ງານບຸນຈື່ດົງຕື໋ - ຕຽນຢຸງ: ງານບຸນແຫ່ງຄວາມຮັກ

Le Hoa
Chia sẻ
(VOVWORLD) -ງານບຸນຈື່ດົງຕື໋ - ຕຽນຢຸງ ແມ່ນໜຶ່ງໃນບັນດາງານບຸນທີ່ມີຊື່ສຽງໃນແຂວງຮຶງອຽນ. ນີ້ແມ່ນໜຶ່ງໃນຈຳນວນ 16 ງານບຸນໃຫຍ່ໃນທົ່ວປະເທດຕິດພັນກັບເລື່ອງລາວເລົ່າຂານປາກຕໍ່ປາກກ່ຽວກັບຄວາມຮັກລະຫວ່າງຈື່ດົງຕື໋ເຊິ່ງແມ່ນອ້າຍບ່າວຊາວປະມົງທີ່ທຸກຍາກ ແລະ ພະລາຊະທິດາ ຕຽນຢຸງເຊິ່ງແມ່ນບຸດສາວຂອງເຈົ້າຊີວິດຮຸ່ງອົງທີ 18. ປີນີ້ການຈັດຕັ້ງງານບຸນຍິ່ງມີຄວາມໝາຍຫຼາຍ ກວ່າ ຂະນະທີ່ງານບຸນໄດ້ຖືກຢັ້ງຢືນແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
 
ງານບຸນຈື່ດົງຕື໋ - ຕຽນຢຸງ: ງານບຸນແຫ່ງຄວາມຮັກ - ảnh 1ລາຍການສະແດງຟ້ອນມັງກອນຢູ່ວິຫານດາຮວ່າ ທີ່ຕາແສງບິ່ງມິງ
 

ງານບຸນຈື່ດົງຕື໋ - ຕຽນຢຸງແມ່ນໜຶ່ງໃນບັນດາງານບຸນໃຫຍ່ໃນທົ່ວປະເທດເຊິ່ງໄດ້ວາດພາບເຖິງຮູບພາບກ່ຽວກັບຊີວິດທາງດ້ານຈິດໃຈທີ່ອຸດດົມສົມບູນ ມີຊີວິດຊີຊາ ແລະ ມີຄຸນຄ່າວັດທະນະທຳຢ່າງເລິກເຊິ່ງຂອງຊາວຫວຽດນາມໃນສະໄໝບູຮານ. ການບຸກເບີກພື້ນທີ່ ສ້າງສາ ແລະພັດທະນາການດຳລົງຊີວິດຢູ່ເຂດແຄມແມ່ນ້າແດງ. ງານບຸນແມ່ນເຫດການວັດທະນະທຳທີ່ສຳຄັນນອນໃນແຜນຈັດງານບຸນວັດທະນະທຳຂັ້ນແຂວງຂອງແຂວງຮຶງອຽນເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດເຂດທົງງພຽງແມ່ນ້ຳແດງ - ຫ໋າຍຟ່ອງປີ 2023. ງານບຸນຖືກຈັດຂຶ້ນຢູ່ປູຊະນີຍະສະຖານທັງສອງແຫ່ງຄືວິຫານດາຮວ່າ ທີ່ຕາແສງບິ່ງມິງແລະວິຫານຮວ໊າທີ່ຕາແສງຢະແຈັກ. ວິຫານດາຮວ່າແລະວິຫານຮວ໊າໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານ ປະຫວັດສາດ ວັດທະນະທຳລະດັບຊາດຈາກລັດ ໃນປີ1962 ແລະ ປີ 1988 ປີນີ້ຢູ່ວິຫານດາຮວ່າ  ງານບຸນຖືກຈັດຂຶ້ນ ດ້ວຍ ຂອບຂະໜາດ ໃຫຍ່ທີ່ສຸດນັບແຕ່ກ່ອນເປັນຕົ້ນມາເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງບັນດາໝູ່ບ້ານໃນຕາແສງ, ເປີດສາກງານບຸນແມ່ນກອງແຫ່ວໍພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານມາຍັງວິຫານດາຮວ່າ. ນຳໜ້າຂະບວນແຫ່ແມ່ນມັງກອນຍາວ 20 ກວ່າແມັດໂດຍພວກຊາວໜຸ່ມພັດປ່ຽນກັນຟ້ອນຕາມຈັງຫວະສຽງກອງຢ່າງບໍ່ຂາດສາຍ. ຕໍ່ຈາກນັ້ນແມ່ນຂະບວນຄົນຈັບທຸງງານບຸນ, ກອງຄ້ອງດາບແລະກອງຟ້ອນຕ່າງໆ       

