ຄົ້ນຫາກຸ່ມຖ້ຳ ປູຊາມກາບ ງາມກວ່າໝູ່ຢູ່ເຂດເຕິຍບັກ

Le Phuong
Chia sẻ
(VOVWORLD) -ປູຊາມກາບແມ່ນກຸ່ມຖ້ຳທີ່ລືຊື່ໃນແຂວງລາຍເຈົາ. ຢູ່ແຫ່ງນີ້ຖືກຂະໜານນາມວ່າຖ້ຳງາມກວ່າໝູ່ຢູ່ເຂດເຕິຍບັກດ້ວຍຖ້ຳນ້ອຍໃຫຍ່ 10ຖ້ຳໃນນັ້ນມີ 3ຖ້ຳໃຫຍ່ຄືທຽນໂມນ, ທຽນເດື່ອງ ແລະ ຖຸ໋ຍຕິງ. ປູຊາມກາບມີຄວາມງາມແບບ    ຮົກເຮື້ອລຶກລັບ ແລະ ດູດດື່ມເປັນພິເສດສຳລັບຜູ້ມັກຄົ້ນຫາພິຊິດທຳມະຊາດ
ຄົ້ນຫາກຸ່ມຖ້ຳ ປູຊາມກາບ ງາມກວ່າໝູ່ຢູ່ເຂດເຕິຍບັກ - ảnh 1ລະບົບນົມຜາຫີນທີ່ງົດງາມ ເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ

     ກຸ່ມຖ້ຳທີ່ໃຫຍ່ໂຕມະໂຫຖານນີ້ ນອນຢູ່ໃນພູໂດຍຊາວທ້ອງຖິ່ນໄດ້ຄົ້ນພົບເມື່ອໄປເຮັດໄຮ່ນັບແຕ່ເດືອນກໍລະກົດປີ 2006. ປູຊາມກາບມີລວງສູງແຕ່ 1.300 – 1.700 ແມັດເມື່ອທຽບໃສ່ໜ້ານ້ຳທະເລເຊິ່ງໄດ້ຮັບຖືຈາກຊາວທ້ອງຖິ່ນວ່າແມ່ນຜະລິດຕະພັນທີ່ສົມບູນແບບຂອງທຳມະຊາດ. ທ່ານເລວັນແຈັງ ພະນັກງານພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງລາຍເຈົາໃຫ້ຮູ້ວ່າ:

     “ກຸ່ມຖ້ຳປູຊາມກາບຫ່າງຈາກນະຄອນ ລາຍເຈົາ 6 ກິໂລແມັດບົນເສັ້ນທາງຈາກນະຄອນໄປເມືອງສິນໂຮ່. ກຸ່ມຖ້ຳປູຊາມກາບມີ 3ຖ້ຳໃຫຍ່ຄືທຽນໂມນ, ທຽນເດື່ອງ ແລະ ຖຸ໋ຍຕິງ. ປັດຈຸບັນແຂວງລາຍເຈົາພວມຂຸດຄົ້ນການທ່ອງທ່ຽວຢູ່ສອງຖ້ຳຄືທຽນໂມນ ແລະ ທຽນເດື່ອງ”.

      ຈາກຕີນພູຂຶ້ນຂັ້ນໄດຫີນປະມານ 200-300ແມັດກໍ່ຈະຮອດປະຕູຖ້ຳ ທຽນໂມນ ເຊິ່ງແມ່ນຈຸດທຳອິດໃນການເດີນທາງຄົ້ນຫາກຸ່ມຖ້ຳປູຊາມກາບ. ຢືນຢູ່ປະຕູຖ້ຳຫຼືເບິ່ງລົງລຸ່ມແຂກທ່ອງທ່ຽວຈະຮູ້ສຶກໄດ້ເຖິງຄວາມງາມແບບຮົກເຮື້ອແລະລຶກລັບຂອງຖ້ຳເລິກແຫ່ງໜຶ່ງ. ເມື່ອຢືນຢູ່ໃນຖ້ຳທຽນໂມນ ແຂກທ່ອງທ່ຽວຮູ້ສຶກປຽບເໝືອນກ້າວເຂົ້າສູ່ໂລກແຫ່ງຜະລິດຕະພັນສິລະປະທີ່ມີຊີວິດຊີວາໂດຍທຳມະຊາດດົນບັນດານໃຫ້.                      ໃຈກາງຂອງຖ້ຳກໍ່ແມ່ນຫ້ອງໃຫຍ່ ສູງ ກວ້າງດ້ວຍເນື້ອທີ່ປະມານ 6.000 ຕາແມັດ, ພື້ນຂອງຖ້ຳຮາບພຽງສະຫຼັບກັບສະນ້ຳນ້ອຍໃຫຍ່ທີ່ແຕກຕ່າງກັນ. ພິເສດຢູ່ປາຍຖ້ຳກໍ່ມີທັດຊະນີຍະພາບທີ່ງົດງາມປຽບເໝືອນຫໍປະສາດດ້ວຍບັນດາເສົານົມຜາຫີນທີ່ມີສີເຫຼື້ອມງາມ ແລະ 2-3 ຄົນໂອບກໍ່ບໍ່ຮອບ. ທ່ານແຈັງໃຫ້ຮູ້ຕື່ມອີກວ່າ:

     “ຖ້ຳທຽນໂມນກໍ່ມີໂຄງສ້າງທໍລະນີແບບດັ້ງເດີມ. ພ້ອມກັນນັ້ນກໍ່ມີໂຄງສ້າງທໍລະນີໃໝ່ ພວມຢູ່ໃນໄລຍະເປັນຮູບປະທຳ. ໃນຖ້ຳມີຫ້ອງໃຫຍ່ສາມາດບັນຈຸໄດ້ 2000-3000 ຄົນ. ເພດານຂອງຖ້ຳ ບ່ອນສູງສຸດແມ່ນປະມານ 50 – 60 ແມັດ”.

