ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

Chia sẻ
(VOVWORLD) - ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ

ຕາມຕົວເລກຂອງກົມໃຫຍ່ສະຖະຕິ ປະກາດເມື່ອຕອນເຊົ້າວັນທີ 29 ເມສາ, ໃນເດືອນ ເມສາ 2024, ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ບັນລຸເກືອບ 1,6 ລ້ານເທື່ອຄົນ. ໄລ່ລວມ 4 ເດືອນຜ່ານມາ, ແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ບັນລຸ 6,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ, ດຶງດູດແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