ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: ທ່າ​ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ ຈໍ​ແດນ

Chia sẻ
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະພົບປະກັບ ເຈົ້າຊີວິດ ຈໍແດນ  Abdullah II ແລະ ຄູ່ຕຳແໜ່ງປະເທດນີ້ ທ່ານ Ayman Safadi, ກໍຄືທ່ານ Sigrid Kaag ນັກປະສານງານດ້ານມະນຸດສະທຳ ແລະ ສ້າງຕັ້ງເຂດ ກາຊາ ຄືນໃໝ່ຂອງ ສປຊ.
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: ທ່າ​ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ ຈໍ​ແດນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເດີນທາງມາຮອດນະຄອນຫຼວງ Amman (ພາບ: TTXVN)

ວັນທີ 30 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຮອດ ຈໍແດນ ເພື່ອປຶກສາຫາລືກ່ຽວກັບບັນດາແບບວິທີຊຸກຍູ້ການຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ແລະ ປຶກສາຫາລືກ່ຽວກັບສະພາບການຄວາມເຄັ່ງຕຶງຢູ່ພາກພື້ນດັ່ງກ່າວໃນໄລຍະຜ່ານມາ.

ທ່ານ Antony Blinken ໄດ້ເດີນທາງມາຮອດນະຄອນຫຼວງ Amman ຂອງ ຈໍແດນ ພາຍຫຼັງປຶກສາຫາລືກັບບັນດາການນຳ ອາຣັບ ຢູ່ Riyadh (ອາຣັບບີ ຊະອຸດິ). ໃນໄລຍະເຄື່ອນໄຫວຢູ່ ຈໍແດນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະພົບປະກັບ ເຈົ້າຊີວິດ ຈໍແດນ  Abdullah II ແລະ ຄູ່ຕຳແໜ່ງປະເທດນີ້ ທ່ານ Ayman Safadi, ກໍຄືທ່ານ Sigrid Kaag ນັກປະສານງານດ້ານມະນຸດສະທຳ ແລະ ສ້າງຕັ້ງເຂດ ກາຊາ ຄືນໃໝ່ຂອງ ສປຊ.

ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປຍັງ ອິດສະຣາແອັນ ເພື່ອປຶກສາຫາລືກ່ຽວກັບບັນດາຮອບເຈລະຈາຫຼ້າສຸດ ແນໃສ່ຮັບປະກັນບັນລຸໄດ້ຄຳສັ່ງຢຸດຍິງຊົ່ວຄາວ ແລະ ການປ່ອຍຕົວປະກັນ ເຊິ່ງ ຮາມາດສ ພວມກັກຕົວຢູ່ເຂດ ກາຊາ.


 

ຕອບກັບ