ອົດ​ສະ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜອງ​ບັນ​ດາ​ບ້ວງ​​ເງິນ​ໜູນ​ຊ່ວຍກ້ອນ​ໃຫຍ່​ໃຫ້​ແກ່​ການ​ພົວ​ພັນ ອົດ​ສະ​ຕາ​ລີ - ອາ​ຊຽນ

Chia sẻ
(VOVWORLD) - ວັນທີ 05 ມີນາ, ລັດຖະບານ ອົດສະຕາລີ ແຈ້ງໃຫ້ຊາບວ່າ ຈະໜູນຊ່ວຍ 38 ໂຄງການຊຸມຊົນ, ມະຫາວິທະຍາໄລ ແລະ ວິສາຫະກິດ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ອົດສະຕາລີ ແລະ ບັນດາປະເທດສະມາຊິກ ອາຊຽນ. ບັນດາໂຄງການປ່ຽນແປງໃໝ່ນີ້ ໄດ້ຮັບທຶນໂດຍຜ່ານສະພາ ອົດສະຕາລີ - ອາຊຽນ ແລະ ສະຖາບັນ ອົດສະຕາລີ - ອິນໂດເນເຊຍ.
ອົດ​ສະ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜອງ​ບັນ​ດາ​ບ້ວງ​​ເງິນ​ໜູນ​ຊ່ວຍກ້ອນ​ໃຫຍ່​ໃຫ້​ແກ່​ການ​ພົວ​ພັນ ອົດ​ສະ​ຕາ​ລີ - ອາ​ຊຽນ - ảnh 1ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ (ພາບ: VOV)

ສະພາ ອົດສະຕາລີ - ອາຊຽນ ສະໜັບສະໜູນການຈັດກອງປະຊຸມສຸດຍອດຊາວໜຸ່ມ ອົດສະຕາລີ - ອາຊຽນ ສຳລັບນັກຮຽນມັດທະຍົມຕອນປາຍໃນທົ່ວປະເທດ ອົດສະຕາລີ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ໜູນຊ່ວຍມະຫາວິທະຍາໄລ Sydney ພັດທະນາບັນດາກອງປະຊຸມສຳມະນາ ແລະ ງານວາງສະແດງແບບທາງໄກ; ໜູນຊ່ວຍຫໍພິພິທະພັນແຫ່ງຕ່າງໆຢູ່ ອາຊຽນ ແລະ ອົດສະຕາລີ   ອະທິບາຍ ແລະ ຖ່າຍທອດປະຫວັດສາດໃນການເດີນເຮືອລວມຂອງ ອາຊຽນ ແລະ ອົດສະຕາລີ; ໜູນຊ່ວຍມະຫາວິທະຍາໄລ Deakin (ອົດສະຕາລີ) ຈັດກອງປະຊຸມສຳມະນາຫຼາຍຄັ້ງ ເພື່ອແນໃສ່ຍູ້ແຮງວິວັດທະນາຫັນປ່ຽນພະລັງງານຢູ່ ມາເລເຊຍ, ຫວຽດນາມ ແລະ ອົດສະຕາລີ.

        ສະຖາບັນ ອົດສະຕາລີ - ອິນໂດເນເຊຍ ໜູນຊ່ວຍຈັດບັນດາກອງປະຊຸມສຳມະນາ ແລະ ການເຄື່ອນໄຫວບຳລຸງສ້າງຂອງຕາໜ່າງແພດໝໍເຂດຊົນນະບົດ ຢູ່ລັດ New South Wales  ຢູ່ Maluku (ອິນໂດເນເຊຍ) ເພື່ອແນໃສ່ຍົກສູງຄວາມສາມາດດ້ານສາທາລະນະສຸກຊຸມຊົນຢູ່ເຂດຫ່າງໄກສອກຫຼີກ; ໜູນຊ່ວຍບັນດາໂຄງການມອບສິດໃຫ້ແກ່ນັກທຸລະກິດຍິງ ຜ່ານການໃຫ້ຄຳປຶກສາ…

ຕອບກັບ