70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: ສື່ມວນຊົນ ອາກຊັງຕິນ ຊີ້ແຈ້ງຄວາມໝາຍອັນໃຫຍ່ຫຼວງໃນໄຊຊະນະປະຫວັດສາດຂອງ ຫວຽດນາມ

Chia sẻ
(VOVWORLD) - ໄຊຊະນະດັ່ງກ່າວບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງປະຫວັດສາດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງເຮັດໃຫ້ປ່ຽນແປງສະພາວະຂອງໂລກອີກດ້ວຍ.
70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: ສື່ມວນຊົນ ອາກຊັງຕິນ ຊີ້ແຈ້ງຄວາມໝາຍອັນໃຫຍ່ຫຼວງໃນໄຊຊະນະປະຫວັດສາດຂອງ ຫວຽດນາມ - ảnh 1ບົດຂຽນໃນໜັງສືພິມ ReporteAsia
(ພາບ: TTXVN)

        ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ສະບັບອອກວັນທີ 02 ພຶດສະພາ, ໄດ້ລົງພິມຫຼາຍບົດຂຽນກ່ຽວກັບໄຊຊະນະ ດ້ຽນບຽນຝູ ຂອງ ຫວຽດນາມ, ໃນນັ້ນໄດ້ຢືນຢັນວ່າ, ໄຊຊະນະດັ່ງກ່າວບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງປະຫວັດສາດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງເຮັດໃຫ້ປ່ຽນແປງສະພາວະຂອງໂລກອີກດ້ວຍ.

        ບົດຂຽນທີ່ເອົາລົງໃນເວັບໄຊເອເລັກໂຕນິກ ABC Mundial ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນສັນຍາລັກໃຫ້ແກ່ການຕໍ່ສູ້ຢ່າງຮອບດ້ານຂອງປະຊາຊົນ ຫວຽດນາມ. ນັບແຕ່ການຕໍ່ສູ້ຢູ່ສະໜາມຮົບ ຕະຫຼອດຮອດການຕໍ່ສູ້ດ້ານການເມືອງ, ເສດຖະກິດ, ການທູດ, ທຸກພາກສ່ວນໃນສັງຄົມ ຫວຽດນາມ ລ້ວມແຕ່ຮ່ວມແຮງຮ່ວມໃຈຂັບໄລ່ສັດຕູຜູ້ຮຸກຮານ.

        ໃນຂະນະນັ້ນ, ໜັງສືພິມ ReporteAsia ໄດ້ເນັ້ນໜັກເຖິງບົດບາດຊີ້ນຳຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ໃນພາລະກິດຕໍ່ສູ້ທົ່ວປວງຊົນ, ເຕົ້າໂຮມກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍນ້ຳໃຈຮັກຊາດເປັນຢ່າງສູງ ເພື່ອສ້າງເປັນໄຊຊະນະ ດ້ຽນບຽນຝູ.

        ສ່ວນໜັງສືພິມ Ámbito Internacional ມີບົດຂຽນໃຫ້ຂໍ້ສັງເກດວ່າ, 70 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ຂອບຂະໜາດທີ່ຍິ່ງໃຫຍ່ ແລະ ຄວາມໝາຍປະຫວັດສາດຂອງໄຊຊະນະ ດ້ຽນບຽນຝູ ຍັງມີຄຸນຄ່າເໝືອນເດີມຈົນມາຮອດປະຈຸບັນ. ໄຊຊະນະ ດ້ຽນບຽນຝູ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຄວາມກ້າວໜ້າຂອງມວນມະນຸດ.

ຕອບກັບ