກໃຕ້ດຳລົງຊີວິດຢູ່ ກູ່ລາວຢ່າຍ ປັດຈຸບັນແມ່ນແຂວງຫວິງລອງ. ຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານແມ່ນໄດ້ຊ່ວຍປະຊາຊົນຂຸດຄອງເໝືອງຫວິງເຕ໊ ແລະ ຄອງເໝືອງທວ້າຍຮ່າ ເຊິ່ງແມ່ນສອງກິດຈະກຳຊົນລະປະທານທີ່ສຳຄັນອັນດັບໜຶ່ງໃນສະໄໝລາດຊະວົງ ຫງວຽນຢູ່ພາກໃຕ້. ນາງເຈິ່ນມິງຈາງ ສັງກັດຄະນະຄຸ້ມຄອງເຂດທ່ອງທ່ຽວໜຸຍຊາມໃຫ້ຮູ້ວ່າ:

       “ທ່ານຫວ້າຍງອກເຫົ່າໄດ້ຮັບການແຕ່ງຕັ້ງຈາກເຈົ້າພະຍາຫງວຽນ ເປັນຜູ້ປ້ອງກັນເຂດຫວິງແທັງ. ທ່ານໄດ້ມີຄຸນງາມຄວາມດີໃຫຍ່ຫຼວງຕໍ່ປະເທດຊາດໃນການບຸກເບີກພື້ນທີ່ ເຮັດທາງ, ຂຸດຄອງເໝືອງປົກປັກຮັກສາແລະພັດທະນາຊາຍແດນທາງທິດຕາເວັນຕົກພາກໃຕ້”.

      ສຸສານຂອງທວ້າຍງອກເຫົ່າຖືກປຸກສ້າງບົນພື້ນຫີນຂຽວຕັ້ງຢູ່ແຄມທາງຫຼວງເລກ 91 ມຸ່ງໜ້າສູ່ທິດເໜືອ ກົງກັນຂ້າມກັບຫໍບູຊາພະແມ່ເຂດໜຸຍຊາມ, ອີງຫຼັງໃສ່ພູຊາມໂດຍທ່ານທວ້າຍງງອກເຫົ່າເອງເປັນຜູ້ຊີ້ນຳກໍ່ສ້າງໃນທ້າຍຊຸມປີ 20 ຂອງສະຕະວັດທີ XIX. ນີ້ແມ່ນກິດຈະກຳສະຖາປັດຕະຍະກຳທີ່ໃຫຍ່ໂຕມີຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ ແລະ ສະຖາປັດຕະຍະກຳ. ສຸສານທັງເປັນບ່ອນຝັງສົບທັງມີວິຫານບຸຊາຫງວຽນວັນທວ້າຍໝາຍເຖິງທວ້າຍງອກເຫົ່າ. ສຸສານທວ້າຍງອກເຫົ່າ ກໍ່ແມ່ນກຸ່ມສະຖາປັດຕະຍະກຳທີ່ກົມກຽວຖືກອ້ອມຮອບໄປດ້ວຍລະບົບກຳແພງໜາສູງກວ່າຫົວຄົນ ທາງໜ້າແມ່ນສອງປະຕູໃຫຍ່ ມີຮູບເຄິ່ງວົງມົນຕາມການອອກແບບຂອງສຸສານເມື່ອກ່ອນນີ້. ເພື່ອຂຶ້ນສຸສານກໍ່ຕ້ອງຜ່ານຂັ້ນໄດຫີນໜາມໜໍ່ 9 ຂັ້ນ. ທາງໜ້າສຸສານແມ່ນເດີ່ນກວ້າງມີແຜ່ນສີລາ ທວ້າຍເຊີນ. ນາງເຈິ່ນມິງຈາງໃຫ້ຮູ້ຕື່ມອີກວ່າ:

