ຫວຽດ​ນາມ ແລະ ກຸຍ​ບາ ພ້ອມ​ກັນ ຮ່ວມ​ມື​ ພັດ​ທະ​ນາ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ ລະ​ຫວ່າງ ລັດ​ຖະ​ບານ

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ສອງຝ່າຍໄດ້ສຳຫຼວດກວດຄືນບັນດາແຜນການຮ່ວມມືສອງຝ່າຍ, ສຸມໃສ່ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ.
ຫວຽດ​ນາມ ແລະ ກຸຍ​ບາ ພ້ອມ​ກັນ ຮ່ວມ​ມື​ ພັດ​ທະ​ນາ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ ລະ​ຫວ່າງ ລັດ​ຖະ​ບານ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VGP)

ຢູ່ນະຄອນຫຼວງ La Habana, ຕອນບ່າຍວັນທີ 15 ເມສາ ໃນຂອບເຂດການຢ້ຽມຢາມ ມິດຕະພາບ ກຸຍບາຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ມີການເຈລະຈາກັບ ທ່ານຮອງນາຍົກລັດຖະມົນຕີ ຜູ້ທີໜຶ່ງ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການລົງທຶນ ຕ່າງປະເທດ ກຸຍບາ Ricardo Cabrisas.

ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ສອງຝ່າຍໄດ້ສຳຫຼວດກວດຄືນບັນດາແຜນການຮ່ວມມືສອງຝ່າຍ, ສຸມໃສ່ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງລັດຖະບານສອງປະເທດ ກໍຄືບັນດາໂຄງການຮ່ວມມືໃນຫຼາຍຂົງເຂດ. ຮອງນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້, ເສີມຂະຫຍາຍປະສິດທິຜົນຂອງກົນໄກຄະນະກຳມະການລະຫວ່າງລັດຖະບານ ໃຫ້ຫຼາຍກ່ວາອີກ ເພື່ອແນໃສ່ຊຸກຍູ້ບັນດາໂຄງການຮ່ວມມືຈຸດສຸມ, ຊອກຫາກົນໄກມາດຕະການໜູນຊ່ວຍວິສາຫະກິດ ຫວຽດນາມ ໃນການດຳເນີນທຸລະກິດ, ລົງທຶນຢູ່ ກຸຍບາ, ປະກອບສ່ວນເຂົ້າໃນການພົວພັນສອງຝ່າຍ.

ຕອບກັບ