ຫວຽດນາມ ຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເບນິນ

Chia sẻ
(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບ ເບນິນ ກວ່າອີກ
ຫວຽດນາມ ຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເບນິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ສ.ເບນິນ Olushegun Adjadi Bakari
(ພາບ: TTXVN)

        ຕອນບ່າຍວັນທີ 15 ເມສາ, ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ສ.ເບນິນ Olushegun Adjadi Bakari.

        ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບ ເບນິນ ກວ່າອີກ; ເນັ້ນໜັກວ່າ ການຮ່ວມມືລະຫວ່າງ 2 ຝ່າຍຍັງໃຫຍ່ຫຼວງຢູ່, ສະນັ້ນ, 2 ຝ່າຍຕ້ອງຍູ້ແຮງການຮ່ວມມືດ້ານເສດຖະກິດ 2 ຝ່າຍໃຫ້ຫຼາຍກວ່າ; ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດເດືອນ ທັນວາ 2023 ຜ່ານການຈັດກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງ.

        ສ່ວນທ່ານລັດຖະມົນຕີ Olushegun Adjadi Bakari ສະເໜີໃຫ້ 2 ຝ່າຍສຳເລັດການເຈລະຈາໂດຍໄວ ເພື່ອກ້າວໄປເຖິງການລົງນາມໃນບົດບັນທຶກຊ່ວຍຈຳໃນຂົງເຂດກະສິກຳ; ທ່ານຢືນຢັນວ່າ Benin ພ້ອມແລ້ວຈະໜູນຊ່ວຍ ຫວຽດນາມ ຊຸກຍູ້ການຮ່ວມມືກັບປະຊາຄົມເສດຖະກິດບັນດາປະເທດອາຟະລິກາຕາເວັນຕົກ (ECOWAS).

ຕອບກັບ