       “ສຸສານແມ່ນກິດຈະກຳສະຖາປັດຕະຍະກຳສີລະປະກຳທີ່ປອງດອງລະຫວ່າງທຳມະຊາດ ແລະ ມະນຸດ. ສຳລັບຫີນໜາມໜໍ່ແມ່ນບໍ່ມີຢູ່ທ້ອງຖິ່ນແຕ່ທ່ານທວ້າຍງອກເຫົ່າໄດ້ໃຫ້ນຳມາຈາກແຂວງດົ່ງນາຍມາຍັງ ໜຸຍຊາມ. ໃນບໍລິເວນເຂດສຸສານກໍ່ມີສຸສານຂອງ ທວ້າຍງອກເຫົ່າຢູ່ເຄິ່ງກາງ ຢູ່ເບື້ອງຊາຍແມ່ນສຸສານຂອງພັນລະຍາສອງນາງ, ນອກຈາກນັ້ນກໍ່ຍັງມີສຸສານນ້ອຍຂອງບັນດາເຈົ້າເສນາຜູ້ໃກ້ຊິດກັບທ່ານ. ແຕ່ລະປີໃນວັນໄຫວ້ບູຊາຂອງທ່ານ ແລະ ພັນລະຍາສອງນາງ, ຊາວບ້ານໄດ້ພາກັນມາໄຫວ້ບູຊາ”. 

     ໃນບໍລິເວນສຸສານກໍ່ມີວິຫານ ທວ້າຍງອກເຫົ່າ ຢູ່ໃນວິຫານກໍ່ປະດັບປະດາຢ່າງລະອຽດອ່ອນເຊິ່ງມີຮູບປັ້ນເຄິ່ງຄີງທວ້າຍງອກເຫົ່າສູງ 2 ແມັດນຸ່ງຊຸດເຈົ້າເສນາ ມຸ່ງໜ້າສູ່ຄອງເໝືອງຫວິງເຕ໊ ອັນໄດ້ສ້າງບັນຍາກາດທີ່ເຄັ່ງຂຶມ. ໃນວິຫານກໍ່ຍັງມີຂອງປະເສີດທີ່ມີຄຸນຄ່າຢ່າງຫຼາຍຄືແຜ່ນຄຳພະຫຍາ, ແຜ່ນສີລາ, ແຜ່ນຄຳສະດຸດີ… ທ່ານເຈິ່ນຈຸງແທັ່ງ ຊາວເຜົ່າຂະແມໃນແຂວງອານຢາງໃຫ້ຮູ້ວ່າ:

      “ ທວ້າຍງອກເຫົ່າແມ່ນຜູ້ທີ່ສາມາດມອງກວ້າງເຫັນໄກ. ລຸ້ນຄົນໃນປັດຈຸບັນມີຄວາມນັບຖືຕໍ່ວິໄສທັດຂອງຜູ້ທີ່ມີຄວາມງາມຄວາມດີໃນການເປີດບ້ານແປງ ເມືອງ.ລຸ້ນລຸກລຸ້ນຫຼານໃນວັນນີ້ຍາມໃດກໍ່ປົກປັກຮັກສາດິນແດນທີ່ ທວ້າຍງອກເຫົ່າໄດ້ບຸກເບີກ”.

        ດ້ວຍບັນດາຄຸນຄ່າອັນໃຫຍ່ຫຼວງທາງດ້ານສະຖາປັດຕະຍະກຳປະຫວັດສາດ ແລະ ວັດທະນະທຳ, ປີ 1980 ສຸສານທວ້ານງອກເຫົ່າໄດ້ຮັບການຢັ້ງຢືນຈາກລັດແມ່ນປູຊະນີຍະສະຖານລະດັບຊາດ. ມາຢ້ຽມຊົມໄຫວ້ບູຊາຢູ່ສຸສານ ທວ້າຍງອກເຫົ່າ ແຂກທ່ອງທ່ຽວກໍ່ສາມາດໄດ້ຮັບຊົມກິດຈະກຳສະຖາປັດຕະຍະກຳແຫ່ງຈິດວິນຍານທີ່ເປັນເອກະລັກຄື ຫໍບູຊາພະແມ່ເຂດໜຸຍຊາມ, ວັດຮາງ, ວັດເຕິຍອານ, ວັດເຟືອກດ່ຽນ, ສາລາຫວິງເຕ໊, ສາລາ ເຈົາຝູ…

ຕອບກັບ