ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການຮ່ວມມືພັດທະນາບັນດາໂຄງການພະລັງງານແຮງລົມຢູ່ນອກຝັ່ງທະເລ

Chia sẻ
(VOVWORLD) - ປະຈຸບັນ, ບໍລິສັດ Corio Generation ພວມສົມທົບກັບບໍລິສັດໃຫຍ່ກະຈາຍໄຟຟ້າ 3 (EVNGENCO3) ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ ຜັນຂະຫຍາຍການທົດລອງໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລຢູ່ ຫວຽດນາມ.
ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການຮ່ວມມືພັດທະນາບັນດາໂຄງການພະລັງງານແຮງລົມຢູ່ນອກຝັ່ງທະເລ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski
(ພາບ: TTXVN)

        ຕອນຄ່ຳວັນທີ 28 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ແລະ ການນຳບໍລິສັດ Corio Generation (ກຸ່ມບໍລິສັດ Macquarie).

        ປະຈຸບັນ, ບໍລິສັດ Corio Generation ພວມສົມທົບກັບບໍລິສັດໃຫຍ່ກະຈາຍໄຟຟ້າ 3 (EVNGENCO3) ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ ຜັນຂະຫຍາຍການທົດລອງໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕີລາຄາວ່າ, ນີ້ໄດ້ຮັບຖືວ່າແມ່ນໂຄງການຈຸດສຸມ, ປະກອບສ່ວນຊຸກຍູ້ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ພ້ອມທັງຊ່ວຍ ຫວຽດນາມ ປະຕິບັດແຜນການປະຕິບັດຂໍ້ຕົກລົງຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP). ທ່ານສະເໜີວ່າ, ນອກຈາກການລົງທຶນແລ້ວ, ບໍລິສັດ Corio Generation ຕ້ອງເອົາໃຈໃສ່ໜູນຊ່ວຍ, ຖ່າຍທອດເຕັກໂນໂລຊີ; ຫັນຄູ່ຮ່ວມມືຢູ່ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ.

        ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ Andrew Goledzinowski ໃຫ້ຮູ້ວ່າ, ມີວິສາຫະກິດ ອົດສະຕາລີ ຈຳນວນໜຶ່ງ ມີຄວາມສົນໃຈເຖິງການສ້າງບັນດາຟາມໄຟຟ້າແຮງລົມຢູ່ນອກຝັ່ງທະເລ ຍ້ອນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາຮູບແບບນີ້. ໃນຂະນະນັ້ນ, ການນຳບໍລິສັດ Corio Generation ທີ່ຖືວ່າ, ເລື່ອງຜັນຂະຫຍາຍໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລ ບໍ່ຢຸດຢູ່ທີ່ການກໍ່ສ້າງພື້ນຖານໂຄງລ່າງດ້ານເຕັກນິກເທົ່ານັ້ນ, ຫາກຍັງຕ້ອງບຳລຸງສ້າງແຫຼ່ງຊັບພະຍາກອນເຄື່ອນໄຫວ, ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີອີກດ້ວຍ.

ຕອບກັບ