ສານ​ຍຸ​ຕິ​ທຳ​ ສາ​ກົນ ຮຽກ​ຮ້ອງ ອິດ​ສະ​ຕາ​ລ​າ​ແອັນ ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ດ້ານ​ມະ​ນຸດ​ສະ​ທຳ ຢູ່ ເຂດ​ກາ​ຊາ

Chia sẻ
(VOVWORLD) - ທ່ານ Basem Naim ເຈົ້າໜ້າທີ່ຂັ້ນສູງຂອງ Hamas   ຖືວ່າ ການຮຽກຮ້ອງຂອງ ICJ ແມ່ນຍັງບໍ່ທັນພຽງພໍ ແລະ ອິດສະລາແອັນຕ້ອງຢຸດຕິບັ້ນຮົບໃນປັດຈຸບັນ
ສານ​ຍຸ​ຕິ​ທຳ​ ສາ​ກົນ ຮຽກ​ຮ້ອງ ອິດ​ສະ​ຕາ​ລ​າ​ແອັນ ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ດ້ານ​ມະ​ນຸດ​ສະ​ທຳ ຢູ່ ເຂດ​ກາ​ຊາ - ảnh 1ພາບປະກອບ: TTXVN

ວັນທີ 28 ມີນາ, ສານຍຸຕິທຳ ສາກົນ (ICJ) ໄດ້ຮຽກຮ້ອງອິດສະລາແອັນ ໂດຍແມ່ນປະເທດ ທີ່ຖືກ ອາບຟຼິກກາໃຕ້ ກ່າວຫາໂທດ ດັບສູນເຊື້ອຊາດ ຢູ່ເຂດກາຊາ ປະຕິບັດ ທຸກການກະທຳທີ່ຈຳເປັນ ແລະ ມີປະສິດທິຜົນ ເພື່ອຮັບປະກັນແຫຼ່ງສະໜອງສະບຽງອາຫານໂດຍພື້ນຖານໃຫ້ແກ່ປະຊາຊົນ ປາແລັດສະຕິນ ຢູ່ເຂດນີ້ ແລະ ສະກັດກັ້ນໄພອຶດຫິວແຜ່ລາມໃນວົງກວ້າງ. ບັນດາຜູ້ພິພາກສາ ໄດ້ໃຫ້ຂໍ້ສັງເກດວ່າ ປະຊາຊົນຢູ່ເຂດກາຊາ ພວມປະເຊີນໜ້າກັບສະພາບການຮ້າຍແຮງ. ການຮຽກຮ້ອງຈາກສານ ຍຸຕິທຳສາກົນ ໄດ້ຍົກອອກມາ ເມື່ອກຳລັງ ອິດສະລາແອັນ ແລະ ບັນດາກຳລັງຢູ່ ປາແລັດສະຕິນ ປະທະກັນຢູ່ອ້ອມຂ້າງແຖວໂຮງໝໍ Al Shifa ຢູ່ເຂດ ກາຊາ. ເຖິງຢ່າງໃດກໍ່ຕາມ, ທ່ານ Basem Naim ເຈົ້າໜ້າທີ່ຂັ້ນສູງຂອງ Hamas   ຖືວ່າ ການຮຽກຮ້ອງຂອງ ICJ ແມ່ນຍັງບໍ່ທັນພຽງພໍ ແລະ ອິດສະລາແອັນຕ້ອງຢຸດຕິບັ້ນຮົບໃນປັດຈຸບັນ.

ຕອບກັບ