ສົມ​ທົບ​ກັນ​ເພື່ອ​ກະ​ກຽມ​ໃຫ້​ການເດີນ​ຂະ​ບວນ, ​ສວນ​ສະ​ໜາມ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝ​ູ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 28 ເມສາ, ຢູ່ສະໜາມຫຼວງ ແຂວງດ້ຽນບຽນ, ລວມທັງໝົດ 51 ກຸ່ມເຂົ້າຮ່ວມການສວນສະໜາມໃນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024) ໄດ້ດຳເນີນການສົມທົບກັນຝຶກແອບຄັ້ງທຳອິດ.
ສົມ​ທົບ​ກັນ​ເພື່ອ​ກະ​ກຽມ​ໃຫ້​ການເດີນ​ຂະ​ບວນ, ​ສວນ​ສະ​ໜາມ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝ​ູ - ảnh 1ການຝືກຊ້ອມ (ພາບ:VOV)

ການຝືກຊ້ອມເລີ່ມດ້ວຍພິທີເຄົາລົບທຸງ. ຈາກນັ້ນແມ່ນກຸ່ມເຮືອບິນ ເອລີກອບເຕີ ໄດ້ແຂວນທຸງພັກ, ທຸງຊາດ ແລະ ບັນດາກຸ່ມຕ່າງໆໄດ້ເດີນຂະບວນສວນສະໜາມ... ການຝືກແອບຄັ້ງທຳອິດແກ່ຍາວເປັນເວລາ 90 ນາທີ.

          ພິທີເດີນຂະບວນ, ສວນສະໜາມສະເຫຼີມສະຫຼອງ 70ປີແຫ່ງວັນໄຊຊະນະດ້ຽນບຽນຝູ ຈະຈັດຂຶ້ນໃນຕອນເຊົ້າວັນທີ 7 ພືດສະພາ 2024 ພາຍຫຼັງພິທີໂຮມຊຸມນຸມຢ່າງສົມກຽດ, ລວມມີ 4 ກຳລັງ: ກຳລັດທະຫານປື່ນໃຫຍ່, ກຳລັງກອງທັບອາກາດ, ກຳລັງເດີນຂະບວນ, ສວນສະໜາມ, ກຳລັງຍື່ນຢູ່ສະໜາມກ່ວາ 12.000 ຄົນ.


           

ຕອບກັບ