ນາຍົກລັດຖະມົນຕີລົງກວດກາບັນດາໂຄງການຄົມມະນາຄົມຈຸດສຸມ ຢູ່ 3 ແຂວງຄື: ແຂວງແຄ໋ງຮ່ວາ, ຝູອຽນ, ບິ່ງດິງ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນເຮັດວຽກງານບຸກເບີກພື້ນທີ່ ແລະ ຕັ້ງຖິ່ນຖານຄົງທີ່ໃໝ່ໃຫ້ແກ່ປະຊາຊົນທີ່ຕ້ອງຍົກຍ້າຍຍ້ອນມີໂຄງການ. ທຸກຝ່າຍຈົ່ງມານະພະຍາຍາມເຮັດສຳເລັດໂຄງການ, ເປີດຂອບເຂດພັດທະນາໃໝ່ໃຫ້ທ້ອງຖິ່ນ ແລະ ຂົງເຂດ.
ນາຍົກລັດຖະມົນຕີລົງກວດກາບັນດາໂຄງການຄົມມະນາຄົມຈຸດສຸມ ຢູ່ 3 ແຂວງຄື: ແຂວງແຄ໋ງຮ່ວາ, ຝູອຽນ, ບິ່ງດິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ລົງກວດກາບັນດາໂຄງການຍອຍກໍ່ສ້າງເສັ້ນທາງບົກຄວາມໄວສູງ ເໜືອ - ໃຕ້ ໄລຍະ 2021 – 2025

     ຕອນເຊົ້າວັນທີ 29 ເມສານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ທີ່ມີໂຄງການ ໄດ້ລົງກວດກາບັນດາໂຄງການຍອຍກໍ່ສ້າງເສັ້ນທາງບົກຄວາມໄວສູງ ເໜືອ - ໃຕ້ ໄລຍະ 2021 – 2025 ຊຶ່ງແລ່ນຜ່ານ 3 ແຂວງຄື: ແຂວງແຄ໋ງຮ່ວາ ຮວ່າ, ຝູອຽນ, ບິ່ງດິງ.

       ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນເຮັດວຽກງານບຸກເບີກພື້ນທີ່ ແລະ ຕັ້ງຖິ່ນຖານຄົງທີ່ໃໝ່ໃຫ້ແກ່ປະຊາຊົນທີ່ຕ້ອງຍົກຍ້າຍຍ້ອນມີໂຄງການ. ທຸກຝ່າຍຈົ່ງມານະພະຍາຍາມເຮັດສຳເລັດໂຄງການ, ເປີດຂອບເຂດພັດທະນາໃໝ່ໃຫ້ທ້ອງຖິ່ນ ແລະ ຂົງເຂດ.

ຕອບກັບ