ຜັນຂະຫຍາຍຮູບແບບທົດລອງແຜນຮ່າງປູກເຂົ້າຄຸນນະພາບສູງ, ປ່ອຍອາຍຜິດຕ່ຳ 1 ລ້ານເຮັກຕາຢູ່ 5 ທ້ອງຖິ່ນ

Chia sẻ
(VOVWORLD) - ນີ້ແມ່ນໂຄງການອາດສາມາດຊ່ວຍຫັນປ່ຽນພື້ນຖານການຜະລິດໃນຂະແໜງເຂົ້າສານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
ຜັນຂະຫຍາຍຮູບແບບທົດລອງແຜນຮ່າງປູກເຂົ້າຄຸນນະພາບສູງ, ປ່ອຍອາຍຜິດຕ່ຳ 1 ລ້ານເຮັກຕາຢູ່ 5 ທ້ອງຖິ່ນ - ảnh 1(ທີ່ກອງປະຊຸມ)

        ຕອນບ່າຍວັນທີ 02 ພຶດສະພາ, ຢູ່ ເກີນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍຮູບແບບທົດລອງແຜນຮ່າງປູກເຂົ້າທີ່ມີຄຸນນະພາບສູງ, ປ່ອຍອາຍຜິດຕ່ຳ 1 ລ້ານເຮັກຕາຢູ່ 5 ທ້ອງຖິ່ນ, ລວມມີ: ນະຄອນ ເກີນເທີ, ແຂວງ ຊອັກຈັງ, ກຽນຢາງ, ດົ່ງທາບ, ຈ່າວິງ.

        ຕາມການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລ້ວ, ນີ້ແມ່ນໂຄງການອາດສາມາດຊ່ວຍຫັນປ່ຽນພື້ນຖານການຜະລິດໃນຂະແໜງເຂົ້າສານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ສະນັ້ນ, ໂຄງການໄດ້ຮັບຄວາມສົນໃຈຈາກຫຼາຍອົງການສາກົນ ແລະ ຊາວກະສິກອນກໍ່ມີຄວາມເຫັນດີເຫັນພ້ອມ. ເພື່ອຜັນຂະຫຍາຍບັນດາຮູບແບບພົ້ນເດັ່ນໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິນແທັງນາມ, ໃຫ້ຮູ້ວ່າ:

        “ນີ້ແມ່ນບັນດາຮູບແບບພົ້ນເດັ່ນຢູ່ຫຼາຍດ້ານ, ຄື: ຂັ້ນຕອນການຜະລິດແບບຍືນຍົງ, ວັດແທກການປ່ອຍອາຍພິດ, ຍົກສູງກຳລັງຄວາມສາມາດຂອງສະຫະກອນ. ປະຈຸບັນ, ສະຖາບັນວິທະຍາສາດຊົນລະປະທານ ໄດ້ໄປຮອດບັນດາທ້ອງຖິ່ນເພື່ອອອກແບບກ່ຽວກັບລະບົບຊົນລະປະທານຢູ່ເຂດທົ່ງນາ. ຄາດວ່າ, ຮອດເດືອນ ສິງຫາ, ກັນຍາ ຮູບແບບນີ້ຈະໃຫ້ການເກັບກ່ຽວເຂົ້າສານຫຼຸດຜ່ອນການປ່ອຍອາຍພິດ. ພາຍຫຼັງ 3 ລະດູເກັບກ່ຽວຈຶ່ງຈະມີໝາກຜົນທາງການໃຫ້ແກ່ຕົວເລກຫຼຸດຜ່ອນການປ່ອຍອາຍພິດ”.

ຕອບກັບ