ຫວຽດນາມ - ລາວ ລົງນາມໃນບົດບັນທຶກຊ່ວຍຈຳໂຄງການປູກ ຢາງພາລາ ຢູ່ ພາກເຫນືອຂອງລາວ

Chia sẻ
ທ່ານ ບຸນທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ປະຕິບັດ​ໂຄງການ​ປູກ​ຕົ້ນ​ຢາງພາລາ​ຢູ່ ພາກ​ເຫນືອ​ຂອງ​ລາວ

 ຫວຽດນາມ - ລາວ ລົງນາມໃນບົດບັນທຶກຊ່ວຍຈຳໂຄງການປູກ ຢາງພາລາ ຢູ່ ພາກເຫນືອຂອງລາວ - ảnh 1
ພິທີລົງນາມໃນບົດບັນທຶກຊ່ວຍຈຳໂຄງການປູກຢາງພາລາຢູ່ພາກເຫນືອລາວ
ພາບ:vietnamplus.vn


(vovword)- ວັນ​ທີ 25/5 ຢູ່ ນະຄອນຫລວງ ວຽງ​ຈັນ, ທ່ານ ບຸນທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ປະຕິບັດ​ໂຄງການ​ປູກ​ຕົ້ນ​ຢາງພາລາ​ຢູ່ ພາກ​ເຫນືອ​ຂອງ​ລາວ ກັບ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຢາງພາລາ​ ຫວຽດນາມ. ນີ້​ແມ່ນ​ໂຄງການ​ປູກ​ຢາງພາລາ​ທຳ​ອິດ​ຂອງ ຫວຽດນາມ ຢູ່ ພາກ​ເຫນືອ​ຂອງ ລາວ ດ້ວຍ​ເນື້ອ​ທີ່ 1000 ​ເຮັກຕາ. ​ໂຄງການ​ນີ້​ຈະ​ປະກອບສ່ວນ​ປ່ຽນ​ແປງ​ຄວາມຊີນເຄີຍໃນ​ການ​ປູກຝັງ, ສ້າງ​ວຽ​ກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ ​ເວົ້າ​ລວມ ​ແລະ ສອງ​ທ້ອງ​ຖິ່ນດ້ຽນບຽນ ​ແລະ ອຸດົມ​ໄຊ ​ເວົ້າ​ສະ​ເພາະ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ບຸນທະວີ ສີ​ສຸພັນ​ທອງ ຕີ​ລາຄາ​ສູງ​ຕໍ່​ເລື່ອງ​ກຸ່ມ​ບໍລິສັດ​ຢາງພາລາ ຫວຽດນາມ ລົງທຶນ​ປູກ​ຢາງພາລາ​ຢູ່ ພາກ​ເຫນືອ​ຂອງ​ລາວ, ​ເປັນ​ເຂດ​ດິນ​ແດ​ນທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເປັນ​ຕົ້ນ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຍັງ​ຫລ້າຫລັງ. ລັດຖະບານ ລາວ ຈະ​​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລົງທຶນ​ລະຫວ່າງ ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ.

Quoc Khanh ນັກ​ຂ່າວ VOV ປະຈຳ ສປປ ລາວ.