ຫວຽດນາມ ແລະ ກຸບາ ສືບຕໍ່ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ

Chia sẻ
(VOVWORLD) - 2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງ ແລະ ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຸຍບາ ເພື່ອຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ.
ຫວຽດນາມ ແລະ ກຸບາ ສືບຕໍ່ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ - ảnh 1ທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ແລະ ທ່ານພົນຕີ Lázaro Alberto Álvarez Casas, ລັດຖະມົນຕີກະຊວງພາຍໃນ ກຸບາ
(ພາບ: TTXVN)

        ເນື່ອງໃນໂອກາດການຢ້ຽມຢາມມິດຕະພາບ ກຸບາ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ (ແຕ່ວັນທີ 14 – 19 ເມສາ), ຄະນະປະຕິບັດງານຂອງກະຊວງຕຳຫຼວດໂດຍທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບທ່ານພົນຕີ Lázaro Alberto Álvarez Casas, ລັດຖະມົນຕີກະຊວງພາຍໃນ ກຸບາ, ຢູ່ນະຄອນຫຼວງ La Habana.

        ທີ່ການເຮັດວຽກ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງ ແລະ ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຸຍບາ ເພື່ອຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ. ບົນພື້ນຖານນັ້ນ, 2 ຝ່າຍເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງ, ຕຳຫຼວດ; ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ…

        2 ຝ່າຍກໍ່ເຫັນດີສົມທົບກັນຄົ້ນຄວ້າ, ຜັນຂະຫຍາຍການປະຕິບັດບັນດາໂຄງການ, ກິດຈະກຳຄົ້ນຄວ້າວິທະຍາສາດ, ນຳໃຊ້ເຕັກໂນໂລຊີໃໝ່ ແລະ ຜະລິດບັນດາເຄື່ອງອຸປະກອນໃຊ້ສະເພາະ; ບຳລຸງສ້າງຍົກສູງກຳລັງຄວາມສາມາດໃຫ້ພະນັກງານ, ນັກຮົບ.

ຕອບກັບ