ເວ​ທີ​ປາ​ໄສ ອາ​ຊຽນ - ອົດ​ສະ​ຕ​ຣາ​ລີ ຄັ້ງ​ທີ 36

Chia sẻ
(VOVWORLD) - ວັນທີ 6 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸງຫວຽດ, ຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM) ຂອງ ຫວຽດນາມ, ພ້ອມກັບ ຫົວໜ້າ SOM ແລະ ຫົວໜ້າຄະນະຂອງບັນດາປະເທດ ອາຊຽນ ແລະ ອົດສະຕຣາລີ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕຣາລີ ຄັ້ງທີ 36 ທີ່ໄດ້ຈັດຂຶ້ນຢູ່ ເມວເບີນ (ອົດສະຕຣາລີ). 
ເວ​ທີ​ປາ​ໄສ ອາ​ຊຽນ - ອົດ​ສະ​ຕ​ຣາ​ລີ ຄັ້ງ​ທີ 36 - ảnh 1ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ອົດສະຕາລີ ຖ່າຍຮູບລວມ (ພາບ: TTXVN)

ນອກຈາກວຽກງານກວດຄືນສະພາບການຮ່ວມມື ແລະ ແລກປ່ຽນບັນດາວິທີການຊຸກຍູ້ການພົວພັນໃນໄລຍະທີ່ຈະມາເຖິງ, ກອງປະຊຸມຄັ້ງນີ້ ຍັງແນໃສ່ກະກຽມໃຫ້ແກ່ ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕຣາລີ ເພື່ອສະເຫຼີມສະຫຼອງ ສາຍພົວພັນຄູ່ຮ່ວມເຈລະຈາ ລະຫວ່າງສອງຝ່າຍ ຄົບຮອບ 50 ປີ (1974 - 2024), ຈັດຂຶ້ນທີ່ ເມວເບີນ ໃນເດືອນ ມີນາ ທີ່ຈະມາເຖິງ.

       ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບ ເສີມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP, ປີ 2021) ໃຫ້ເລິກເຊິ່ງຍິ່ງຂຶ້ນ ຕາມທິດມີປະສິດຕິຜົນ, ແທດຈິງ ແລະ ພ້ອມກັນມີຜົນປະໂຫຍດ; ຜັນຂະຫຍາຍການເຈລະຈາສ້າງແຜນການ ວາລະການຮ່ວມມື ໃນໄລຍະໃໝ່ (2025-2029) ເພື່ອລາຍງານ ບັນດາລັດຖະມົນຕີການຕ່າງປະເທດ ຮັບຮອງເອົາ ເນື່ອງໃນໂອກາດ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ລາວ ໃນເດືອນ ກໍລະກົດ 2024, ໃນນັ້ນ ໃຫ້ບູລິມະສິດແກ່ວຽກງານຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງຊັບພະຍາກອນມະນຸດ, ຄຸ້ມຄອງໄພພິບັດ, ຮ່ວມມືທາງທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາອາະນຸພາກພື້ນ ແລະ ຫຼຸດຄວາມແຕກໂຕນດ້ານການພັດທະນາ, ກໍ່ຄືບັນດາຂົງເຂດໃໝ່, ທີ່ມີຫຼາຍທ່າແຮງບົ່ມຊ້ອນ, ຄື: ການຫັນເປັນດິຈິຕອນ, ເສດຖະກິດສີຂຽວ, ພະລັງງານໝູນວຽນ, ພະລັງງານທົດແທນ.

       ກ່ຽວກັບການພັດທະນາອາະນຸພາກພື້ນ ແລະ ຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI), ຕາງໜ້າ ອາຊຽນ ກ່າວຄຳເຫັນ ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸງຫວຽດ ເໜັ້ນໜັກ ເຖິງລະດັບຄວາມສຳຄັນ ຂອງການຮ່ວມມື ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ພັດທະນາອະນຸພາກພື້ນ ຕໍ່ກັບຄວາມມານະພະຍາຍາມສ້າງສາປະຊາຄົມອາຊຽນ; ຍົກອອກບັນດາວິທີການແກ້ໄຂ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດນີ້, ໃນນັ້ນ ສະເໜີ ອົດສະຕຣາລີ ຈັດຕັ້ງກົນໄກການຮ່ວມມື ເພື່ອປະສານສົມທົບແຫຼ່ງກຳລັງຢ່າງມີປະສິດທິພາບ ແລະ ເພີ່ມທະວີການຮ່ວມມືຢ່າງມີປະສິດຕິຜົນ ລະຫວ່າງ ອົດສະຕຣາລີ ແລະ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ.

ຕອບກັບ