ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ໃຫ້​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ ອາກເມເນຍ, ນິວຊີແລນ, ຕວັກກີ, ເປຣູ ເຂົ້າຍື່ນສານຕາຕັ້ງ ເລີ່ມອະຍຸການປະຕິບັດງານຢູ່ ຫວຽດນາມ.

ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ໃຫ້​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ - ảnh 1ທ່ານ Suren Bagh DasaryAn ເອກອັກຄະລັດຖະທູດ ອາກເມເນຍເຂົ້າຍື່ນສານຕາຕັ້ງ  ຕໍ່ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດ ຫວຽດນາມ (ພາບ: VOV)

ທີ່ການຕ້ອນຮັບທ່ານ Suren Bagh DasaryAn ເອກອັກຄະລັດຖະທູດ ອາກເມເນຍ, ທ່ານນາງ ຫວໍທິແອັງຊວັນ ຕີລາຄາວ່າການພົວພັນສອງປະເທດໃນໄລຍະຜ່ານມາ ມີບາດກ້າວພັດທະນາທີ່ດີງາມ ໃນຫຼາຍຂົງເຂດ, ພິເສດແມ່ນສະເພາະໃນປີ 2023 ວົງເງິນການຄ້າສອງປະເທດ ມີການເຕີບໂຕ 500% ເມື່ອທຽບໃສ່ກັບປີ 2022 ແມ່ນບັນລຸ 300 ລ້ານ USD.

ທີ່ການຕ້ອນຮັບທ່ານ ນາງ Caroline Rachel Beres Ford ເອກອັກຄະລັດຖະທູດ ນິວຊີແລນ, ທ່ານນາງ ຫວໍທິແອັງຊວັນ ເນັ້ນໜັກວ່າ ສອງຝ່າຍຄວນຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນໂຄງການກະທຳຄູ່ຮ່ວມມືຍຸດທະສາດ ໄລຍະ 2021 - 2024 ເພື່ອຫັນບັນດາຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ ທີ່ເປັນທ່າ ແລະ ຄວາມຕ້ອງການຂອງສອງຝ່າຍໃຫ້ປະກົດຜົນເປັນຈິງ.

ທີ່ການຕ້ອນຮັບທ່ານ Kor Han Kemik ເອກອັກຄະລັດຖະທູດ ຕວັກກີ, ທ່ານນາງ ຫວໍທິແອັງຊວັນ ສະເໜີໃຫ້ສອງຝ່າຍຄົ້ນຄ້ວາຄວາມອາດສາມາດໃນການເຈລະຈາສັນຍາການຄ້າເສລີ ສອງຝ່າຍ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ນຳການຄ້າສອງຝ່າຍ ບັນລຸໄດ້ເປົ້າໝາຍ 4 ຕື້ USD ໂດຍໄວ ຄືທີ່ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບ.

ທີ່ການຕ້ອນຮັບ ທ່ານ Patricia Yolanda Raez Porto Carr Rero ເອກອັກຄະລັດຖະທູດ ເປຣູ, ທ່ານນາງ ຫວໍທິແອັງຊວັນ ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນຈັດຕັ້ງສຳເລັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1994 - 2024) ແລະ ກະກຽມຢ່າງລອບຄອບຖີ່ຖ້ວນ ໃຫ້ແກ່ການຢ້ຽມຢາມສອງຝ່າຍຂອງ ປະທານປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ເປຣູ ໃນເດືອນພະຈິກຈະມາເຖິງ.  

ຕອບກັບ