ມື້​ເຮັດ​ວຽກ​ທີ 2 ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ຊຸດ​ທີ 13

Chia sẻ
(VOVWORLD) - ໃນວັນທີ 17 ພຶດສະພາ, ກົມການເມືອງ ໄດ້ພິຈາລະນາ, ຮັບ, ອະທິບາຍຄຳເຫັນປຶກສາຫາລືຂອງສູນກາງ ກ່ຽວກັບໂຮງຮ່າງບົດລາຍງານ.
ມື້​ເຮັດ​ວຽກ​ທີ 2 ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ຊຸດ​ທີ 13 - ảnh 1(ພາບ: VOV)

   ວັນທີ 17 ພຶດສະພາ, ໃນການເຮັດວຽກມື້ທີ 2 ຂອງກອງປະຊຸມຄັ້ງທີ 9, ຢູ່ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບໂຄງຮ່າງບົດລາຍງານສະຫລຸບວຽກງານກໍ່ສ້າງພັກ ແລະ ປະຕິບັດກົດລະບຽບຂອງພັກ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຊຸດທີ 14 ຂອງພັກກອມມູນິດ ຫວຽດນາມ; ໃຫ້ຄຳເຫັນໃສ່ໂຄງຮ່າງສະຫລຸບຄຳສັ່ງເລກທີ 35-ກົມການເມືອງ/ສູນກາງ ລົງວັນທີ 30 ພຶດສະພາປີ 2019 ຂອງກົມການເມືອງ ແລະ ຮ່າງຄຳສັ່ງຂອງກົມການເມືອງ ກ່ຽວກັບກອງປະຊຸມໃຫ່ຍທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫ່ຍຊຸດທີ 14 ຂອງ ພັກ.

   ໃນວັນທີ 17 ພຶດສະພາ, ກົມການເມືອງ ໄດ້ພິຈາລະນາ, ຮັບ, ອະທິບາຍຄຳເຫັນປຶກສາຫາລືຂອງສູນກາງ ກ່ຽວກັບໂຄງຮ່າງບົດລາຍງານ.

ຕອບກັບ