ເອີ​ລົບ ຊຸກ​ຍູ້​ການ​ແກ້​ໄຂ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ ທະ​ເລ​ຕາ​ເວັນ​ອອກ ຕາມ UNCLOS

Chia sẻ
(VOVWORLD) -ຖະແຫຼງການທວງເອົາອະທິປະໄຕປະຫວັດສາດຂອງ ຈີນ ສຳລັບ ທະເລຕາເວັນອອກເກືອບທັງໝົດແມ່ນລະເມີດ UNCLOS.
ເອີ​ລົບ ຊຸກ​ຍູ້​ການ​ແກ້​ໄຂ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ ທະ​ເລ​ຕາ​ເວັນ​ອອກ ຕາມ UNCLOS - ảnh 1ເອີລົບ ຊຸກຍູ້ການແກ້ໄຂສັນຕິພາບກ່ຽວກັບບັນຫາ ທະເລຕາເວັນອອກ ຕາມ UNCLOS (ພາບ: vtv.vn) 

ໜັງສືພິມ (novinky.cz) ຂອງເຊັກໂກ ຫາກໍ່ລົງບົດຂຽນຂອງທ່ານ Alex Svemberg ນັກໜັງສືພິມ, ນັກຊ່ຽວຊານວິເຄາະບັນດາບັນຫາຄວາມໝັ້ນຄົງສາກົນຂອງ ເຊັກໂກ ໄດ້ເຕື້ອງເຖິງການຜັນແປທີ່ເປັນໜ້າສົນໃຈດຶງດູດຄວາມສົນໃຈຂອງຫາງສຽງສາກົນ, ກ່ຽວຂ້ອງເຖິງການ 3 ປະເທດ ອັງກິດ, ຝະລັ່ງ, ເຢຍລະມັນ ຮ່ວມກັນໄດ້ສົ່ງຈົດໝາຍທາງການເຖິງສະຫະປະຊາຊາດ ປະຕິເສດຖະແຫຼງການທວງເອົາອະທິປະໄຕອັນໄຮ້ເຫດຜົນຂອງ ຈີນ ຢູ່ທະເລຕາເວັນອອກ, ໃນນັ້ນເນັ້ນໜັກວ່າ ທັດສະນະຂອງບັນດາປະເທດ ເອີລົບ ແມ່ນແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພຶື້ນຖານກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ໃນບົດຂຽນຖືວ່າ ຖະແຫຼງການທວງເອົາອະທິປະໄຕປະຫວັດສາດຂອງ ຈີນ ສຳລັບ ທະເລຕາເວັນອອກເກືອບທັງໝົດແມ່ນລະເມີດ UNCLOS. ອັງກິດ, ຝະລັ່ງ, ເຢຍລະມັນ ລ້ວນແຕ່ແມ່ນສະມາຊິກຂອງ UNCLOS ແລະ ກ່ອນນີ້ກໍ່ໄດ້ສະແດງຫຼັກໝັ້ນລວມໃນບັນຫາທະເລຕາເວັນອອກໂດຍຜ່ານການຍົກອອກຖະແຫຼງການລວມສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ເຄັ່ງຕຶງຂອງພາກພື້ນໃນປີ 2019. ຕາມທັດສະນະຂອງຫຼາຍປະເທດ ເອີລົບ ແລ້ວ, ບັນດາບັນຫາກ່ຽວຂ້ອງເຖິງ ທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີບົນພື້ນຖານບັນດາຫຼັກການ ແລະ ຂໍ້ກຳນົດຂອງ UNCLOS.

ຕອບກັບ