ໄຮ​ຕີ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

Chia sẻ
(VOVWORLD) - ວັນທີ 30 ເມສາ, ສະພາປະທານາທິບໍດີຂ້າມຜ່ານ CPT ຂອງ ໄຮຕີ ໄດ້ເລືອກຕັ້ງທ່ານ Fritz Belizaire - ອະດີດລັດຖະມົນຕີກະຊວງກິລາ - ເປັນນາຍົກລັດຖະມົນຕີຄົນໃໝ່, ແທນໃຫ້ທ່ານ Ariel Henry.
ໄຮ​ຕີ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ - ảnh 1ບັນດາສະມາຊິກໃນສະພາ  CPT ຂອງ ໄຮຕີ (ພາບ: AFP/TTXVN)

ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມທີ່ຖືກຈັດຂຶ້ນຢູ່ຫ້ອງວ່າການນາຍົກລັດຖະມົນຕີ ໄຮຕີ ຕັ້ງຢູ່ນະຄອນຫຼວງ Port – au – Prince, ພາຍຫຼັງທີ່ CPT ສະເໜີຕົວຢ່າງເປັນທາງການ ແລະ ທ່ານນາຍົກລັດຖະມົນຕີ Ariel Henry ຖະແຫຼງລາອອກຈາກຕຳແໜ່ງ ໄດ້ 5 ວັນ.

ກໍໃນວັນດຽວກັນ, ທ່ານອະດີດສະພາສູງ ໄຮຕີ Edgard Leblanc Fils ກໍ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານ CPT.

ກ່ອນໜ້ານັ້ນ, CPT ໄດ້ເຮັດວຽກກັບບັນດາຜູ້ບັນຊາການຂັ້ນສູງຂອງຕຳຫຼວດແຫ່ງຊາດ ແລະ ກຳລັງປະກອບອາວຸດ ໄຮຕີ ແນໃສ່ຊອກຫາມາດຕະການຟື້ນຟູຄວາມໝັ້ນຄົງ ພາຍໃນປະເທດ.


 

ຕອບກັບ