ອາເມລິກາ ໜູນຊ່ວຍສິນຄ້າມີມູນຄ່າ 1 ຕື້ USD ໃຫ້ແກ່ບັນດາປະເທດປະເຊີນໜ້າກັບໄພອຶດຫິວ

Chia sẻ
(VOVWORLD) - ບັນດາປະເທດທີ່ຈະໄດ້ຮັບການໜູນຊ່ວຍ, ລວມມີ: ສປ.ກົງໂກ, ເຢແມັນ, ຊູດັງໃຕ້, ຊູດັງ ແລະ ຮາຍຕີ, ເຊິ່ງນອນໃນຈຳນວນບັນດາປະເທດຖືກຜົນສະທ້ອນຍ້ອນໄພອຶດຫິວໜັກໜ່ວງທີ່ສຸດ.
ອາເມລິກາ ໜູນຊ່ວຍສິນຄ້າມີມູນຄ່າ 1 ຕື້ USD ໃຫ້ແກ່ບັນດາປະເທດປະເຊີນໜ້າກັບໄພອຶດຫິວ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 18 ເມສາ, ກະຊວງກະສິກຳ ອາເມລິກາ ແລະ ອົງການພັດທະນາສາກົນ ອາເມລິກາ (USDA) ໄດ້ແຈ້ງໃຫ້ຊາບວ່າ ຈະໜູນຊ່ວຍສິນຄ້າທີ່ມີມູນຄ່າ 1 ຕື້ USD ຂອງ ອາເມລິກາ ໃຫ້ບັນດາປະເທດມີອັດຕາໄພອຶດຫິວສູງ.

        ຕາມໂຄງການອາຫານໂລກຂອງສະຫະປະຊາຊາດ (UNWFP) ແລ້ວ, ບັນດາປະເທດທີ່ຈະໄດ້ຮັບການໜູນຊ່ວຍ, ລວມມີ: ສປ.ກົງໂກ, ເຢແມັນ, ຊູດັງໃຕ້, ຊູດັງ ແລະ ຮາຍຕີ, ເຊິ່ງນອນໃນຈຳນວນບັນດາປະເທດຖືກຜົນສະທ້ອນຍ້ອນໄພອຶດຫິວໜັກໜ່ວງທີ່ສຸດ.

        ສະຫະປະຊາຊາດໄດ້ກ່າວເຕືອນວ່າ ໄພອຶດຫິວທົ່ວໂລກພວມຮ້າຍແຮງຂຶ້ນຕື່ມ. ປີ 2023, ມີປະຊາຊົນກວ່າ 745 ລ້ານຄົນໃນທົ່ວໂລກຖືກອຶດຫິວຢູ່ລະດັບປານກາງ ເຖິງ ຮ້າຍແຮງ. ຕາມສະຫະປະຊາຊາດ ແລ້ວ, ສາຍເຫດພາໄປເຖິງສະພາບການດັ່ງກ່າວແມ່ນຍ້ອນເກີດການປະທະກັນໃນທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ - 19 ສຳລັບຜູ້ທຸກຍາກຢູ່ໃນໂລກ.

ຕອບກັບ