ໄຂກອງປະຊຸມຄັ້ງທີ 32 ຄະນະປະຈຳສະພາແຫ່ງຊາດ

Chia sẻ
(VOVWORLD) -ຕອນບ່າຍວັນທີ 15ເມສາ, ຢູ່ຫໍສະພາແຫ່ງຊາດທີ່ ນະຄອນຫຼວງຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນກອງປະຊຸມຄັ້ງທີ 32 ຊຶ່ງຄາດວ່າຈະດຳເນີນເປັນເວລາ 4 ວັນ ແລະ ໃຫ້ຄຳເຫັນໃສ່ 18 ເນື້ອໃນສຳຄັນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 7
ໄຂກອງປະຊຸມຄັ້ງທີ 32 ຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ກອງປະຊຸມ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ກ່ຽວກັບວຽກງານນິຕິບັນຍັດ, ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ໃຫ້ຄຳເຫັນກ່ຽວກັບໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດປີ 2025. ແລະ ດັດປັບໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດປີ 2024.

      ກ່ຽວກັບບັນດາຮ່າງກົດໝາຍທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄຳເຫັນຄັ້ງທຳອິດທີ່ກອງປະຊຸມສະໄໝສາມັນເທື່ອນທີ 7 ລວມມີ:  ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ; ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຍຸຕິທຳສຳລັບຜູ້ຍັງບໍ່ທັນເຖິງກະສຽນອາຍຸ; ຮ່າງກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການວາງແຜນຜັງເມືອງ ແລະ ວາງແຜນຜັງເຂດຊົນນະບົດ.

     ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ ແລະ ປະກອບຄຳເຫັນໃສ່ບັນດາເນື້ອໃນລວມມີ: ບົດລາຍງານໝາກຜົນການປະຕິບັດໂຄງການຕິດຕາມກວດກາປີກາຍ ແລະ ຊຸມເດືອນຕົ້ນປີນີ້, ຄາດຄະເນໂຄງການຕິດຕາມກວດກາປີໜ້າຂອງ ສະພາແຫ່ງຊາດ. ແລະ ຄະນະປະຈຳສະພາແຫ່ງຊາດ; ຜົນການຕິດຕາມກວດກາຂອງຄະນະຕິດຕາມກວດກາຂອງ ສະພາແຫ່ງຊາດກ່ຽວກັບ “ການຈັດຕັ້ງປະຕິບັດ ມະຕິຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍໂຄງການ ພັດທະນາເສດຖະກິດ-ສັງຄົມ ແລະ ມະຕິຂອງ ສະພາແຫ່ງຊາດກ່ຽວກັບບາງໂຄງການທີ່ສຳຄັນແຫ່ງຊາດຮອດທ້າຍປີ 2023”. ..

    ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ບົດສະເໜີດັດແກ້ແຜນນະໂຍບາຍລົງທຶນຂອງໂຄງການເປົ້າໝາຍແຫ່ງຊາດເພື່ອພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021-2023; ບົດລາຍງານການສຶກສາຄວາມເປັນໄປໄດ້ໃນເບື້ອງຕົ້ນຂອງໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນເໜືອ-ໃຕ້ ຕອນທາງຕາເວັນຕົກ ຢາເຫງຍ (ແຂວງດັກນົງ)-ເຈີນແທ່ງ (ແຂວງບິ່ງເຟືອກ).

ຕອບກັບ