ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27

Chia sẻ
(VOVWORLD) - ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ ຄັ້ງທີ 27 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ມັງກອນ ຢູ່ນະຄອນຫຼວງ ວຽງຈັນ, ລາວ. ນີ້ແມ່ນການເຄື່ອນໄຫວສຳຄັນແຖວໜ້າ ໃນຂອບເຂດເວທີປາໄສການທ່ອງທ່ຽວ ອາຊຽນ (ATF) 2024.
ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27 - ảnh 1ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກອງປະຊຸມໄດ້ຮັບຟັງບົດລາຍງານ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນກ່ຽວກັບໝາກຜົນກອງປະຊຸມບັນດາອົງການທ່ອງທ່ຽວແຫ່ງຊາດ ອາຊຽນ; ໝາກຜົນການຈັດຕັ້ງປະຕິບັດແຜນການຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025; ລາຍງານບັນດາບັນຫາທີ່ກ່ຽວຂ້ອງເຖິງອົງການຈັດຕັ້ງສາກົນ, ຄູ່ຮ່ວມມືອື່ນໆ.

        ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ  ຫງວຽນວັນຮຸ່ງ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ຖືວ່າ ອາຊຽນ ແມ່ນພາກພື້ນທີ່ມີພື້ນຖານວັດທະນະທຳດົນນານ, ດ້ວຍງານບຸນຕ່າງໆທີ່ຫຼາກຫຼາຍສີສັນ. ເພື່ອຂຸດຄົ້ນໄດ້ປະສິດທິຜົນ ແລະ ສະແດງໄດ້ທ່າແຮງນີ້ໃຫ້ພົ້ນເດັ່ນນັ້ນ, ອາຊຽນ ສາມາດສົມທົບພ້ອມກັນໂຄສະນາຜະລິດຕະພັນການທ່ອງທ່ຽວ, ງານບຸນຕ່າງໆຢ່າງມີຈຸດສຸມກວ່າ, ແຕ່ລະປີ, ຄວນສຸມໃສ່ແນະນຳ ແລະ ຈັດຕັ້ງກິດຈະກຳສະເຫຼີມສະຫຼອງງານບຸນ ອາຊຽນ ຢູ່ບາງປະເທດສະມາຊິກຕາມຮູບແບບໝູນວຽນ. ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ກໍສະເໜີໃຫ້ບັນດາປະເທດ ພ້ອມກັນສົ່ງເສີມ, ເພີ່ມທະວີການເຊື່ອມຈອດຄົມມະນາຄົມທາງການບິນ, ທາງບົກ, ທາງທະເລໃນພາກພື້ນ ແນໃສ່ຊຸກຍູ້ການທ່ອງທ່ຽວໃຫ້ລຸລ່ວງ ແລະ ສະດວກສະບາຍກວ່າ.

ຕອບກັບ