ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຢູ່​ສາມຫຼ່ຽມ​ພັດ​ທະ​ນາ CLV

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 29 ກຸມພາ, ຢູ່ແຂວງ ອັດຕະປື, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV).
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຢູ່​ສາມຫຼ່ຽມ​ພັດ​ທະ​ນາ CLV - ảnh 1ຜູ້ຕາງໜ້າບັນດາປະເທດລົງນາມໃນຂໍ້ຕົກລົງຮ່ວມມືພັດທະນາເຂດ 3 ຫຼ່ຽມພັດທະນາ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທ່ານເຈິ່ນກວັກເຟືອງ, ຢັ້ງຢືນວ່າ ໃນ 25 ປີ ຜ່ານມາ, ສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ໄດ້ສົມທົບກັນປະຕິບັດຫຼາຍໂຄງການ, ການເຄື່ອນໄຫວຮ່ວມ, ປະກອບສ່ວນພັດທະນາເສດຖະກິດຂອງບັນດາທ້ອງຖິ່ນໃນເຂດເຕີບໂຕໄດ້ດີພໍສົມຄວນ. ວຽກງານຫຼຸດຜ່ອນຄວາມທຸກຍາກບັນລຸໝາກຜົນຕັ້ງໜ້າ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາຢ່າງໝັ້ນຄົງ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມີສະຖຽນລະພາບ, ມິດຕະພາບ ແລະ ພ້ອມກັນພັດທະນຂອງທັງສາມຊາດ. ທ່ານ ເຈິ່ນກວັກເຟືອງ ສະເໜີໃຫ້ 3 ປະເທດ ເພີ່ມທະວີການສົມທົບ ແລະ ວາງອອກມາດຕະການທີ່ຮອບດ້ານກວ່າ ເພື່ອສ້າງບາດກ້າວກະໂດດຂັ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນເຂດສາມຫຼ່ຽມພັດທະນາ CLV…

ຕອບກັບ