ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບການຮັບປະກັນການເຄື່ອນໄຫວຂອງເຂດແຮງງານນອກລະບົບ

Chia sẻ
(VOVWORLD) - ຢູ່ ຫວຽດນາມ ມີ 65% ກຳລັງແຮງງານເຮັດວຽກຢູ່ບັນດາຂົງເຂດນອກລະບົບ ແລະ  ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອພັດທະນາບົດບາດ, ຮັບປະກັນສິດ ແລະ ຜົນປະໂຫຍດຢ່າງຊອບທຳຂອງບັນດາບຸກຄົນ
ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບການຮັບປະກັນການເຄື່ອນໄຫວຂອງເຂດແຮງງານນອກລະບົບ - ảnh 1(ທີ່ວາລະສົນທະນາຂັ້ນສູງ)

        ວັນທີ 14 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດວາລະສົນທະນາຂັ້ນສູງ ດ້ວຍຫົວຂໍ້ “ນຳໃຊ້ຂົງເຂດແຮງງານນອກລະບົບໃຫ້ແກ່ການພັດທະນາກວມລວມຢູ່ ອາຊີ - ປາຊີຟິກ”.

        ທີ່ວາລະສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ແບ່ງປັນວ່າ, ຢູ່ ຫວຽດນາມ ມີ 65% ກຳລັງແຮງງານເຮັດວຽກຢູ່ບັນດາຂົງເຂດນອກລະບົບ ແລະ  ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອພັດທະນາບົດບາດ, ຮັບປະກັນສິດ ແລະ ຜົນປະໂຫຍດຢ່າງຊອບທຳຂອງບັນດາບຸກຄົນ ແລະ ວິສາຫະກິດເຄື່ອນໄຫວນອກລະບົບ, ໂດຍສະເພາະແມ່ນເສດຖະກິດຄອບຄົວ, ຜ່ານນັ້ນ, ຮັກສາຄວາມຕິດພັນໃນສັງຄົມ ແລະ ວັດທະນະທຳ, ຊຸກຍູ້ການຜະລິດແບບຍືນຍົງ.

        ທ່ານກໍ່ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການສ້າງກອບນິຕິກຳໃຫ້ສົມບູນແບບ, ສົ່ງເສີມບັນດາຄອບຄົວດຳເນີນທຸລະກິດໜູນຊ່ວຍເຊິ່ງກັນ ແລະ ກັນ ຜ່ານບັນດາຮູບແບບຮ່ວມສຳພັນທີ່ເໝາະສົມ.

ຕອບກັບ