ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື້ນ​ທະ​ເລ” ຢູ່​ລາວ

Chia sẻ
(VOVWORLD) - ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື້ນທະເລ”.
ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື້ນ​ທະ​ເລ” ຢູ່​ລາວ - ảnh 1ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ (ພາບ: VOV)

ຕອນບ່າຍວັນທີ 18 ເມສາ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັບສູນວັດທະນະທຳ ຫວຽດນາມ ຢູ່ ລາວ ຈັດງານວາງສະແດງພາບຖ່າຍ “ມາຕຸພູມ ແຄມຄື້ນທະເລ”, ຢູ່ສູນວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ. ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື້ນທະເລ” ໂດຍສະມາຄົມນັກຖ່າຍຮູບ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຂຶ້ນ ເພື່ອ ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ຄວາມງາມຂອງທະເລ, ໝູ່ເກາະ ຫວຽດນາມ, ນ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ຄວາມສະໜິດຕິດພັນ ຂອງຊາວໜຸ່ມທຸກລຸ້ນຄົນ ກັບທະເລ, ໝູ່ເກາະບ້ານເກີດເມືອງນອນ.

ກ່າວຄຳເຫັນທີ່ເຫດການ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນ ວິຈິດສິນ ແຫ່ງຊາດ ລາວ, ໃຫ້ຮູ້ວ່າ ລາວ ແມ່ນປະເທດບໍ່ມີທະເລ ເພາະສະນັ້ນ ງານວາງສະແດງ “ມາຕຸພູມ ແຄມຄື້ນທະເລ” ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນລາວ ຮູ້ສຶກໄດ້ ເຖິງບັນດາຄວາມງາມທາງດ້ານວັດທະນະທຳຢ່າງຊີວິດຊີວາ ແລະ ແທດຈິງ ຂອງ ປະຊາຊົນ ຫວຽດນາມ ຢູ່ທະເລ ແລະ ຄວາມໃຫຍ່ໂຕມະໂຫຖານຂອງທະເລ, ໝູ່ເກາະ ຫວຽດນາມ ເທົ່ານັ້ນ ຫາກ ນີ້ຍັງແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ປະກອບສ່ວນ ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືທາງດ້ານວັດທະນະທຳ ສິລະປະ ລະຫວ່າງສອງປະເທດ ອີກດ້ວຍ.

ຕອບກັບ