ບັນກອກມໍ່ ໃນບຸນເຕັມເດືອນຂອງເດັກຊາວ ເຜົ່າໄຕ່ ແລະເຜົ່ານຸ່ງ

Ngoc Anh
Chia sẻ
(VOVWORLD) -        ບັນກອກມໍ່ແມ່ນເຍື່ອງອາຫານພື້ນທີ່ເປັນເອກະລັກຂອງຊາວເຜົ່າໄຕ່ ແລະເຜົ່ານຸ່ງ. ເຍື່ອງອາຫານນີ້ແມ່ນສິ່ງທີ່ຂາດບໍ່ໄດ້ໃນບຸນເຕັມເດືອນຂອງເດັກແຕ່ລະຄົນ.  ບັນກອກມໍ່ແມ່ນເຍື່ອງອາຫານທີ່ຊ້ອນແຝງສິ່ງຍອດຍິ່ງທາງດ້ານວັດທະນະທຳອາຫານການກິນພື້ນເມືອງຂອງຊາວເຜົ່າໄຕ່ ເຜົ່ານຸ່ງຢູ່ເຂດພູດອຍທາງທິດເໜືອ
ບັນກອກມໍ່ ໃນບຸນເຕັມເດືອນຂອງເດັກຊາວ ເຜົ່າໄຕ່ ແລະເຜົ່ານຸ່ງ - ảnh 1 ບັນກອກມໍ່ແມ່ນສິ່ງທີ່ຂາດບໍ່ໄດ້ໃນບຸນເຕັມເດືອນຂອງເດັກ

     ຕາມປະເພນີຂອງຊາວເຜົ່າໄຕ່, ເຜົ່ານຸ່ງເມື່ອເດັກຫາກໍ່ເກີດໄດ້ເດືອນໜຶ່ງກໍ່ຈະທຳບຸນເຕັມເດືອນ. ນີ້ແມ່ນພິທີທຳອິດໃນຊີວິດຂອງແຕ່ລະຄົນດັ່ງນັ້ນໄດ້ຖືກກະກຽມຢ່າງລອບຄອບຖີ່ຖ້ວນ. ໃນມື້ເຕັມເດືອນຂອງເດັກ, ຄອບຄົວຈະເຊື້ອເຊີນໝໍພອນມາທຳພິທີເຊິ່ງລວມມີວັດຖຸເຄື່ອງຖວາຍບູຊາລວມມີເຂົ້ສໜຽວ, ໄກ່ຕົ້ມເຫຼົ້າຂາວຊີ້ນໝູແລະບັນກອກມໍ່ ເຊິ່ງແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ ເພື່ອໄຫວ້ບູຊາພະນາງໝູໝາຍເຖິງຜູ້ປົກປ້ອງເດັກ.ໃນໂອກາດນີ້ຄອບຄົວຂອງເດັກກໍ່ເຊື້ອເຊີນຍາດພີ່ນ້ອງຜູ້ຄົນທີ່ເປັນເພື່ອນບ້ານໃກ້ຄຽງມາກິນເຂົ້ານຳແລະບາດກັບເມືອກໍ່ລ້ວນແຕ່ຮັບບັນກອກມໍ່  ເປັນຂອງຂວັນ. ນາງ ຮວ່າງທິຫຼຽວ ຢູ່ຕາແສງ ຫງອກດ່າວ ເມືອງຮ່າກວ໋າງແຂວງກາວບັງໃຫ້ຮູ້ວ່າ:

    “ຮອດມື້ທຳບຸນເຕັມເດືອນຂອງເດັກຊາວເຜົ່າໄຕ່ ຈະເຊື້ອເຊີນຍາດພີ່ນ້ອງ,ໝູ່ເພື່ອນມາຮັບປະທານອາຫານ. ແຕ່ລະພາເຂົ້າກໍ່ລ້ວນແຕ່ມີບັນກອກມໍ່ ເພື່ອໃຊ້ເປັນຂອງຂວັນໃຫ້ແຂກບາດກັບເມືອ. ຢູ່ແຂວງກາວບັງຖ້າຫາກພາເຂົ້າມີ 8 ຄົນກໍ່ຕ້ອງມີບັນກອກມໍ່ 24 ກ້ອນເພື່ອໃຫ້ເດັກແຂງແຮງບໍ່ດື້ບໍ່ໄຫ້.”

    ໃນມື້ບຸນເຕັມເດືອນຂອງເດັກ ບັນກອກມໍ່ຖືກວາງໃນຝາມືຂອງເດັກພ້ອມກັບຄຳອວຍພອນເດັກກິນດີໃຫຍ່ໄວພ້ອມກັບເປັນເດັກຄຳຮູ້ແຂງແຮງ. ກ່ອນມື້ທຳບຸນເຕັກເດືອນ, ບັນຍາກາດກະກຽມເຮັດບັນກອກມໍ່ ແມ່ນຄຶກຄື້ນທີ່ສຸດ. ພວກແມ່ປ້າໃນວົງຕະກຸນໃນໝູ່ບ້ານກໍ່ໄດ້ມາຊ່ວຍຄອບຄົວເຮັດບັນກອກມໍ່.                                     

