ອົດ​ສະ​ຕາ​ລີ ແລະ ລາວ ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

Chia sẻ
(VOVWORLD) - ເນື່ອງໃນໂອກາດກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ (1974 – 2024), ພວມດຳເນີນຢູ່ນະຄອນ Melbourne (ອົດສະຕາລີ), ວັນທີ 06 ມີນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ລົງນາມໃນຂໍ້ຕົກລົງຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
ອົດ​ສະ​ຕາ​ລີ ແລະ ລາວ ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: VOV)

ການພົວພັນຄູ່ຮ່ວມມືຮອບດ້ານ ອົດສະຕາລີ - ລາວ ຈະຊຸກຍູ້ການພົວພັນສອງຝ່າຍໃນ 4 ເສົາຄ້ຳ, ເຊິ່ງສ່ອງແສງບັນດາບຸລິມະສິດລວມຂອງ 2 ປະເທດໃນອະນາຄົດ, ເຊິ່ງລວມມີ: ມະນຸດ, ການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ; ເສດຖະກິດ, ການຄ້າ ແລະ ການລົງທຶນ; ດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ; ການປ້ອງກັນຊາດ ແລະ ການປະຕິບັດກົດໝາຍ. ຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ຂອງ ອົດສະຕາລີ ຮອດປີ 2040 ໄດ້ກຳນົດ ກະສິກຳ, ອາຫານ, ຊັບພະຍາກອນທຳມະຊາດ ແລະ ພະລັງງານສີຂຽວ ແມ່ນບັນດາຂົງເຂດມີກຳລັງບົ່ມຊ້ອນຕົ້ນຕໍໃຫ້ແກ່ວິສາຫະກິດ ອົດສະຕາລີ ຢູ່ລາວ.  ການພົວພັນຄູ່ຮ່ວມມືຮອບດ້ານ ກໍຈະໜູນຊ່ວຍລາວພັດທະນາແບບຍືນຍົງໃນບັນດາຂົງເຂດນີ້ຢ່າງສຸດຂີດ.

        ທ່ານນາຍົກລັດຖະມົນຕີ Albanese ກໍແຈ້ງໃຫ້ຊາບວ່າ ອົດສະຕາລີ ໃຫ້ຄຳໝັ້ນສັນຍາສະໜອງເງິນ 3 ລ້ານ AUD (ເກືອບ 2 ລ້ານ USD) ໃຫ້ແກ່ “ໂຄງການຍຸງໂລກ” ຂອງມະຫາວິທະຍາໄລ Monash (ອົດສະຕາລີ) ເພື່ອລົບລ້າງພະຍາດໄຂ້ເລືອດອອກຢູ່ລາວ.

ຕອບກັບ