     ອອກຈາກຖ້້ຳທຽນໂມນກໍ່ແມ່ນເສັ້ນທາງພາໄປເຖິງຖ້ຳ ທຽນເດືອງ ເຊິ່ງແມ່ນສະຖານທີ່ແຫ່ງທີສອງໃນກຸ່ມຖ້ຳປູຊາມກາບ. ຖ້ຳທຽນເດືອງ ຖືກອຸປະມາດັ່ງແດນສະຫວັນທັງສະຫງົບງຽບ ທັງລຶກລັບມະຫັດສະຈັນ. ຢູ່ໃກ້ປະຕູຂອງຖ້ຳ, ຮູບພາບທຳອິດທີ່ແຂກທ່ອງທ່ຽວພົບເຫັນກໍ່ແມ່ນລະບົບນົມຜາຫີນທີ່ມີຮູບສິງໂຕພວມນັ່ງເຝົ້າຍາມ. ຍິ່ງເຂົ້າໄປເລິກໃນຖ້ຳ ແຂກທ່ອງທ່ຽວຍິ່ງຕົກສະເງິດ້ວຍຄວາມງາມພິເສດຂອງທຳມະຊາດ. ແຫງນໜ້າເບິ່ງເພດານຖ້ຳກໍ່ເຫັນລະບົບນົມຜາຫີນ ພວມທອດລົງປຽບເໝືອນຮ້ານດອກໄມ້ດ້ວຍຮູບແຕກຕ່າງກັນລຶກລັບມະຫັດສະຈັນ ຫຼາກຫຼາຍສີສັນ. ໃນຖ້ຳກໍ່ຍັງມີສະນ້ຳດ້ວຍນ້ຳໃສເຢັນ ຢູ່ກາງສະແມ່ນເສົາແຫ່ງໜຶ່ງຖືກສ້າງເປັນຮູບປະທຳດ້ວຍນົມຜາຫີນຫຼາຍຊັ້ນ. ຕາມນັກຄົ້ນຄວ້າແລ້ວ ໄລຍະເວລາເພື່ອສ້າງເປັນເສົານົມຜາຫີນດັ່ງກ່າວແມ່ນຮອດນັບລ້ານປີ. ທ່ານໂດ໊ດຶກແທັງ ຢູ່ນະຄອນລາຍເຈົ້າໃຫ້ຮູ້ວ່າ:

      “ຖ້ຳແຕ່ລະແຫ່ງກໍ່ມີຄວາມງາມພິເສດສະເພາະ. ນອກຈາກຄຸນຄ່າທາງດ້ານວັດທະນະທຳ,ຄວາມໝາຍ, ຕົ້ນກຳເນີດຂອງຖ້ຳແຕ່ລະແຫ່ງກໍ່ແມ່ນຮ່ອງຮອຍສະຖານໜຶ່ງຂອງການເຄື່ອນໄຫວເຂດດຳລົງຊີວິດຂອງຊາວທ້ອງຖິ່ນນັບແຕ່ສະໄໝບູຮານນະການ. ກຸ່ມຖ້ຳປູຊາມກາບປຽບເໝືອນແຜ່ນກຳບັງເຊື່ອມຕໍ່ກັບສາຍພູ ຮວ່າງລຽນເຊີນເພື່ອໂອບອ້ອມນະຄອນລາຍເຈົາ”.

     ນອກຈາກຖ້ຳທຽນໂມນ, ທຽນເດື່ອງກໍ່ຍັງມີຖ້ຳຖຸ໋ຍຕິງ. ແຕ່ຖ້ຳຖຸ໋ຍຕິງຍັງບໍ່ທັນຖືກຄົ້ນຫາແລະນຳເຂົ້າຂຸດຄົ້ນຍ້ອນສະພາບພູມມີສັນຖານທຸລະກັນດານ.ຊາວທ້ອງຖິ່ນໄດ້ຖືວ່າຖ້ຳຖຸ໋ຍຕິງອາດຈະງາມບໍ່ນ້ອຍໜ້າກວ່າຖ້ຳທຽນເດື່ອງ.  ໃນເວລາລໍຖ້າຖ້ຳຖຸ໋ຍຕິງຖືກຄົ້ນຫາ, ແຂກທ່ອງທ່ຽວສາມາດພິຊິດຖ້ຳຕ່າງໆທີ່ໄດ້ຮູ້ຈັກຂອງກຸ່ມຖ້ຳປູຊາມກາບ.

ຕອບກັບ