    ສຳລັບເຂົ້າສານເຮັດບັນກອກມໍ່ ຕ້ອງແມ່ນເຂົ້າໜຽວຊະນິດຫອມເມັດໃຫຍ່. ເຂົ້າສານໜຽວຕ້ອຊາວໃຫ້ສະອາດແລ້ວກໍ່ຕັກຂຶ້ນປະໃຫ້ແຫ້ງຈຶ່ງຫໍ່. ນາງຈຸທິຖຸຍຢູ່ເທດສະບານນ່າຝັກ ເມືອງ ເງິນເຊີນ ແຂວງບັກກ້ານໃຫ້ຮູ້ວ່າສຳລັບໃບຕອງໃຊ້ຫໍ່ ບັນກອກມໍ່ ກໍ່ຕ້ອງໃຊ້ໃບຕອງກ້ວຍ. ນາງຖຸຍໃຫ້ຮູ້ວ່າ:

   “ບັນກອກມໍ່ ພາຍຫຼັງທີ່ໄດ້ຫໍ່ແລ້ວກໍ່ຖືກມ່າໃສ່ນຳເຢັນແລ້ວຈຶ່ງນຳໄປຕົ້ມ. ບັນກອກມໍ່ ຖືກຫ້ອຍເປັນແຕ່ລະພວງນ້ອຍພວງລະສາມກ້ອນເມື່ອຕົ້ມຕ້ອງໃຊ້ເວລາປະມານສອງຊົ່ວໂມງຈຶ່ງຈະສຸກ. ເມື່ອບັນກອກມໍ່ ສຸກແລ້ວກໍ່ມີສີຂຽວອ່ອນຂອງໃບຕອງກ້ວຍ.”

   ໃນມື້ບຸນເຕັມເດືອນຂອງເດັກພາຍຫຼັງທຳພິທີຈູດທຸບໄຕ້ທຽນໄຫວ້ບູຊາບັນພະບູລຸດ, ບູຊາພະນາງໝຸ, ແມ່ເຖົ້າຂອງຫຼານນ້ອຍຈະເຈ່ຍເດັກຢູ່ທາງຫຼັງ,ມືຈັບຄັນຮົ່ມແລະຖືກະເປົານັກຮຽນປາກກາ ປຶ້ມອອກສູ່ຖະໜົນເຊິ່ງເປັນສັນຍາລັກແກ່ການສົ່ງເດັກໄປຮຽນແລະກໍ່ບໍ່ລືມຖືເອົາຖົງບັນກອກມໍ່ເພື່ອຂາຍໃຫ້ຜູ້ຄົນເປັນເພື່ອນບ້ານໃກ້ຄຽງ. ຕາມທ່ານ ຮວ່າງວັນປ໊າວປະທານສະມາຄົມມໍລະດົກວັດທະນະທຳແຂວງລ້າງເຊີນແລ້ວນີ້ກໍ່ແມ່ນປະເພນີແຕ່ປາງກ່ອນ, ຖ້າຫາກຜູ້ໃດໄດ້ຮັບບັນກອກມໍ່ກໍ່ຈະໃຫ້ເງິນພ້ອມກັບຄຳອວຍພອນເດັກໃຫ້ມີສຸຂະພາບແຂງແຮງມີຄວາມໂຊກດີແລະຮຽນເກັ່ງ. ທ່ານປ໊າວເວົ້າວ່າ:

  “ຕາມປະເພນີຂອງຊາວເຜົ່າໄຕ່ ເຜົ່ານຸ່ງ, ໃນວັນບຸນເຕັມເດືອນຂອງເດັກ, ບໍ່ວ່າໃນບະດູໃດຊາວເຜົ່າໄຕ່ ເຜົ່ານຸ່ງກໍ່ເຮັດບັນກອກມໍ່ເພື່ອຫຫວັງໃຫ້ເດັກບໍ່ດື້ບໍ່ໄຫ້ ກິນດີໃຫຍ່ໄວມີສຸຂະພາບແຂງແຮງ”.

  ໃນທຸກວັນນີ້ ບັນກອກມໍ່ ບໍ່ພຽງແຕ່ຖືກເຮັດໃນບຸນເຕັມເດືອນຂອງເດັກເທົົ່ານັ້ນ ຫາກຍັງຖືກພໍ່ແມ່ພີ່ນ້ອງເຜົ່າໄຕ່ ເຜົ່ານຸ່ງເຮັດຕະຫຼອດປີເພື່ອຂາຍໃນຕະຫຼາດນັດຕ່າງໆ. ບັນກອກມໍ່ແຕ່ລະກ້ອນສະແດງໃຫ້ເຫັນນ້ຳໃຈເພື່ອນບ້ານໃກ້ຄຽງຄວາມຄອງຄອຍ ຕໍ່ບັນດາສິ່ງທີ່ດີງາມທີ່ສຸດຂອງພໍ່ແມ່ທີ່ສະຫງວນໃຫ້ລູກເຕົ້າ,ພ້ອມກັນນັ້ນ ລົດຊາດພິເສດມີຄວາມລຽບງ່າຍຂອງບັນກອກມໍ່ກໍ່ເປັນຂີດໝາຍພິເສດສະເພາະຂອງຊາວເຜົ່າໄຕແລະເຜົ່ານຸ່ງ.

ຕອບກັບ