ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ຢູ່ ອາ​ຣັບ​ບິ ຊາ​ອຸ​ດິ

Chia sẻ

(VOVWORLD) -  ດ້ວຍຫົວຂໍ້ ການຮ່ວມມືທົ່ວໂລກເຕີບໂຕ ແລະ ພະລັງງານໃຫ້ແກ່ການພັດທະນາ”, ເວທີປາໄສສຸມໃສ່ປຶກສາຫາລືບາງບັນຫາພົ້ນເດັ່ນທົ່ວໂລກ ໃນບັນດາຂົງເຂດເສດຖະກິດການເມືອງການປ່ຽນແປງຂອງດິນຟ້າອາກາດກູ້ໄພກູ້ຊີບມະນຸດສະທຳ.



ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ຢູ່ ອາ​ຣັບ​ບິ ຊາ​ອຸ​ດິ - ảnh 1 ເວທີປາໄສເສດຖະກິດໂລກ (WEF) ໄຂຂຶ້ນໃນວັນທີ 28 ເມສາຢູ່ນະຄອນ Riyadh  (ພາບ: AFP)

ເວທີປາໄສເສດຖະກິດໂລກ (WEF) ໄຂຂຶ້ນໃນວັນທີ 28 ເມສາ, ຢູ່ນະຄອນ Riyadh ຂອງ ອະຣັບບິ ຊາອຸດິ, ດ້ວຍການເຂົ້າຮ່ວມຂອງນັກການເມືອງ ແລະ ນັກຊ່ຽວຊານເສດຖະກິດຂຶ້ນກັບກ່ວາ 90 ປະເທດ ແລະ ອົງການຈັດຕັ້ງສາກົນ. ດ້ວຍຫົວຂໍ້ “ການຮ່ວມມືທົ່ວໂລກ, ເຕີບໂຕ ແລະ ພະລັງງານໃຫ້ແກ່ການພັດທະນາ”, ເວທີປາໄສສຸມໃສ່ປຶກສາຫາລືບາງບັນຫາພົ້ນເດັ່ນທົ່ວໂລກ ໃນບັນດາຂົງເຂດເສດຖະກິດ, ການເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ກູ້ໄພກູ້ຊີບມະນຸດສະທຳ.

          ຕາມ WEF ແລ້ວ, ເວທີປາໄສສຸມໃສ່ຊຸກຍູ້ “ຈິນຕະນາການສຳຜັດກ້າວໜ້າ” ສຳລັບບັນດາວິກິດການທີ່ມີສ່ວນກ່ຽວຂ້ອງ, ພ້ອມທັງຮັກສາການສຳຜັດຕົວຈິງກ່ຽວກັບບັນດາ “ການແລກປ່ຽນໃນໄລຍະສັ້ນ”. ເວທີປາໄສກໍ່ສຸມໃສ່ມານະພະຍາຍາມຮັດແຄບການຈຳແນກນັບມື້ນັບເພີ່ມຂຶ້ນລະຫວ່າງໃຕ້ ແລະ ເໜືອຂອງໜ່ວຍໂລກ ໃນບາງຂົງເຂດພົ້ນເດັ່ນຄື ນະໂຍບາຍເສດຖະກິດ, ການຫັນປ່ຽນພະລັງງານ ແລະ ບັນດາບັນຫາເກີດຂຶ້ນກ່ຽວກັບດ້ານພູມສາດການເມືອງ. ໃນບົດຖະແຫຼງຂ່າວທາງສື່ມວນຊົນ, ທ່ານປະທານ WEF Børge Brende ເນັ້ນໜັກວ່າ: ດ້ວຍບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ຄວາມແຕກຕ່າງກັນດ້ານເສດຖະກິດ - ສັງຄົມນັບມື້ນັບເລິກເຊິ່ງໃນຂອບເຂດທົ່ວໂລກ, ການຮ່ວມມືສາກົນ ແລະ ການໂອ້ລົມສົນທະນາມີຈຸດປະສົງພວມກາຍເປັນຮີບດ່ວນຍິ່ງກ່ວາເວລາໃດໝົດ.

                                                                ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