ງານບຸນຈື່ດົງຕື໋ - ຕຽນຢຸງ: ງານບຸນແຫ່ງຄວາມຮັກ - ảnh 2ພິທີຕ່າງໆໃນງານບຸນ

    ໃນຂະນະນັ້ນຢູ່ວິຫານຮວ໊າພວກຊາວບ້ານກໍ່ໄດ້ຈັດຕັ້ງຂະບວນແຫ່ນ້ຳຈາກແມ່ນ້ຳແດງມາສູ່ພິທີບູຊາພະອໍລະຫັນ ເຊິ່ງແມ່ນພິທີຂາດບໍ່ໄດ້ໃນງານບຸນ.     ພາຍຫຼັງພິທີແຫ່ນ້ຳມາສູ່ພິທີບູຊາພະອໍລະຫັນ, ທຸກໆຂັ້ັ້ນຕອນເປີດວງານບຸນໄດ້ເລີ່ມຕົ້ນຢ່າງເປັນທາງການ. ຜູ້ຕາງໜ້າພວກຜູ້ເຖົ້າຜູ້ແກ່ໃນເຂດໄດ້ຂຶ້ນກ່າວບົດສະດຸດີທົບທວນຄືນຄຸນງາມຄວາມດີຂອງພະອໍລະຫັນ ຈື່ດົງຕື໋ແລະບັນດາວິລະຊົນແຫ່ງຊາດ. ພາຍຫຼັງຂັ້ນຕອນຈັດພິທີແມ່ນຂັ້ນຕອນງານບຸນດ້ວຍບັນດາການເຄື່ອນໄຫວຄືຟ້ອມມັງກອນ, ລາຍການສະແດງສິລະປະພື້ນເມືອງ, ການຫຼິ້ນເກມພື້ນເມືອງ,ການແຂ່ງຂັນກິລາ… ອັນໄດ້ດຶງດູດປະຊາຊົນແລະແຂກມາຈາກສາທິດເຂົ້າຮ່ວມຢ່າງຫຼວງຫຼາຍ     ທ່ານຫງວຽນຢືດັງ ປະທານຄະນະກຳມະການປະຊົນຕາແສງຢະແຈັກໃຫ້ຮູ້ວ່າ:

       “ງານບຸນປີນີ້ຖືກຈັດຂຶ້ນດ້ວຍຂອບຂະໜາດກວ້າງຂວາງກວ່າ ເນື້ອໃນກໍ່ອຸດົມສົມບູນ ການແຫ່ວໍໄປແມ່ນ້ຳເພື່ອເອົານ້ຳມາໄຫວ້ບູຊາພະອໍລະຫັນ ບັນດາການເຄື່ອນໄຫວວັດທະນະທຳວັນນະຄະດີສິລະປະທີ່ເຂັ້ມຂົ້ນໄປດ້ວຍລັກສະນະມູນເຊື້ອເຊິ່ງໄດ້ວາດພາບເຖິງການເຄື່ອນໄຫວໃນສາມມື້ຈັດງານບຸນ”.

     ບັນດາການເຄື່ອນໄຫວໃນສາມມື້ຈັດງານບຸນໄດ້ສ້າງຄວາມປະທັບໃຈຍາກທີ່ຈະຫຼົງລືມໄດ້ໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ.

      “ຂ້າພະເຈົ້າເຫັນວ່າງານບຸນມີຄວາມຟົດຟຶ້ນມ່ວນຊື່ນ.ຂ້າພະເຈົ້າໄດ້ຊົມການແຫ່ນ້ຳມາຈາກແມ້ນ້ຳແດງມາສູ່ພະວິຫານ; ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ນີ້ແມ່ນງານບຸນທີ່ມີຂອບຂະຂາດໃຫຍ່ໃນແຂວງຮຶງອຽນ. ຂ້າພະເຈົ້າມີຄວາມຫວັງຢາກໃຫ້ຊາວທ້ອງຖິ່ນຕ້ອງຮັກສາມູນເຊື້ອແລະນັບມື້ນັບພັດທະນາງານບຸນດ້ວຍຂອບຂະໜາດໃຫຍ່ກວ່ານີ້ອີກ ເພື່ອແຂກທ່ອງທ່ຽວທັງຢູ່ໃກ້ແລະ ໄກມາທ່ອງທ່ຽວຢ່າງຫຼວງຫຼາຍ”.

       “ຂ້າພະເຈົ້າໄດ້ເຂົ້າງານບຸນຫຼາຍແຫ່ງແຕ່ເມື່ອມານີ້ຂ້າພະເຈົ້າເຫັນວ່າ  ມີແຂກທ່ອງທ່ຽວມາຮ່ວມຢ່າງຫຼວງຫຼາຍ ທຸກໆຄົນຕ່າງກໍ່ເບີກບານມ່ວນຊື່ນເພື່ອເຂົ້ົ້າຮ່ວມງານບຸນ”.

     ເຂັ້ມຂົ້ນໄປດ້ວຍບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງພາກເໜືອ, ງານບຸນວິຫານດາຮວ່າ ແລະ ງານບຸນວິຫານຮວ໊າໄດ້ຮັບການຢັ້ງຢືນຈາກກະຊວງວັດທະນະທຳ, ກິລາແລະ ທ່ອງທ່ຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດໃນປີນີ້. ບັນດາຂໍ້ຕົກລົງນີ້ ໄດ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງ ຄົນລຸ້ນປະຈຸບັນ ດ້ວຍບັນດາຄຸນຄ່າ ທາງດ້ານມໍລະດົກປະຫວັດສາດ, ວັດທະນະທໍາ ແລະ ຈິດໃຈ ທີ່ບັນພະບຸລຸດ ຂອງພວກເຂົາໄດ້ປະໄວ້ໃຫ້

ຕອບກັບ